ຕຳຫຼວດເກັ່ງ! ມອບຄືນລົດເຈົ້າຂອງເດີມ ຫຼັງຖືກຄົນຮ້າຍລັກໄປ

117

ເປັນອີກໜຶ່ງຜົນງານໜ້າຊື່ນຊົມ ຂອງອ້າຍນ້ອງຕຳຫຼວດ ບໍລິຄຳໄຊ ທີ່ໄດ້ປະຕິບັດໜ້າທີ່ຢ່າງຫ້າວຫັນ ສາມາດນຳລົດທີ່ຖືກຄົນຮ້າຍລັກໄປ ກັບມາມອບໃຫ້ເຈົ້າຂອງເດີມໄດ້ສຳເລັດ.

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ໃນລະຫວ່າງເດືອນ ສິງຫາ 2019 ຜ່ານມາ ໄດ້ມີຜູ້ເສຍຫາຍມາແຈ້ງກັບເຈົ້າໜ້າທີ່ວ່າ ມີຄົນຮ້າຍມາລັກລົດຈັກຂອງຕົນ ຍີ່ຫໍ້ເວັບ 100 ສີຟ້າດຳ ທີ່ຈອດໄວ້ຢູ່ໜ້າເຮືອນ. ສະນັ້ນ, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ຈຶ່ງລົງສົມທົບກັບພາກສ່ວນກ່ຽວຂ້ອງລົງກວດກາ ແລະ ຕິດຕາມເປົ້າໝາຍ ຈຶ່ງສາມາດຮູ້ໄດ້ວ່າ: ລົດຈັກຄັນດັ່ງກ່າວຢູ່ນຳ ທ້າວໄຊ ອາຍຸ 21 ປີ ຢູ່ບ້ານຫ້ວຍເພັດ, ເມືອງປາກກະດິງ ແຂວງ ບໍລິຄຳໄຊ.

ຜ່ານການສືບສວນ-ສອບສວນ ທ້າວໄຊ ໃຫ້ການວ່າ: ໃນຄັ້ງວັນທີ ເດືອນ ໃດບໍ່ຈື່ໃນປີ 2019 ຕົນໄດ້່ໄປຊື້ລົດຈັກເວັບ 100 ສີຟ້າດຳ ບໍ່ມີໝາຍເລກທະບຽນ ນຳທ້າວເສີດ ຢູ່ບ້ານຫ້ວຍເພັດ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊໃນລາຄາ 12.000 ບາດ ກັບ 150.000 ກີບ ຈຸດປະສົງແມ່ນຊື້ມານຳໃຊ້. ພາຍຫຼັງທີ່ຕົນໄດ້ລົດມາປະມານ 1 ອາທິດ. ຕົກມາຮອດວັນທີ 19 ສິງຫາ 2019 ຕົນຈຶ່ງໄດ້ຂີ່ລົດຈັັກຄັນດັ່ງກ່າວໄປຫາທ້າວ ແລດເຕີ ແລະ ທ້າວໂນ່ ຢູ່ເຮືອນເຊິ່ງເປັນໝູ່ຂອງຜູ້ກ່ຽວ.

ຈາກນັ້ນ, ຕົນຈຶ່ງບອກໃຫ້ທ້າວ ແລັດເຕີ ຕິດຕໍ່ຂາຍລົດຈັກທີ່ຊື້ມາໃຫ້ ໃນລາຄາ 17.000 ບາດ ພໍມາຮອດເວລາ 14:00 ໂມງ ຈຶ່ງໄດ້ເອົາລົດຄັນທີ່ຊື້ມາໃຫ້ທ້າວ ແລັດເຕີ ກັບທ້າວໂນ່ ຂີ່ອອກໄປຮັບຄົນທີ່ຈະມາຊື້ ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ເຫັນວ່າ: ທ້າວໄຊ ແມ່ນມີເຈດຕະນາຊືຂາຍຊັບຂອງພົນລະເມືອງ ທີ່ບໍຖືກຕ້ອງເຊິ່ງຜິດຕໍ່ກົດໝາຍອາຍາມາດຕາ 244. ສະນັ້ນ, ມາໃນຕອນບ່າຍວັນທີ 17 ສິງຫາ 2019 ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ຈຶ່ງໄດ້ມອບລົດຄັນດັ່ງກ່າວໃຫ້ເຈົ້າຂອງເດີມ ເຊິ່ງຕ່າງໜ້າກ່າວມອບໂດຍ ພັນໂທ ຄຳໄພ ແສນສົມບັດ ຫົວໜ້າພະແນກສຶບສວນ-ສອບສວນ ປກສ ແຂວງ ກ່າວຮັບໂດຍ ທ່ານ ຄຳປະເສີດ ໄຊຍະແສນ ເຈົ້າຂອງລົດ. ສ່ວນຜູ້ກະທຳຜິດ ທາງເຈົ້າໜ້າທີ່ຈະສືບຕໍ່ຕິດຕາມ ເພື່ອນຳຈັບຕົວມາດຳເນີນຄະດີ ຕາມລະບຽບກົດໝາຍ.