ຜົນກະທົບຈາກອະຫິວາໝູລະບາດ ອາຊີອາດຈະຂາດແຄນຊີ້ນໝູ ແລະ ລາຄາທີ່ແພງຂຶ້ນ

19 Sep 2019

ຄລິກແຊຣ໌ 0 Facebook WhatsApp

ຫຼາຍປະເທດໃນອາຊີ ໄດ້ຂ້າໝູແລ້ວ ກວ່າ 5 ລ້ານໂຕ ຫຼັງມີການແຜ່ລະບາດພະຍາດອະຫິວາໝູອາຟຣິກາ ສົ່ງຜົນໃຫ້ຊີ້ນໝູຂາດແຄນ ລາຄາສູງຂຶ້ນ ຊາວກະສິກອນຜູ້ລ້ຽງໝູລາຍຍ່ອຍກະທົບໜັກຫຼາຍທີ່ສຸດ.

ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO: Food and Agriculture Organization) ລາຍງານວ່າ ຂະນະນີ້ ຫຼາຍປະເທດໃນອາຊີເຊັ່ນ: ຈີນ, ເກົາຫຼີໃຕ້, ມົງໂກເລຍ, ຫວຽດນາມ, ກຳປູເຈຍ, ລາວ, ຟີລິບປິນ ກຳລັງຜະເຊີນກັບວິກິດພະຍາດອະຫິວາໝູອາຟຣິກາຮ້າຍແຮງ ໂດຍສະເພາະໃນປະເທດຈີນ, ຫວຽດນາມ ແລະ ມົງໂກເລຍ ທີ່ຕ້ອງຂ້າໝູ ຫຼື ມີໝູທີ່ຕາຍແລ້ວ ຫຼາຍກວ່າ 10% ຂອງຈຳນວນປະຊາກອນໝູທັງໝົດຂອງແຕ່ລະປະເທດ.

ในภาพอาจจะมี หนึ่งคนขึ้นไป, สุนัข และสถานที่กลางแจ้ง

ຈີນ ເປັນປະເທດທຳອິດໃນອາຊີທີ່ຖືກເຊື້ອອະຫິວາໝູອາຟຣິກາ (ASF: African swine fever) ແຜ່ລະບາດ ໂດຍກະຊວງກະສິກຳ ແລະ ຊົນນະບົດ ໄດ້ຢືນຢັນການລະບາດຄັ້ງທຳອິດ ໃນມົນທົນຫຼຽວໜິງ ເມື່ອວັນທີ 3 ສິງຫາ ປີ 2018 ເປັນຕົ້ນມາ ກໍ່ໄດ້ແຜ່ລະບາດໄປສູ່ 32 ມົນທົນ ຈົນເຈົ້າໜ້າທີ່ຈຳເປັນຕ້ອງຂ້າໝູຖິ້ມ ກວ່າ 1,17 ລ້ານໂຕ ແລະ ຈຳນວນດັ່ງກ່າວອາດຈະເພີ່ມຂຶ້ນເຖິງ 200 ລ້ານໂຕ.

ในภาพอาจจะมี หนึ่งคนขึ้นไป

ສະຖະນະການລະບາດຂອງບັນດາປະເທດໃກ້ຄຽງເຊັ່ນ ຫວຽດນາມບໍ່ຮ້າຍແຮງຄືກັບຈີນ ນັບຕັ້ງແຕ່ກວດພົບການລະບາດເກີດຂຶ້ນເມື່ອເດືອນກຸມພາ 2019 ເປັນຕົ້ນມາ ພະຍາດອະຫິວາໝູອາຟຣິກາ ໄດ້ລະບາດໄປທົ່ວ 63 ແຂວງໃນປະເທດວຽດນາມ ຈຶ່ງຈຳເປັນຕ້ອງຂ້າໝູຖິ້ມ ປະມານ 4,7 ລ້ານໂຕ ສ່ວນປະເທດກຳປູເຈຍ ກວດພົບການລະບາດໃນ 5 ແຂວງ ຕັ້ງແຕ່ເດືອນເມສາ.

