ບໍລິການ u-money ທະນາຄານເທິງມືຖືຂອງຄົນລາວ

1070

ເປັນຫຍັງຕ້ອງໃຊ້ຢູມັນນີ?

  • ກໍຍ້ອນສະດວກສາມາດຕື່ມມູນຄ່າໂທ ຫຼື ຊໍາລະຄ່າບໍລິການອື່ນໆຂອງຢູນີເທວໄດ້ ແລະ ຍັງໄດ້ສ່ວນຫຼຸດສູງເຖິງ 5%.

  • ສາມາດໂອນເງິນດ້ວຍມືຖື ແລະ ຖອນອອກເປັນເງິນສົດສະດວກ, ໄວ ແລະ ປະຢັດເວລາ.

  • ສາມາດຮັກສາເງິນໄດ້ແບບປອດໄພ ແລະ ທ້ອນເງິນໃນຕົວ.

ไม่มีคำอธิบายรูปภาพ

ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ( ບໍລິສັດ ) ແມ່ນບໍລິສັດລູກຂອງ ບໍລິສັດ ສະຕາໂທລະຄົມ ຈໍາກັດ ທີ່ໄດ້ຖືກສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍ ແລະ ໄດ້ຮັບອະນຸຍາດໃຫ້ເປັນຜູ້ໃຫ້ບໍລິການດ້ານການໂອນເງິນພາຍໃນປະເທດ, ການບໍລິການຊໍາລະເງິນເອເລັກໂຕຣນິກ ( e-money ) ຜ່ານລະບົບມືຖືຈາກທະນາຄານ ແຫ່ງ ສປປ ລາວ.

ไม่มีคำอธิบายรูปภาพ

ການບໍລິການ u-money ແມ່ນບໍລິການດ້ານການເງິນທາງມືຖື ທີ່ສາມາດນໍາໃຊ້ໄດ້ແລ້ວໃນຂອບເຂດທົ່ວປະເທດ ອີງຕາມການສະໜອງລະບົບເຄືອຂ່າຍຂອງ ຢູນີເທວ ໃນທົ່ວປະເທດ ສາມາດບໍລິການທາງດ້ານການເງິນໄດ້ຢ່າງງ່າຍດາຍ ແລະ ສະດວກວ່ອງໄວ.

ในภาพอาจจะมี หนึ่งคนขึ้นไป และข้อความ

ບໍລິການ u-money ນອກຈາກຮັບ – ສົ່ງ – ຖອນເງິນສົດແລ້ວ, u-money ກໍຍັງສາມາດຊໍາລະຄ່າບໍລິການຂອງ ຢູນີເທວ ໄດ້ຕື່ມອີກ ເຊັ່ນ: ສຳລັບຕື່ມເງິນມູນຄ່າໂທ, ຊຳລະເບີມືຖືລາຍເດືອນ ຈະໄດ້ຮັບສ່ວນຫຼຸດເຖິງ 5%; ສຳລັບຊໍາລະຄ່າບໍລິການ FTTH, ບໍລິການເຊົ່າສາຍ ( Lease line ) ຮັບສ່ວນຫຼຸດ 2% ແລະ ຢູມັນນີແມ່ນຍັງສາມາດເຮັດໜ້າທີ່ຮັກສາເງິນເພື່ອທ້ອນໄດ້ນໍາອີກ ກໍລະນີຫາກບໍ່ຕ້ອງການຊໍາລະ ຫຼື ໂອນເງິນໃຫ້ຄົນອື່ນ.

