ຫຼາຍປະເທດອາຊີ ນໍານໍ້າມັນສໍາຮອງອອກມາໃຊ້

45

ປະເທດທີ່ນໍາເຂົ້ານໍ້າມັນລາຍໃຫຍ່ຈາກ ຊາອຸດິດ ອາຣັບບີ ເຊັ່ນ: ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ມີນະໂຍບາຍຮອງຮັບຜົນກະທົບຈາກການຫຼຸດກໍາລັງການຜະລິດນໍ້າມັນດິບຂອງ ຊາອຸດິດ ອາຣັບບີ ໂດຍ ຈີນ ມີປະລິມານນໍ້າມັນດິບສໍາຮອງ ປະມານ 325 ລ້ານບາເຣວ ພຽງພໍທີ່ຈະນໍາມາໃຊ້ໄດ້ 33 ວັນ, ສ່ວນ ສ.ເກົາຫຼີ ຄາດຄະເນວ່າຈະບໍ່ໄດ້ຮັບຜົນກະທົບໃນໄລຍະສັ້ນ, ແຕ່ກໍບໍ່ປະໝາດໂດຍລັດຖະບານກໍາລັງພິຈາລະນາທີ່ຈະໃຊ້ນໍ້າມັນທາງຍຸດທະສາດທີ່ມີຢູ່ 96 ລ້ານບາເຣວ ເທົ່າກັບມີນໍ້າມັນດິບ 90 ວັນ ຫາກການຈັດຫານໍ້າມັນດິບຂອງປະເທດເກີດບັນຫາ.

ຂະນະທີ່ ຍີ່ປຸ່ນ ອາດຈະພິຈາລະນາປ່ອຍນໍ້າມັນດິບຈາກສາງນໍ້າມັນສໍາຮອງປ້ອນຕະຫຼາດ ເພືື່ອໃຫ້ໝັ້ນໃຈວ່າມີປະລິມານນໍ້າມັນພຽງພໍ ຫຼັງຈາກເກີດເຫດໂຈມຕີໂຮງກັ່ນນໍ້າມັນໃນ ຊາອຸດິດ ອາຣັບບີ ໂດຍ ຍີ່ປຸ່ນ ອາດຈະພິຈາລະນາປ່ອຍນໍ້າມັນຈາກສາງສໍາຮອງ ຖ້າສະຖານະການມີຄວາມຈໍາເປັນຫຼັງເຫດໂຈມຕີໂຮງກັ່ນ 2 ແຫ່ງເຮັດໃຫ້ກໍາລັງການຜະລິດນໍ້າມັນຂອງ ຊາອຸດິດ ອາຣັບບີ ຫຼຸດລົງເຄິ່ງໜຶ່ງ.

ກ່ອນໜ້ານີ້, ຍີ່ປຸ່ນ ລາຍງານວ່າ: ມີປະລິມານນໍ້າມັນສໍາຮອງພຽງພໍທີ່ຈະໃຊ້ໃນປະເທດຍາວນານ 230 ວັນ ແລະ ທາງກະຊວງອຸດສາຫະກໍາຈະໃຫ້ ຄວາມຮ່ວມມືກັບອົງການພະລັງງານສາກົນ ຫຼື ໄອອີເອ ແລະ ປະເທດອື່ນໆ ເພື່ອປ່ອຍນໍ້າມັນສໍາຮອງປ້ອນຕະຫຼາດ.

ຄວາມເຄື່ອນໄຫວໃນຄັ້ງນີ້ ເກີດຂຶ້ນຫຼັງຈາກລັດຖະບານອາເມຣິກາ ມີຄໍາສັ່ງໃຫ້ນໍານໍ້າມັນສໍາຮອງຂອງປະເທດອອກມາໃຊ້ທາງຍຸດທະສາດ ຫຼັງຈາກເກີດເຫດໂຈມຕີໂຮງກັ່ນນໍ້າມັນໃນ ຊາອຸດິດ ອາຣັບບີ ເມື່ອບໍ່ດົນມານີ້.