ในภาพอาจจะมี สถานที่กลางแจ้ง และธรรมชาติ

ປະເທດລາວ ກວດພົບການລະບາດຄັ້ງທຳອິດເກີດຂຶ້ນຢູ່ແຂວງສາລະວັນ ເມື່ອເດືອນມິຖຸນາ ຜ່ານມາ ລາຍງານໝູຕິດເຊື້ອ 94 ຄັ້ງ ໃນ 15 ແຂວງ ພົບໝູຕາຍ ຫຼື ຂ້າຖິ້ມ ກວ່າ 25.000 ໂຕ. ຂະນະທີ່ ທາງການຟີລິບປິນຢືນຢັນວ່າ ກວດພົບການຕິດເຊື້ອອະຫິວາໝູ ຄັ້ງທຳອິດໃນປະເທດ ເມື່ອເດືອນກໍລະກົດ ຜ່ານມາ ເຊິ່ງກ່ອນໜ້ານີ້ ມີການແຜ່ລະບາດຢູ່ໃນແຂວງຣີຊັລ ແລະ ບູລາກັນ ໃກ້ກັບນະຄອນຫຼວງມະນິລາ ທາງການໄດ້ສັ່ງໃຫ້ກຳຈັດໝູແລ້ວ 7.952 ໂຕ ສ່ວນປະເທດມຽນມາໄດ້ກວດພົບການຕິດເຊື້ອ ເມື່ອຕົ້ນເດືອນສິງຫາຜ່ານມາ ຢູ່ລັດສານ ຂະນະທີ່ ເມື່ອວັນອັງຄານ ທີ 17 ກັນຍາ ຜ່ານມາ ກະຊວງກະສິກຳເກົາຫຼີໃຕ້ ອອກຖະແຫຼງການ ກ່ຽວກັບການປິດຟາມຢ່າງໜ້ອຍ 3 ແຫ່ງ ໃນເມືອງປາຈູ ເຊິ່ງຢູ່ທາງພາກເໜືອສຸດຂອງປະເທດ ໃກ້ກັບຊາຍແດນປະເທດເກົາຫຼີເໜືອ ເພື່ອກຽມກຳຈັດໝູ ທັງໝົດ 3.950 ໂຕ ພາຍຫຼັງທີ່ກວດພົບ ໝູ ຢ່າງໜ້ອຍ 5 ໂຕຈາກຟາມ 1 ໃນ 3 ແຫ່ງ ຕາຍ ຍ້ອນພະຍາດອະຫິວາໝູອາຟຣິກາ.

ຈີນເປັນປະເທດທີ່ບໍລິໂພກ ແລະ ຜະລິດໝູ ລາຍໃຫຍ່ທີ່ສຸດຂອງໂລກ. ອີງຕາມຂໍ້ມູນຂອງກະຊວງກະສິກຳສະຫະລັດ ໂດຍ ຈີນ ລ້ຽງໝູປະມານ 433 ລ້ານໂຕທົ່ວປະເທດ ແລະ ປີທີ່ຜ່ານມາ ໝູເຫຼົ່ານີ້ບໍ່ໄດ້ນຳເຂົ້າທ້ອງຕະຫຼາດຫຼາຍກວ່າ 100 ລ້ານໂຕ ເນື່ອງຈາກທັງການຕາຍຍ້ອນພະຍາດອະຫິວາໝູອາຟຣິກາ ແລະ ຊາວກະສິກອນບໍ່ເລີ່ມລ້ຽງໝູຊຸດໃໝ່ ເພື່ອທົດແທນໝູທີ່ຕາຍ ສົ່ງຜົນໃຫ້ລາຄາຊີ້ນໝູໃນຕະຫຼາດ ເພີ່ມຂຶ້ນກວ່າ 70%.

