ນາກາຍ-ນໍ້າເທີນ ໜຶ່ງສະຖານທີ່ຄວນໄປສຳຜັດ ຈັກຄັ້ງໃນຊີວິດ

419

ທ່ານຮູ້ຫຼືບໍປີ 2019 ນີ້, ລັດຖະບານລາວ ໄດ້ປະກາດສ້າງຕັ້ງອຸທິຍານແຫ່ງຊາດສອງແຫ່ງຄື: ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ເຊິ່ງມີເນື້ອທີ່ 414 ເຮັກຕາ ຕັ້ງຢູ່ລະຫວ່າງກາງ ແຂວງຊຽງຂວາງ ກັບແຂວງຫົວພັນ ແລະ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຕັ້ງຢູ່ແຂວງບໍລິຄໍາໄຊ ແລະ ແຂວງ ຄໍາມ່ວນ.

ในภาพอาจจะมี ท้องฟ้า, สถานที่กลางแจ้ง, ธรรมชาติ และน้ำ

ອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ຕັ້ງຢູ່ແຂວງ ຄຳມ່ວນ ກວມເອົາ 3 ເມືອງຄື: ເມືອງ ນາກາຍ, ເມືອງຍົມມະລາດ ແລະ ເມືອງບົວລະພາ ແລະ ແຂວງ ບໍລິຄໍາໄຊຄື: ເມືອງ ຄໍາເກີດ. ອຸທິຍານແຫ່ງນີ້ ມີເນື້ອທີ່ທັງໝົດ 427.770 ເຮັກຕາ (ສີ່ຮ້ອຍຊາວເຈັດພັນ ເຈັດຮ້ອຍ ເຈັດສິບ ເຮັກຕາ)

ในภาพอาจจะมี ท้องฟ้า, ภูเขา, สถานที่กลางแจ้ง, ธรรมชาติ และน้ำ

ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ທີ່ສຳຄັນຂອງແຂວງ ເນື່ອງຈາກມີປ່າໄມ້ປົກຄຸມຂຽວຕະຫຼອດປີ, ມີຊີວະນານາພັນອາໄສຢູ່ຫຼວງຫຼາຍ. ພ້ອມດຽວກັນນັ້ນ, ຍັງມີສະຖານທີ່ທ່ອງທ່ຽວຫຼາຍບ່ອນທີ່ງົດງາມຕະການຕາ ເປັນຕົ້ນແມ່ນ ອ່າງນໍ້າເຂື່ອນນໍ້າເທີນ 2, ທ່າລັ່ງ ແລະ ສະຖານທີ່ອື່ນໆອີກຫຼາຍບ່ອນທີ່ຄອງຄອຍຖ້າທ່ານໄປສຳຜັດ, ຫາກໃຜໄດ້ໄປອຸທິຍານແຫ່ງນີ້ຮັບຮອງວ່າບໍ່ຜິດຫວັງຢ່າງແນ່ນອນ ເພາະສະຖານທີ່ແຫ່ງນີ້ມີອາກາດບໍລິສຸດ ເໝາະສົມແກ່ການພັກຜ່ອນຢ່ອນໃຈ ຂອງນັກທ່ອງທ່ຽວທັງຫຼາຍ.

ในภาพอาจจะมี ท้องฟ้า, ภูเขา, สถานที่กลางแจ้ง, ธรรมชาติ และน้ำ

ສະນັ້ນ, ອີງຕາມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດລາວ ສໍາລັບປີ 2019 ຈຶ່ງໄດ້ກໍານົດໃຫ້ ອຸທິຍານແຫ່ງຊາດ ນໍ້າແອັດ-ພູເລີຍ ແລະ ອຸທິຍານແຫ່ງຊາດ ນາກາຍ – ນໍ້າເທີນ ເປັນຕົວແບບໃນການຈັດຕັ້ງອຸທິຍານແຫ່ງຊາດແກ່ເຂດອື່ນໆໃນປະເທດລາວ. ຄຽງຄູ່ກັນນີ້, ກໍ່ແນໃສ່ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.

ในภาพอาจจะมี ท้องฟ้า, สถานที่กลางแจ้ง, ธรรมชาติ และน้ำ

ດັ່ງນັ້ນ, ການປະກາດເຂດອຸທິຍານທັງສອງແຫ່ງນີ້ ຈະຊ່ວຍດຶງດູດນັກທ່ອງທ່ຽວເຂົ້າຢ້ຽມຊົມປະເທດລາວຫຼາຍຂຶ້ນ ພ້ອມທັງຊ່ວຍເຮັດໃຫ້ລັດຖະບານ ຮັກສາຄວາມສະຖຽນລະພາບການເຕີບໂຕທາງດ້ານເສດຖະກິດ ແລະ ການປົກຮັກສາຊັບພະຍາກອນທໍາມະຊາດແບບຍືນຍົງໄດ້.

ในภาพอาจจะมี สถานที่กลางแจ้ง, ธรรมชาติ และน้ำ