ການບໍລິການທີ່ດີ ຄືໝາກຫົວໃຈຂອງການທ່ອງທ່ຽວແບບຍືນຍົງ

151

ໃນປີ 2018 ແມ່ນເປັນປີທ່ອງທ່ຽວລາວ ແລະ ປີ 2019 ນີ້ ແມ່ນປີທ່ອງທ່ຽວ ລາວ – ຈີນ ເຊິ່ງໃນຂະແໜງການທ່ອງທ່ຽວ ໂດຍສະເພາະແມ່ນພາກທຸລະກິດ ຫຼື ຜູ້ປະກອບການກໍຈະໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ ເນື່ອງຈາກພາກລັດໄດ້ສົ່ງເສີມໃຫ້ມີການທ່ອງທ່ຽວມີ ຄວາມພົ້ນເດັ່ນຫຼາຍດ້ານ ໂດຍສະເພາະແມ່ນການແຂ່ງຂັນທີ່ເປີດກວ້າງຫຼາຍຂຶ້ນ ເພາະການບໍລິການຖືເປັນຫົວໃຈສຳຄັນໃນຂະແໜງການນີ້ທີ່ຈະເຮັດໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດມີຄວາມສົນໃຈມາທ່ຽວ. ຂະນະດຽວກັນຜູ້ປະກອບການເອງ ກໍຄວນມີການພັດທະນາໃຫ້ມີຄວາມແຕກຕ່າງ ເພື່ອດຶງດູດນັກທ່ອງທ່ຽວໃຫ້ນັບມື້ເພີ່ມຂຶ້ນ.

ທ່ານ ແກ້ວສົມພອນ ຫັດທະຈັນ ຜູ້ຈັດການໂຮງແຮມແດນສະຫວັນນ້ຳງື່ມຣີສອດ ເຊິ່ງມີປະສົບການໃນວຽກງານດ້ານບໍລິການໃນສະຖານທີ່ທ່ອງທ່ຽວແດນສະຫວັນ ມາເປັນເວລາ 20 ກວ່າປີ ໃຫ້ຄຳແນະນໍາວ່າ: ປັດຈຸບັນລາວເຮົາເປັນປະເທດກຳລັງພັດທະນາ ໂດຍສະເພາະວຽກງານຈຸດສຸມໃນປີນີ້ ກໍຄືປີທ່ອງທ່ຽວ ລາວ – ຈີນ ເນື່ອງຈາກປີຜ່ານມາແມ່ນປີທ່ອງທ່ຽວລາວ 2018 ເນື່ອງຈາກປະເທດເຮົາມີແຫຼ່ງທ່ອງທ່ຽວທີ່ເກີດຂຶ້ນຢ່າງຫຼວງຫຼາຍ ແຕ່ໂດຍສ່ວນຕົວແລ້ວຄິດວ່າໝາກຫົວໃຈສຳຄັນຂອງຂະແໜງການນີ້ແມ່ນເລື່ອງການບໍລິການ ເພາະມັນຄືຄວາມເປັນເອກກະລັກ ແລະ ວັດທະນະທຳຂອງເຮົາໃນສະຖານທີ່ນັ້ນໆ ທີ່ນັກທ່ອງທ່ຽວເຂົ້າມາທ່ຽວແລ້ວຢາກກັບມາອີກ ໂດຍສະເພາະແມ່ນຕ່າງປະເທດ.

ທ່ານອະທິບາຍຕື່ມວ່າ: ໂດຍທັດສະນະສ່ວນຕົວແລ້ວຄິດວ່າ ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວຢູ່ປະເທດເຮົາ ເຂົາເຈົ້າບໍ່ໄດ້ຄາດຫວັງວ່າຈະຕ້ອງມາຢູ່ກັບຄວາມຫຼູຫຼາ, ສະດວກສະບາຍເກີນໄປ ເພາະສິ່ງເຫຼົ່ານັ້ນເຂົາເຈົ້າມີມາແລ້ວ ແຕ່ສິ່ງທີ່ເຂົາເຈົ້າໃຫ້ຄວາມສົນໃຈແມ່ນຄວາມງົດງາມທາງທໍາມະຊາດທີ່ອຸດົມສົມບູນ, ໄດ້ສໍາຜັດອາກາດສົດ ແລະ ກິດຈະກໍາຜະຈົນໄພແບບທ້າທາຍ ຫຼື ການທ່ອງທ່ຽວແບບອະນຸຮັກທີ່ມີລັກສະນະແບບຍືນຍົງຫຼາຍກວ່າ.