ในภาพอาจจะมี หนึ่งคนขึ้นไป

ບໍ່ພຽງແຕ່ລາຄາຊີ້ນໝູທີ່ສູງຂຶ້ນເທົ່ານັ້ນ ວິກິດພະຍາດອະຫິວາໝູອາຟຣິກາ ຍັງສົ່ງຜົນກະທົບໃຫ້ຊີ້ນໝູຂາດແຄນໃນຕະຫຼາດ ຈົນທາງການທ້ອງຖິ່ນຢ່າງໜ້ອຍ 4 ແຫ່ງ ຄື ມົນທົນໄຫໜານ ຫຼື ໄຫຫຼໍາ, ມົນທົນຟູຈຽນ, ມົນທົນກວາງຊີຈ້ວງ ແລະ ມົນທົນຈີ້ໜານ ເຊິ່ງມີປະຊາກອນລວມກັນປະມານ 130 ລ້ານຄົນ ໄດ້ນຳເອົາຊີ້ນໝູແຊ່ແຂງໄວ້ອອກມາຂາຍໃນຕະຫຼາດ ເພື່ອແກ້ໄຂບັນຫາການຂາດແຄນຊີ້ນໝູ ແລະ ບໍ່ໃຫ້ລາຄາສູງຂຶ້ນ. ໂດຍຫຼ້າສຸດເມື່ອບໍ່ດົນມານີ້ ລັດຖະບານໄດ້ປະກາດວ່າ ຈະນຳເອົາຊີ້ນໝູແຊ່ແຂງສຳຮອງຂອງປະເທດ ອອກມາຂາຍອີກ 10 ພັນໂຕ້ນ.

ไม่มีคำอธิบายรูปภาพ

ນອກຈາກນີ້, ຈີນຈຳເປັນຕ້ອງນຳເຂົ້າຊີ້ນໝູແຊ່ແຂງຈາກຕ່າງປະເທດ ໂດຍສະເພາະການນຳເຂົ້າຈາກເອີຣົບ ທີ່ເພີ່ມຂຶ້ນ 37% ໄລຍະເດືອນມັງກອນ – ເມສາ ຜ່ານມາ ລວມທັງຈາກສະຫະລັດ ອາເມລິກາ ອີງຕາມຂໍ້ມູນຈາກກົມພາສີຈີນ ພົບວ່າ ເມືອເດືອນພຶດສະພາ ຜ່ານມາ ຈີນ ນຳເຂົ້າໝູຈາກສະຫະລັດ ອາເມລິກາ ສູງທີ່ສຸດໃນຮອບ 1 ປີ ເຊິ່ງສູງກວ່າ ໄລຍະກ່ອນທີ່ຈີນຈະມີມາດຕະການຮຽກເກັບພາສີສິນຄ້ານຳເຂົ້າຈາກສະຫະລັດ ເປັນ 62% ເມື່ອປີຜ່ານມາ ເສຍອີກ.

ไม่มีคำอธิบายรูปภาพ

ນອກຈາກຈີນແລ້ວ ການຕາຍຂອງໝູຍັງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງດ້ານອາຫານໃນປະເທດໃກ້ຄຽງ ໂດຍສະເພາະໃນປະເທດຫວຽດນາມ ທີ່ບໍລິໂພກຊີ້ນໝູ 75% ຂອງເນື້ອສັດທັງໝົດ ຂະນະທີ່ ກຳປູເຈຍອາດຈະຮ້າຍແຮງກວ່າ ນັກວິທະຍາສາດຂອງລັດສະແດງຄວາມກັງວົນວ່າ ຖ້າບໍ່ສາມາດຄວບຄຸມການລະບາດໄດ້ ໝູໃນກຳປູເຈຍອາດຈະຕາຍໝົດປະເທດ.

ການລະບາດຂອງພະຍາດອະຫິວາໝູອາຟຣິກາ ຍັງມີແນວໂນ້ມສົ່ງຜົນກະທົບຕໍ່ຕະຫຼາດຊີ້ນໝູທົ່ວໂລກ ເນື່ອງຈາກຄວາມຕ້ອງການທີ່ເພີ່ມຂື້ນຂງປະເທດຈີນ ຈະເຮັດໃຫ້ລາຄາຊີ້ນໝູໃນທົ່ວໂລກເພີ່ມຂຶ້ນເຊັ່ນກັນ.

 

 

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