ຜົນງານເພງທໍາອິດຂອງ ໜຸ່ມຕ້ອມ ໄດ້ຮ້ອງເພງຮ່ວມ ໜຸ່ມຊາມິໂອ້ ພີ

152

“ ເປັນໄດ້ພຽງ ” ຜົນງານເພງຮ້ອງຮ່ວມກັນ ລະຫວ່າງ ໜຸ່ມຕ້ອມ Sky Thakhek ແລະ ໜຸ່ມຊາມິໂອ້ ພີ ເຊິ່ງຜະລິດປ່ອຍອອກສູ່ສັງຄົມພຽງ 1 ອາທິດ ກໍໄດ້ຍອດວິວກວ່າ 1 ແສນວິວ ແລະ ໄດ້ຮັບກະແສດີຈາກແຟນໆຂອງ ໜຸ່ມຕ້ອມ ແລະ ໜຸ່ມຊາມິໂອ້ ພີ ເປັນຢ່າງດີ.

ທ້າວ ຕ້ອມ ສິນທະວົງ ຫຼື ຕ້ອມ Sky Thakhek ໃຫ້ສໍາພາດວ່າ: ເພງ “ ເປັນໄດ້ພຽງ ” ເປັນຜົນງານການຮ້ອງເພງທໍາອິດຂອງຕົນເອງ ແລະ ຍັງໄດ້ຮ້ອງຮ່ວມກັບ ໜຸ່ມຊາມິໂອ້ ອີກດ້ວຍ. ຈຸດເລີ່ມຕົ້ນຂອງການເຮັດເພງນີ້ແມ່ນການຊັກຊວນຂອງ ໜຸ່ມຊາມິໂອ້ ທີ່ຕ່າງຝ່າຍຕ່າງກໍຕິດຕາມຜົນງານຂອງກັນ ແລະ ກັນຢູ່ແລ້ວ ການເຮັດເພງນີ້ຍັງເຮັດໃຫ້ແຟນເພງຂອງ ໜຸ່ມຊາມິໂອ້ ຮູ້ຈັກຕົນເອງຫຼາຍຂຶ້ນ ແລະ ແຟນເພງຂອງຕົນເອງກໍຈະຮູ້ຈັກຜົນງານຂອງ ໜຸ່ມຊາມິໂອ້ ເພີ່ມຂຶ້ນນໍາອີກ.

ຜົນງານເພງນີ້ຖືເປັນປະສົບການອັນໃໝ່ໃຫ້ກັບຕົນເອງເລີຍກໍວ່າໄດ້ ເພາະຕົນເອງຄິດວ່າການຮ້ອງເພງແມ່ນເລື່ອງງ່າຍໆ ແລະ ບໍ່ມີຫຍັງຍາກ ແຕ່ເວລາອັດເພງມັນມີຂະບວນການຫຼາຍໆຢ່າງທີ່ສັບຊ້ອນ ລວມທັງເຕັກນິກໃນການຮ້ອງເພງ, ການອອກສຽງ ຫຼື ການເອື້ອນສຽງຕ່າງໆ ເພາະຕົນເອງຖະໜັດເຮັດຄລິບວິດີໂອຫຼາຍກວ່າ ແລະ ບໍ່ໄດ້ມີປະສົບການໃນການຮ້ອງເພງມາກ່ອນ.

ສໍາລັບກະແສຕອບຮັບແມ່ນດີເກີນທີ່ຄິດໄວ້ ເພາະຫຼັງຈາກປ່ອຍອອກໄປໄດ້ 1 ອາທິດ ກໍໄດ້ຍອດວິວກວ່າ 1 ແສນວິວ ເຊິ່ງມີທັງຄໍາຕໍາໜິ ແລະ ຕິຊົມ ແຕ່ມັນກໍເປັນສິ່ງດີທີ່ຈະເຮັດໃຫ້ຕົນເອງມີກໍາລັງໃຈໃນການເຮັດຜົນງານເພງຄັ້ງຕໍ່ໄປ. ຄາດວ່າໃນອະນາຄົດມີແຜນທີ່ຈະເຮັດເພງດ່ຽວ ຫຼື ຮ້ອງຮ່ວມ ແນ່ນອນວ່າຈະມີການຜະລິດຜົນງານເພງຈາກ Sky Thakhek ໃຫ້ແຟນໆໄດ້ຕິດຕາມ.

ສຸດທ້າຍ, ຢາກຂອບໃຈ ໜຸ່ມຊາມິໂອ້ ພີ ທີ່ເປັນທັງຜູ້ຜະລິດ ແລະ ຄູຝຶກໃຫ້ກັບຕົນເອງທີ່ໄດ້ເຮັດເພງນີ້ອອກມາດີທີ່ສຸດ ສາມາດຕິດຕາມຜົນງານເພງ “ ເປັນໄດ້ພຽງ ” ໄດ້ ໃນຊ່ອງຢູທູບ zamio p ຫຼື ແຟນເພຈ໌ SKY Thakhek – ສະກາຍ ທ່າແຂກ.

[ ຂ່າວ: ນຸ້ມນິ້ມ; ຮູບ: Tom Sky Thakhek ]