ในภาพอาจจะมี ข้อความ

ພິເສດ: ແຕ່ວັນທີ 1/05/2019 ເຖິງ ວັນທີ 31/10/2019 ລູກຄ້າທີ່ລົງທະບຽນໃໝ່ ບໍລິການ ຢູມັນນີ ແລະ ເອົາເງິນເຂົ້າບັນຊີ ຢູມັນນີ 30.000 ກີບຂຶ້ນໄປ ຈະໄດ້ຮັບມູນຄ່າໂທ 20.000 ກີບ/ນໍາໃຊ້ໄດ້ 7 ວັນ – ສໍາລັບ SIM ມືຖືແບບຕື່ມເງິນ ແລະ ແບບມືຖືຕັ້ງໂຕະ 030; ສໍາລັບ SIM ມືຖືແບບລາຍເດືອນ: ຈະຄິດໄລ່ເພື່ອຕັດຈໍານວນມູນຄ່າໂທ 20.000 ກີບ ໃນໃບບິນໃຫ້ແກ່ລູກຄ້າໃນທ້າຍເດືອນ ແລະ ສໍາລັບ SIM Net ( 3G & 4G ) ຈະໄດ້ຮັບດາຕາ 1 GB ໃນບັນຊີ Data2/ນໍາໃຊ້ໄດ້ 7 ວັນ.

ในภาพอาจจะมี ข้อความ

ລູກຄ້ານໍາໃຊ້ເລກໝາຍ ຢູນີເທວ ສາມາດລົງທະບຽນນໍາໃຊ້ບໍລິການໄດ້ດ້ວຍຮູບແບບງ່າຍໆ ຄື: ລູກຄ້າລົງທະບຽນດ້ວຍຕົນເອງ ກົດ *999#ໂທອອກ ແລະ ປະຕິບັດຕາມຂັ້ນຕອນ ຫຼື ລູກຄ້າສາມາດດາວໂຫຼດແອັບພລິເຄຊັນ ໃນ AppStore ແລະ Google Play ເພື່ອລົງທະບຽນ ແລະ ນຳໃຊ້ ຫຼື ສາມາດລົງທະບຽນນຳໃຊ້ບໍລິການ u-money ທີ່ປ່ອງບໍລິການຂອງຢູນີເທວ ແລະ ຈຸດຂາຍ ຢູມັນນີ ໄດ້. ກໍລະນີລູກຄ້າທີ່ໃຊ້ເບີຂອງເຄືອຂ່າຍອື່ນ ກໍສາມາດນໍາໃຊ້ບໍລິການ u-money ໄດ້   ( ຮັບ – ສົ່ງ – ຖອນເງິນສົດ ) ພຽງແຕ່ນຳເງິນສົດ ແລະ ບັດປະຈໍາຕົວ, ສໍາມະໂນຄົວ  ( ພາສປອດ ) ເຮັດການບໍລິການໂອນເງິນ – ສົ່ງເງິນໃຫ້ຄອບຄົວໄດ້ທີ່ຮ້ານຈຸດຂາຍ ຢູມັນນີ ຫຼື ປ່ອງບໍລິການ ຢູນີເທວ ເພື່ອເຮັດທຸລະກໍາ.

ในภาพอาจจะมี ข้อความ

ກໍລະນີທີ່ລູກຄ້າຕ້ອງການລົງທະບຽນໃຊ້ບໍລິການ ທີ່ປ່ອງບໍລິການຂອງ ຢູນີເທວ ແລະ ຈຸດຂາຍ u-money ( ຫາກລູກຄ້າຍັງບໍ່ທັນລົງທະບຽນເບີມືຖື ), ລູກຄ້າຈະຕ້ອງໄດ້ປະກອບເອກະສານ ຄື: ສໍາເນົາບັດປະຈໍາຕົວ ຫຼື ປຶ້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ.

ในภาพอาจจะมี ข้อความ

ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ຈະສືບຕໍ່ຂະຫຍາຍການບໍລິການໃຫ້ມີຄວາມຫຼາກຫຼາຍ ເພື່ອເຮັດໃຫ້ການໂອນເງິນພາຍໃນປະເທດ ແລະ ການຊໍາລະຜ່ານມືຖືເປັນບໍລິການທີ່ເຕັມຮູບແບບ, ໃນອະນາຄົດຈະເພີ່ມຊ່ອງທາງການຊໍາລະໃຫ້ສະດວກສະບາຍໃຫ້ແກ່ລູກຄ້າ ເຊັ່ນ: ຊຳລະຄ່ານໍ້າ, ຊຳລະຄ່າໄຟຟ້າ, ຊື້ຫວຍ ແລະ ຊຳລະຄ່າໃຊ້ຈ່າຍຊື້ສິນຄ້າຕ່າງໆຕາມຮ້ານຄ້າຕ່າງໆ.