ສໍາລັບຈຸດພິເສດອີກຢ່າງໜຶ່ງແມ່ນເລື່ອງຂອງການບໍລິການ ຫາກເຮົາບໍລິການດີແບບເປັນກັນເອງ, ມີຄວາມຊື່ສັດຕໍ່ລູກຄ້າ ຫຼື ບໍລິການອື່ນໆ ທີ່ສາມາດດຶງດູດຄວາມສົນໃຈຈາກການທ່ອງທ່ຽວ ບໍ່ວ່າຈະເປັນການຕ້ອນຮັບ, ການຮັບ – ສົ່ງ ແລະ ການເບິ່ງແຍງດູແລດ້ວຍຄວາມຈິງໃຈ; ພຽງເທົ່ານີ້ເຮົາກໍສາມາດດຶງແຂກທີ່ເຄີຍມາທ່ຽວໃຫ້ກັບມາຢາມເຮົາອີກໃນຄັ້ງຕໍ່ໄປ. ຄຽງຄູ່ກັນນັ້ນ, ຄຸນຄ່າທາງດ້ານວັດທະນະທຳ ແລະ ແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ບ້ານເຮົາມີ ຄວນຮັກສາໄວ້ໃຫ້ດີ ແລະ ມີການພັດທະນາຢ່າງຕໍ່ເນື່ອງ ເພື່ອໃຫ້ມີກິດຈະກໍາທີ່ຫຼາກຫຼາຍ ມາແລ້ວຮູ້ສຶກປະທັບໃຈ. ສະນັ້ນ, ພວກເຮົາທຸກຄົນນັບທັງຜູ້ປະກອບການທີ່ເຮັດທຸລະກິດໃນຂະແໜງນີ້ຕ້ອງເອົາໃຈໃສ່ເປັນພິເສດ; ຫຼີກລຽງທີ່ສຸດແມ່ນທຳລາຍທໍາມະຊາດ, ທໍາລາຍຄວາມເປັນເອກະລັກຂອງສະຖານທີ່ນັ້ນໆ ແຕ່ຈົ່ງພັດທະນາໃຫ້ສາມາດຕໍ່ຍອດໃຫ້ກາຍເປັນລາຍຮັບ ເຊິ່ງມັນຈະມີຫຼາຍວິທີໂດຍບໍ່ຕ້ອງປັບປຸງຫຍັງຫຼາຍ ແລະ ນໍາໃຊ້ເຕັກໂນໂລຊີເຄື່ອງທັນສະໄໝໃຫ້ສາມາດອໍານວຍຄວາມສະດວກແກ່ແຂກທີ່ມາທ່ຽວຫຼາຍຂຶ້ນ ອັນນີ້ກໍຖືເປັນການບໍລິການອີກຢ່າງໜຶ່ງທີ່ພວກເຮົາທຸກຄົນຄວນເອົາໃຈໃສ່.

ທ່ານຍັງຊີ້ໃຫ້ເຫັນວ່າ: ດຽວນີ້ແມ່ນມີນັກລົງທຶນຕ່າງປະເທດໃຫ້ຄວາມສົນໃຈເຂົ້າມາເຮັດທຸລະກິດທ່ອງທ່ຽວໃນປະເທດເຮົາຫຼາຍ ເຊິ່ງມີທັງຈຸດດີ ແລະ ສິ່ງທ້າທາຍ ຄື: 1). ດ້ານດີແມ່ນເຮົາຈະມີເງິນທຶນໃນການພັດທະນາແຫຼ່ງທ່ອງທ່ຽວໃໝ່ໆທີ່ສວຍງາມ, ມີສິ່ງອຳນວຍ ຄວາມສະດວກບໍ່ວ່າຈະເປັນຖະໜົນຫົນທາງທີ່ສາມາດນຳພານັກທ່ອງທ່ຽວໃຫ້ເຂົ້າໄປເຖິງ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ; 2). ຄຽງຄູ່ກັບດ້ານດີກໍຄືສິ່ງທີ່ທ້າທາຍ ເປັນຕົ້ນແມ່ນການເປີດໂອກາດໃຫ້ນັກລົງທຶນເຂົ້າມາພັດທະນາແຫຼ່ງທ່ອງທ່ຽວ ອາດຈະເຮັດໃຫ້ຜູ້ປະກອບການພາຍໃນຕ້ອງໄດ້ອອກແຮງແຂ່ງຂັນກັບເຂົາເຈົ້າ, ການນຳໃຊ້ເຕັກໂນໂລຊີທັນສະໄໝຫຼາຍເກີນໄປ ອາດກະທົບແຫຼ່ງທ່ອງທ່ຽວທີ່ເປັນເອກະລັກຢູ່ແລ້ວຂາດຄວາມເປັນທໍາມະຊາດ ແລະ ບັນຫາອື່ນໆທີ່ອາດຈະເກີດຂຶ້ນ.

ເຖິງຢ່າງໃດກໍຕາມ, ຫາກເຮົາມີການບໍລິການດີ ກໍຈະສາມາດດຶງດູດເອົາແຂກຕ່າງປະເທດມາທ່ຽວເພີ່ມຂຶ້ນໃນທຸກປີ ເພາະວຽກບໍລິການເປັນວຽກລະອຽດ ແລະ ຜູ້ທີ່ຈະເຮັດທຸລະກິດດ້ານນີ້ກໍຕ້ອງມີຄວາມມັກຮັກແທ້ໆ ຈຶ່ງຈະນໍາພາທຸລະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວ ເຊິ່ງການບໍລິການເຮົາຕ້ອງມີ ຄວາມແຕກຕ່າງກັບບ່ອນອື່ນ ເພື່ອເປັນຈຸດເດັ່ນໃນເວລາແຂກອື່ນມາທ່ຽວແລ້ວຮູ້ສຶກປະທັບໃຈ. ຄຽງຄູ່ກັນນັ້ນ, ກໍຕ້ອງປົກປັກຮັກສາແຫຼ່ງທ່ອງທ່ຽວຍັງຄົງຢູ່ແບບຍືນຍົງ ເມື່ອໃດກໍຕາມທີ່ທຳມະຊາດ ຫຼື ວັດທະນະທຳຖືກທຳລາຍ ຂະແໜງການທ່ອງທ່ຽວ ຫຼື ວຽກບໍລິການກໍຈະຖືກທຳລາຍເຊັ່ນດຽວກັນ.

[ ໂດຍ: ສົມສະຫວິນ ]