ອົ່ວໜໍ່ໄມ້ຍັດໄສ້ໝູບົດ

295

ລາຍການອາຫານມື້ນີ້ ອົ່ວໜໍ່ໄມ້ຍັດໄສ້ໝູບົດ ໂດຍມີສ່ວນປະສົມຈາກສະໝຸນໄພພື້ນບ້ານຊ່ວຍເພີ່ມກິ່ນຫອມ ແລະ ຍັງດີຕໍ່ສຸຂະພາບອີກດ້ວຍ.

ສ່ວນປະສົມ: ໜໍ່ໄມ້ໄລ່ 1 ກິໂລກຣາມ ຫຼື ປະມານ 5 – 6 ໜໍ່, ຊີ້ນໝູບົດ 300 ກຣາມ, ຫົວສີໃຄ 2 ຫົວ, ຫົວຜັກບົ່ວແດງ 2 ຫົວ, ກະທຽມ 2 ກີບ, ໝາກເຜັດ 5 ໜ່ວຍ, ຫົວຜັກບົ່ວໃບ 2 ຕົ້ນ, ໃບຂີ້ຫູດ 3 ໃບ,  ຜັກຊີ 2 ຕົ້ນ, ເຂົ້າເບືອ 1 ບ່ວງແກງ, ນ້ຳຕານ 1/2 ບ່ວງກາເຟ, ນ້ຳປາ 1 ບ່ວງກາເຟ, ນ້ຳປາແດກ 1 ບ່ວງແກງ.

ວິທີປຸງແຕ່ງ:

1 ປອກເປືອກໜໍ່ໄມ້ລ້າງໃຫ້ສະອາດນຳໄປຕົ້ມ ປະມານ 2 ນ້ຳ ຫຼື ຈົນໜໍ່ໄມ້ຈືດ ( ສຳລັບໜໍ່ໄມ້ແມ່ນຈະໃຊ້ໜໍ່ຫຍັງກໍໄດ້ ແຕ່ໃຫ້ເນັ້ນໜໍ່ໄມ້ທີ່ທາງກາງບໍ່ແໜ້ນເພາະຈະຍັດໄສ້ໄດ້ໜ້ອຍ ) ປະໄວ້ໃຫ້ເຢັນເອົາມີດ ຫຼື ໄມ້ມາຂູດໃຫ້ມັນເປັນເສັ້ນໆທາງກາງ ໂດຍທີ່ບໍ່ໃຫ້ມັນຂາດອອກຈາກກັນ.

2 ກຽມປຸງໝູໄວ້ຍັດໄສ້ໂດຍເອົາໝູບົດໃສ່ຊາມປຸງລົດດ້ວຍນ້ຳຕານ, ນ້ຳປາ, ນ້ຳປາແດກ ພ້ອມທັງຕໍາໝາກເຜັດ, ກະທຽມ, ຫົວຜັກບົ່ວແດງ, ໃບຂີ້ຫູດໃສ່ຄົກຕຳໃຫ້ລະອຽດ ແລ້ວເອົາລົງໃສ່ຊາມໝູ ແລະ ຊອຍຫົວຜັກບົ່ວໃບ, ຜັກຊີຂະໜາດປະມານ 1 ຂໍ້ມື ລົງປະສົມໃຫ້ເຂົ້າກັນກຽມໄວ້.

3 ຫຼັງຈາກນັ້ນ, ຕຳເຂົ້າເບືອໃຫ້ແຫຼກປະສົມນ້ຳໜ້ອຍໜຶ່ງ ຄົນໃຫ້ເຂົ້າເບືອແຕກບໍ່ເປັນກ້ອນຈຶ່ງເອົາໃສ່ຊາມໝູຄົນໃຫ້ເຂົ້າກັນດີ ເມື່ອປຸງຮຽບຮ້ອຍເອົາມາຍັດໄສ້ທາງກາງໜໍ່ໄມ້ເອົາໃສ່ຈານທີ່ມີຂອບສູງ ແລ້ວນຳໄປໜຶ້ງປະມານ 20 – 30 ນາທີ ສາມາດກິນໄດ້ເລີຍ ຫຼື ຈະນໍາໄປຈືນກ່ອນກໍແຊບໄປອີກແບບ.

ຂໍ້ມູນຈາກ: Cooking.com

ຮຽບຮຽງ: ນຸ້ມນິ້ມ