ຍີ່ປຸ່ນ ເລັ່ງຄວບຄຸມພະຍາດໝູລະບາດ

33

ກະຊວງກະສິກໍາຂອງຍີ່ປຸ່ນ ກໍາລັງຫາວິທີການຄວບຄຸມການແຜ່ລະບາດຂອງພະຍາດທ້ອງຂີ້ຮາກໝູ ຫຼັງຈາກທີ່ມີການຢືນຢັນການຕິດພະຍາດເປັນຄັ້ງທໍາອິດໃນພາກພື້ນ ຄັນໂຕ ບໍລິເວນນະຄອນຫຼວງໂຕກຽວ.

ກະຊວງດັ່ງກ່າວໄດ້ຈັດກອງປະຊຸມສຸກເສີນຂຶ້ນ ເມື່ອວັນເສົາທີ່ຜ່ານມາຫຼັງຈາກທີ່ມີການກວດພົບພະຍາດໝູຢູ່ຟາມແຫ່ງໜຶ່ງໃນແຂວງໄຊຕາມະ ເມື່ອວັນສຸກ ເຊິ່ງກອງປະຊຸມເຫັນດີໃຫ້ມີການສົ່ງຄະນະແພດໄປຟາມດັ່ງກ່າວ ເພື່ອສືບຫາທີ່ມາຂອງພະຍາດລະບາດໃນຄັ້ງນີ້.

ນອກຈາກນີ້, ກະຊວງຈະພິຈາລະນາຊັກວັກແຊັງໃຫ້ກັບໝູ ຫຼັງຈາກທີ່ສຶກສາຄຸນນະພາບຂອງວິທີການດັ່ງກ່າວຕະຫຼອດຮອດຜົນກະທົບທີ່ມີຕໍ່ອຸດສາຫະກໍາ.

ໜັງສືພິມໂຢມິອູຣິ ລາຍງານວ່າ: ທາງການຍີ່ປຸ່ນ ໄດ້ຂ້າໝູ 753 ໂຕ ໃນແຂວງໄຊຕາມະ ທາງເໜືອຂອງໂຕກຽວ ຫຼັງພົບການລະບາດຂອງພະຍາດຮ້າຍດັ່ງກ່າວ. ນອກຈາກນີ້, ແຂວງໄຊຕາມະ ຍັງໄດ້ຕັດສິນໃຈທີ່ຈະຍົກເລີກການສົ່ງໝູຈາກຟາມສອງແຫ່ງໃນພື້ນທີ່ມີການຕິດພະຍາດ.

ຂະນະທີ່ເມື່ອປີກ່ອນ, ຍີ່ປຸ່ນ ໄດ້ຢືນຢັນການລະບາດຂອງພະຍາດທ້ອງຂີ້ຮາກໝູໃນປະເທດເປັນຄັ້ງທໍາອິດໃນຮອບ 26 ປີ ໂດຍກວດພົບພະຍາດຢູ່ຟາມແຫ່ງໜຶ່ງໃນແຂວງກິຟຸ ທາງພາກກາງຂອງ ຍີ່ປຸ່ນ.