ເດີ່ນບິນສາກົນປັກກິ່ງຕ້າຊິງ ຂອງຈີນກຽມເປີດໃຫ້ບໍລິການ ທ້າຍເດືອນນີ້

179

ສື່ທາງການຈີນລາຍງານວ່າ ຍົນຖ້ຽວທຳອິດຂອງສະໜາມບິນສາກົນປັກກິ່ງຕ້າຊິງ (PXX: Beijing Daxing International Airport) ຈະບິນຂຶ້ນຈາກຣັນເວ ຂອງສະໜາມບິນແຫ່ງນີ້ ໃນວັນສຸກ ທີ 20 ກັນຍາ ນີ້.

ລາຍງານຈາກສື່ຂອງລັດຖະບານຈີນລະບຸວ່າ ຍົນຈາກສາຍການບິນໄຊນາ ເຊົາເທິນ ແອຣ໌ບັສ ເອ380 ເຊິ່ງເປັນສ່ວນໜຶ່ງຂອງການທົດລອງລະບົບຕ່າງໆ ໃນຂະບວນການ ນໍາຍົນບິນຂຶ້ນຖ້ຽວທຳອິດ ກ່ອນທີ່ຈະມີກຳນົດ ເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນສຸກ ທີ 30 ກັນຍານີ້ ໂດຍກ່ອນໜ້ານີ້ ມີບາງສາຍການບິນໃນປະເທດຈີນໄດ້ທົດລອງລະບົບການລົງຈອດແລ້ວ.

ในภาพอาจจะมี สถานที่กลางแจ้ง

ໃນເບື້ອງຕົ້ນ ມີສາຍການບິນທ້ອງຖິ່ນຂອງຈີນ ຢ່າງໜ້ອຍ 4 ແຫ່ງ ໄດ້ຮັບອະນຸຍາດຈາກທາງສະໜາມບິນແຫ່ງໃໝ່ນີ້ ໃຊ້ເປັນຖານປະຕິບັດການບິນລະຫວ່າງປະເທດໄດ້ແກ່ ສາຍການບິນໄຊນາ ອິສເທິນ, ສາຍການບິນໄຊນາ ເຊົາເທິນ ສາຍການບິນແອຣ໌ ໄຊນາ ແລະ ສາຍການບິນນະຄອນຫຼວງປັກກິ່ງ.

ไม่มีคำอธิบายรูปภาพ

ລັດຖະບານຈີນຕັ້ງເປົ້າວ່າ ສະໜາມບິນແຫ່ງໃໝ່ນີ້ ຈະບໍ່ເປັນພຽງແຕ່ປະຕູເຂົ້າ-ອອກ ສູ່ປະເທດຈີນເທົ່ານັ້ນ ແຕ່ຍັງມີຈຸດປະສົງເພື່ອເປັນສູນກາງການບິນຂອງໂລກ ຮອງຈາກສະໜາມບິນຮາທຟິລ-ແຈັກສັນ ໃນນະຄອນແອັດແລນຕ້າ ລັດຈໍເຈຍ ປະເທດສະຫະລັດ ອາເມຣິກາ ເຊິ່ງຖືວ່າເປັນສະໜາມບິນທີ່ມີການເດີນທາງເຂົ້າ-ອອກຫຼາຍທີ່ສຸດໃນໂລກ.

ไม่มีคำอธิบายรูปภาพ

ປັດຈຸບັນ ສະໜາມບິນສາກົນນະຄອນຫຼວງປັກກິ່ງ ຖືວ່າເປັນສະໜາມບິນທີ່ຜູ້ໂດຍສານເຂົ້າ-ອອກຫຼາຍເປັນອັນດັບ 2 ຂອງໂລກ ອາຄານຜູ້ໂດຍສານທັງສາມແຫ່ງ ຕ້ອງຮອງຮັບຖ້ຽວບິນເຕັມອັດຕາຄວາມສາມາດ ກວ່າ 6 ແສນຖ້ຽວຕໍ່ປີ ມີຜູ້ໂດຍສານເດີນທາງເຂົ້າ – ອອກຫຼາຍກວ່າ 100 ລ້ານຄົນ.

ในภาพอาจจะมี หนึ่งคนขึ้นไป

ການເປີດສະໜາມບິນປັກກິ່ງຕ້າຊິງແຫ່ງໃໝ່ນີ້ ລັດຖະບານຈີນຄາດວ່າ ຈະສາມາດແຊງໜ້າສະໜາມບິນຮາທຟິລ-ແຈັກສັນ ຂອງສະຫະລັດ ກາຍເປັນສະໜາມບິນທີ່ມີຈຳນວນຜູ້ໂດຍສານເດີນທາງເຂົ້າ-ອອກ ຫຼາຍທີ່ສຸດໃນໂລກພາຍໃນປີ 2022 ໂດຍໃນເບື້ອງຕົ້ນ ຈີນຕັ້ງເປົ້າໃຫ້ສະໜາມບິນປັກກິ່ງຕ້າຊິງ ຈະສາມາດຮອງຮັບຜູ້ໂດຍສານ 72 ລ້ານຄົນ, ຮອງຮັບການຂົນສົ່ງສິນຄ້າທາງການບິນໄດ້ 2 ລ້ານໂຕ້ນຕໍ່ປີ ພາຍໃນປີ 2025 ກ່ອນທີ່ແຜນການໄລຍະຍາວນັ້ນ ຈີນຕັ້ງເປົ້າຈະສ້າງຣັນເວເພີ່ມທັງໝົດເປັນ 7 ຣັນເວ ຈາກປັດຈຸບັນມີ 4 ຣັນເວ ເພື່ອສາມາດຮອງຮັບຜູ້ໂດຍສານໄດ້ສູງເຖິງ 100 ລ້ານຄົນຕໍ່ປີ ແລະ ຮອງຮັບການເດີນທາງເຂົ້າ-ອອກຂອງສິນຄ້າ ອີກ 4 ລ້ານໂຕ້ນຕໍ່ປີ.

ไม่มีคำอธิบายรูปภาพ

ສະໜາມບິນແຫ່ງນີ້ ໄດ້ຮັບການອອກແບບອາຄານຜູ້ໂດຍສານຈາກສະຖາປະນິກທີ່ມີຊື່ສຽງ ທ່ານນາງຊາຮາ ຮາດິດ(Zaha Hadid) ລູກເຄິ່ງອິຣັກ-ອັງກິດ ພ້ອມດ້ວຍນັກອອກແບບຊາວຈີນ ສະໜາມມີຂະໜາດເທົ່າກັບເດີ່ນເຕະບານລວມກັນເຖິງ 97 ເດີ່ນ ໃຊ້ງົບກໍ່ສ້າງປະມານ 11,5 ຕື້ໂດລາ (ກວ່າ 1 ແສນຕື້ກີບ) ພ້ອມກັບກຳມະກອນກໍ່ສ້າງອີກ 40 ພັນຄົນ ໂດຍເລີ່ມຕົ້ນກໍ່ສ້າງ ເມື່ອປີ 2014.