ງາມແລ້ວຍັງເກັ່ງອີກໄດ້ໃບປະກາດກຽດນິຍົມ ຍິນດີນໍາ ປຸ້ຍ ເກດມະນີ

73

ຕ້ອງຂໍສະແດງຄວາມຍິນດີນໍາຊ້ອນ 2 ເລີຍ ກັບ ສາວ ປຸ້ຍ ເກດມະນີ ວົງປະເສີດ ນາງສາວນະຄອນຫຼວງ 2019 ທີ່ໄດ້ຈົບການສຶກສາ ປະລິນຍາຕີແລ້ວ ພ້ອມໄດ້ຮັບໃບປະກາສະນີຍະບັດແດງ ສາຂາ ເສດຖະສາດພາກລັດ ຄະນະເສດຖະສາດ ທີ່ ມະຫາວິທະຍາໄລແຫ່ງຊາດຫາກໍ່ໄປຮັບມາມື້ວານນີ້ 18 ກັນຍາ 2019.

*

*

ປຸ້ຍ ເກດມະນີ ບອກຄັດລັບການຮຽນກັບກັບທີມຂ່າວເສດຖະກິດ-ການຄ້າພວກເຮົາວ່າ: ການວາງແຜນໃນການຮຽນ ແລະເຮັດວຽກໄປພ້ອມເປັນສິ່ງສຳຄັນຫຼາຍ ສຳລັບ ປຸ້ຍ ການຮຽນຕ້ອງມາກ່ອນສະເຫມີແຕ່ບໍ່ແມ່ນວ່າເຮົາຈະລືມວຽກ ໝາຍຄວາມວ່າຖ້າມີວຽກນອກເຂົ້າມານ້ອງຈະກັບເຂົ້າມາເບິ່ງຕາຕະລາງຮຽນຂອງຕົນເອງກ່ອນ ຖ້າເຮົາຮຽນຊ່ວງເຊົ້າ ເຮົາກໍຂໍຮັບວຽກຊ່ວງສວາຍຂຶ້ນໄປ, ບໍ່ດັ່ງນັ້ນກໍຂໍເປັນເສົາ-ທິດ.

*

*

*

ສໍາລັບກິດຈະກໍາແມ່ນປຸ້ຍຈະນໍາໃຊ້ເວລາວ່າງຈາກການຮຽນໃນການປະກອບສ່ວນເຂົ້າກິດຈະກໍາຂອງໂຮງຮຽນ ບໍ່ວ່າຈະເປັນການຟ້ອນ, ການເປັນພິທີກອນລວມເຖິງການປະກອບສ່ວນເຂົ້າໃນໂຄງການຊ່ວຍເຫຼືອນ້ອງໆທີ່ຢູ່ຫ່າງໄກສອກຫຼີກ.

*

*

*

ການສຶກສາຂອງນ້ອງປຸ້ຍເກດມະນີ ຍັງບໍ່ຈົບເທົ່ານີ້ ແຕ່ຍັງວາດຝັນໄວ້ໃນອະນາຄົດຢາກຈະຮຽນຕໍ່ປະລິນຍາໂທ ແຕ່ໃນຊ່ວງປີໜຶ່ງທີ່ໄດ້ຮັບຕໍາແໜ່ງນີ້ກໍຄົງຕ້ອງດໍາລົງຕໍາແໜ່ງຈົນໝົດວາລະກ່ອນ ພ້ອມທັງເຮັດວຽກໃນວົງການບັນເທີງຄວບຄູ່ໄປນໍາ.

*

*

*

ສ່ວນໄປຮຽນຕໍ່ນັ້ນຍັງບໍ່ຮູ້ຈະໄປຮຽນຕໍ່ຢູ່ປະເທດໃດ ຮຽນຫຍັງ ມີແຕ່ຖ້າຕິດຕາມຂ່າວນໍາກັນຕໍ່ໄປ.

*

*

*

*

*