ເປີດເງິນລາງວັນ ລາວໂຕໂຢຕ້າ ແຊັມລາວລີກ 2019 ພ້ອມເປົ້າໝາຍ ເອເອັຟຊີ ຄັບ 2020

73

ລາວໂຕໂຢຕ້າ ເອັຟຊີ ແຊັມລາວພຣີເມຍລີກ 4 ສະໄໝ ຫຼັງຫຼ້າສຸດໄດ້ສະຫຼອງແຊັມ ເປບຊີ ລາວພຣີເມຍລີກ 2019 ໃນວັນທີ 14 ກັນຍາ 2019 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເຮັດໃຫ້ລະດູການນີ້ຈະໄດ້ຮັບເງິນລວມຈາກລະດູການນີ້ໄປເກືອບ 400 ລ້ານກີບ.

ເງິນກ້ອນທໍາອິດທີ່ ລາວໂຕໂຢຕ້າ ເອັຟຊີ ໄດ້ຮັບແນ່ນອນນັ້ນແມ່ນອີງຕາມກົດລະບຽບຂອງ ເປບຊີ ລາວພຣີເມຍລີກ 2019 ພາກທີ VIII ລາງວັນ ໃນຂໍ້ 8.4 ວ່າດ້ວຍ ເງິນອຸດໜູນສະໂມສອນ ລະບຸໄວ້ວ່າ: ສະໂມສອນທີ່ລົງທະບຽນສຳເລັດ ແລະ ເຂົ້າຮ່ວມການແຂ່ງຂັນຈະໄດ້ຮັບເງິນອຸດໜູນໃນການບໍລິຫານສະໂມສອນເປັນຈໍານວນ 50 ລ້ານກີບ ເບີກຈ່າຍເປັນສອງງວດ ຄື: ງວດທີ 1 ຫຼັງສິ້ນສຸດການແຂ່ງຂັນ ຮອບທຳອິດ 7 ວັນ ແລະ ງວດທີ 2 ຫຼັງສໍາເລັດການແຂ່ງຂັນ 7 ວັນ.

ຖັດມາຫຼັງຈາກນັດສົ່ງທ້າຍ ລາວໂຕໂຢຕ້າ ເອັຟຊີ ເອົາຊະນະໄປ 4 – 0 ເຮັດໃຫ້ ລາວໂຕໂຢຕ້າ ເອັຟຊີ ໄດ້ສະຫຼອງແຊັມ ເປບຊີ ລາວພຣີເມຍລີກ 2019 ແລະ ເປັນແຊັມສະໄໝທີ 4 ຕໍ່ຈາກປີ 2015, 2017 ແລະ 2018 ພ້ອມເງິນລາງວັນ 300 ລ້ານກີບ.

ນອກນັ້ນ, ລາວໂຕໂຢຕ້າ ເອັຟຊີ ຍັງຄວ້າສິດໄປແຂ່ງຂັນ AFC CUP 2020 ແລະ ຖ້າຜ່ານ afc club licensing, ຄາດວ່າຈະໄດ້ຮັບເງິນສະໜັບສະໜູນທີມຢູ່ທີ່ປະມານ 20 ລ້ານກີບ ( ຍັງບໍ່ທັນປະກາດທາງການເທື່ອ ) ເຮັດໃຫ້ລວມແລ້ວ ລາວໂຕໂຢຕ້າ ເອັຟຊີ ຈະໄດ້ຮັບໄປເກືອບ 400 ລ້ານກີບ ໃນລະດູການນີ້ ( ບໍ່ນັບມູນຄ່າຂັນລາງວັນ ແລະ ຫຼຽນລາງວັນ ).

ຂະນະທີ່ ທ່ານ ໂພແກ້ວ ພິລາພັນເດຊ ຜູ້ຈັດການທີມ ລາວໂຕໂຢຕ້າ ເອັຟຊີ ໃຫ້ສໍາພາດເຖິງແຜນຕໍ່ໄປ ວ່າ: ເປັນອີກປີທີ່ພວກເຮົາເຮັດໄດ້ສໍາເລັດໃນການຄວ້າແຊັມ ລາວພຣີເມຍລີກ ໂດຍເປັນ 3 ສະໄໝລວດ ລວມໝົດທີ່ພວກເຮົາເຮັດໄດ້ຄື 4 ສະໄໝ ໃນປະຫວັດສາດ, ສ່ວນແຜນຕໍ່ໄປຄືໄປແຂ່ງ ເອເອັຟຊີ ຄັບ 2020 ຈະຕ້ອງມີການພັດທະນາທີມ ແລະ ເສີມທີມອີກ ເພາະວ່າ ເອເອັຟຊີ ຄັບ 2019 ບໍ່ສາມາດຊະນະໄດ້, ແນ່ນອນເປົ້າໝາຍຂອງພວກເຮົາຄືພະຍາຍາມຊະນະໃນ ເອເອັຟຊີ ຄັບ 2020 ໃຫ້ໄດ້ ໂດຍສະເພາະນັດໃນບ້ານ ເພື່ອໂອກາດເຂົ້າຮອບຕໍ່ໄປ. ນອກນັ້ນ, ພວກເຮົາຍັງມີເປົ້າໝາຍຄື ຄວ້າດັບເບິລແຊັມໃນປີນີ້ໃຫ້ໄດ້ໃນລາຍການ ຄອມມັນໂດ 2019 ທີ່ຈະພົບກັບ ອີໂວ ຢູໄນເຕັດ ໃນວັນທີ 28 ກັນຍາ 2018.

ສໍາລັບ ລາວໂຕໂຢຕ້າ ເອັຟຊີ ຄວ້າສິດໄປ ເອເອັຟຊີ ຄັບ 2020 ໂດຍເຂົ້າໄປຢືນໃນຮອບແບ່ງກຸ່ມແບບອັດຕະໂນມັດ ແລະ ເປັນຄັ້ງທີ 6 ທີ່ໄດ້ສິດໄປລາຍການນີ້ຕໍ່ຈາກປີ 2015, 2016, 2017, 2018 ແລະ 2019.

( ຂ່າວ – ຮູບ: ຄໍາສອນ )