ອາການຫູອື້ເປັນປະຈຳ ສົ່ງຜົນເສຍຕໍ່ຮ່າງກາຍ ຫຼື ບໍ່?

343

ເຊື່ອວ່າຫຼາຍຄົນຕ້ອງເຄີຍເປັນຄືກັນແນ່ນອນ ໃນເວລາຂຶ້ນຍົນ ຫຼື ຂຶ້ນໄປສະຖານທີ່ສູງໆ ມັກຈະເກີດອາການຫູອື້ຂຶ້ນມາ ແຕ່ບາງຄົນອາດເກີດມີອາການຫູອື້ໄດ້ແບບງ່າຍໆ ແລະ ເປັນຫຼາຍຄັ້ງເກີນໄປຈົນເຮັດໃຫ້ເກີດຄວາມກັງວົນຂຶ້ນວ່າມີສິ່ງໃດຜິດປົກກະຕິ ຫຼື ບໍ່ ແລະ ຈະເປັນອັນຕະລາຍຕໍ່ສຸຂະພາບບໍ່?.

ໂດຍປົກກະຕິແລ້ວເມື່ອຂຶ້ນບ່ອນສູງ ຫຼື ຂຶ້ນຍົນແຮງກົດດັນຂອງອາກາດຈະປ່ຽນແປງ ແລະ ບາງເທື່ອຖ້າມີການປ່ຽນແຮງດັນທີ່ໄວຂຶ້ນ ຈຶ່ງເຮັດໃຫ້ຫູປັບໄດ້ຊ້າກວ່າປົກກະຕິ ເຊິ່ງຕ້ອງອາໄສການກືນນ້ຳລາຍ, ການເປົ່າປາກ ຫຼື ເໜັງຄໍ ເພື່ອໃຫ້ທໍ່ປັບຄວາມດັນຫູເປີດ ແລະ ສາມາດປັບຄວາມດັນໄດ້. ຖ້າອາການຫູອື້ເປັນແບບຊົ່ວຄາວ ແລະ ສາມາດເຮັດໃຫ້້ເຊົາໄດ້ໂດຍການກືນນ້ຳລາຍຈະບໍ່ມີອັນຕະລາຍໃດໆໃຫ້ຕ້ອງກັງວົນ.

ແຕ່ຖ້າອາການຫູອື້ເປັນຕະຫຼອດມື້ພ້ອມທັງຮ່ວມກັບອາການເຈັບຫູ ແລະ ມີສຽງຜິດປົກກະຕິເກີດຂຶ້ນໃນຫູ ເມື່ອເປັນອາການແບບນີ້ແນະນຳໃຫ້ປຶກສາແພດດ່ວນ ເນື່ອງຈາກເປັນອາການຂອງຫູຊັ້ນກາງອາດເກີດການອັກເສບ, ເຍື່ອແກ້ວຫູຜິດປົກກະຕິ ຫຼື ເສັ້ນປະສາດຫູເສື່ອມກໍເປັນໄປໄດ້.

ສະຫຼຸບແລ້ວຖ້າອາການຫູອື້ແບບຊົ່ວຄາວໃນເວລາຂຶ້ນລິບ ຫຼື ຂຶ້ນຍົນ ພຽງແຕ່ກືນນ້ຳລາຍກໍຈະເຊົາໄປເອງ ແບບນີ້ແມ່ນບໍ່ກັງວົນໃຈເທົ່າໃດ ແຕ່ຖ້າອາການໜັກກວ່ານີ້ແຖມຍັງເຈັບຫົວນຳອີກຄວນໄປປຶກສາແພດທັນທີ ເພື່ອຄວາມປອດໄພ ແລະ ຫາວິທີແກ້ໄຂໄດ້ທັນການ.

( ຂໍ້ມູນຈາກ: mahosot.com )

[ ຮຽບຮຽງ: ນຸ້ມນິ້ມ ]