ມ່ວນຕໍ່ປີທີ 3 ກັບ ບານເຕະນັກຮຽນສາມັນ ໂຄປາ ໂຄຄາ-ໂຄລາ ມີຫຼາຍກວ່າ 100 ທີມຮ່ວມຊີງໄຊ

149

ການແຂ່ງຂັນບານເຕະນັກຮຽນສາມັນລາຍການ ໂຄປາ ໂຄຄາ-ໂຄລາ ຮຸ່ນອາຍຸບໍ່ເກີນ 16 ປີ ( COPA Coca-Cola Laos U16 ) ຄັ້ງທີ 3 ປະຈໍາປີ 2019 ມີ 119 ທີມຈາກໂຮງຮຽນສາມັນໃນ 9 ຕົວເມືອງຂອງ ນະຄອນຫຼວງວຽງຈັນ ຮ່ວມຊີງໄຊລະຫວ່າງວັນທີ 27 ກັນຍາ – 11 ຕຸລາ 2019.

ທ່ານ ເດຍໂກ ລິມາ ( Diego Lima ) ຜູ້ຈັດການທົ່ວໄປຂອງບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕລິງ ຈໍາກັດ ກ່າວໃນພິທີຖະແຫຼງຂ່າວຈັດການແຂ່ງຂັນເມື່ອວັນທີ 18 ກັນຍາ 2019 ວ່າ: ສໍາລັບເຫດຜົນໃນການປ່ຽນຈາກການແຂ່ງຂັນແບບ 11 ຄົນມາແຂ່ງຂັນແບບ 7 ຄົນ ເຊື່ອວ່າຈະເຮັດໃຫ້ເດັກນ້ອຍໄດ້ມາຫຼິ້ນນໍາກັນຫຼາຍຂຶ້ນໃນອີກຮູບແບບໜຶ່ງ ເພາະການຫຼິ້ນແບບ 11 ຄົນແມ່ນການແຂ່ງຂັນແບບມືອາຊີບ, ແຕ່ການແຂ່ງຂັນ 7 ຄົນຈະສາມາດເຮັດໃຫ້ສາຍພົວພັນເຊິ່ງກັນແລະກັນ ລວມເຖິງໄດ້ໃຫ້ຜູ້ປົກຄອງທີ່ໄດ້ຊົມໄດ້ດີຍິ່ງຂຶ້ນ, ພິເສດປີນີ້ທາງ ບໍລິສັດ ລາວ ໂຄໂຄາ-ໂຄລາ ຍັງມີເງິນລາງວັນສໍາລັບແຊັມ ແລະ ຮອງແຊັມ ທັງທີມຍິງ ແລະ ຊາຍ ເພື່ອພັດທະນາໂຄງການໃດໜຶ່ງຂອງໂຮງຮຽນລວມມູນຄ່າ 261 ລ້ານກີບ.

ໂດຍທີມເຂົ້າຮ່ວມປະກອບມີ: ທີມຍິງ 42 ທີມ ແລະ ທີມຊາຍ 77 ທີມຈາກ 9 ຕົວເມືອງທົ່ວນະຄອນຫຼວງຄື: ເມືອງຈັນທະບູລີ ຊາຍ 7 ທີມ ແລະ ທີມຍິງ 3 ທີມ; ເມືອງໄຊເສດຖາ ຊາຍ 12 ທີມ ແລະ ຍິງ ຖ ທີມ; ເມືອງສີສັດຕະນາກ ຊາຍ 12 ທີມ ແລະ ຍິງ 5 ທີມ; ເມືອງໄຊທານີ ຊາຍ 4 ທີມ ແລະ ຍິງ 3 ທີມ; ເມືອງປາກງຶ່ມ ຊາຍ 9 ທີມ ແລະ ຍິງ 9 ທີມ; ເມືອງຫາດຊາຍຟອງ ຊາຍ 4 ທີມ ແລະ ຍິງ 2 ທີມ; ເມືອງສີໂຄດຕະບອງ ຊາຍ 8 ທີມ; ເມືອງນາຊາຍທອງ ຊາຍ 12 ທີມ ແລະ ຍິງ 12 ທີມ; ເມືອງສັງທອງ ຊາຍ 4 ທີມ ແລະ ຍິງ 4.

ສໍາລັບ ຮູບແບບແຂ່ງຂັນປີນີ້ຈັດແຂ່ງຂັນແບບ 7 ຄົນ ແລະ ເສຍຕົກຮອບທັນທີ ເພື່ອເອົາທີມທີດີທີ່ສຸດຕົວແທນຂອງແຕ່ລະເມືອງລະ 1 ທີມ ຈາກ 9 ຕົວເມືອງຈະໄດ້ ທີມຍິງ 9 ທີມ ແລະ ທີມຊາຍ 9 ທີມ ເຂົ້າມາແຂ່ງຂັນຮອບສຸດທ້າຍ ໂດຍໃຊ້ 3 ສະໜາມຈັດແຂ່ງຂັນຄື: ລະຫວ່າງວັນທີ 28 ກັນຍາ – 4 ຕຸລາແຂ່ງຂັນຂັ້ນເມືອງໃຊ້ສະໜາມກູດໄລ້ ແລະ ນິວອາລີນາ, ລະຫວ່າງວັນທີ 7-8 ຕຸລາ ແຂ່ງຂັນຂັ້ນນະຄອນຫຼວງ ແລະ ວັນທີ 11 ຕຸລາ 2019 ນັດຊີງອັນດັບ 3 ແລະ ຊີງຊະນະເລີດໃຊ້ສະໜາມລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ.