ເມືອງພຽງ ໄດ້ຮັບນາມມະຍົດເມືອງສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ

244

ເມືອງພຽງ ເປັນເມືອງ ທີ2 ຂອງແຂວງໄຊຍະບູລີ ທີ່ໄດ້ຮັບນາມມະຍົດເປັນເມືອງ ປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເຊິ່ງມີພິທີປະກາດຢ່າງເປັນທາງການໃນວັນທີ  17 ກັນຍາ 2019 ທີ່ສະໜາມກິລາເມືອງພຽງ ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ຂອງເມືອງ, ພະນັກງານ, ທະຫານ, ຕໍາຫຼວດ, ນັກປະຕິວັດອາວຸໂສບໍານານ, ນັກຮຽນ, ນັກສຶກສາ, ນັກທຸລະກິດ ຜູ້ປະກອບການ ພ້ອມດ້ວຍອໍານາດການປົກຄອງພໍ່ແມ່ປະຊາຊົນ ພາຍໃນເມືອງພຽງເຂົ້າຮ່ວມ.

 

 

ໃນພິທີ ທ່ານ ນາງ ແສງອາພອນ ແກ້ວບົວໂຮມ ຮອງເຈົ້າເມືອງ ເມືອງພຽງ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດວາງອອກ ໂດຍເລີ່ມຈັດຕັ້ງປະຕິບັດມາເປັນ 3 ໄລຍະຄື: ໄລຍະທີ 1 ແຕ່ປີ 2012-2014, ໄລຍະທີ 2 ແຕ່ປີ2015-2016, ໄລຍະທີ 3 ແຕ່ປີ2017-2019. ເມືອງພຽງປະກອບມີ 51 ບ້ານ, ມີ 959 ໜ່ວຍຄຸ້ມຄອງພົນລະເມືອງມີ 11.436 ຄອບຄົວ, ມີພົນລະເມືອງທັງໝົດ 62.449 ຄົນ, ຍິງ 30.619 ຄົນ. ໃນນີ້ເຜົ່າລາວກວມ 62,18%, ເຜົ່າລື້ກວມ 3,84%, ເຜົ່າກຶມມຸ 9,96%, ເຜົ່າມົ້ງ 16,74%, ເຜົ່າໄປຣ 1,5%, ເຜົ່າໄທດໍາ 2,74%, ເຜົ່າຍວນກວມ 1,75% ແລະ ເຜົ່າອິ້ວມຽນກວມເອົາ 1,48%.

 

 

ປະຊາຊົນຊາວເມືອງພຽງມີມູນເຊື້ອຮັກຊາດ ຮັກບ້ານເກີດເມືອງນອນ, ມີຄວາມດຸໝັ່ນຂະຫຍັນພຽນ, ມີຄວາມສາມັກຄີປອງດອງ ແລະ ມີຮີດຄອງປະເພນີ ວັດທະນະທໍາ ທີ່ເປັນເອກະລັກຂອງຕົນມາແຕ່ດົນນານ. ຜ່ານການປະເມີນຜົນການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ດ້ານການສ້າງຄອບຄົວສາມັກຄີປອງດອງຕາມ 4 ມາດຖານຄື: ພໍ່ແມ່, ຜົວເມຍ ແລະ ລູກຫຼານທຸກຄົນໃນຄອບຄົວມີຄວາມສາມັກຄີຮັກແພງ ຖືກຕ້ອງປອງດອງກັນ, ມີຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ, ມີນໍ້າໃຈຊ່ວຍເຫຼືອຍາດຕິພີ່ນ້ອງ ແລະ ບ້ານໃກ້ຄຽງ, ສາສະໜາ, ຖານະຄອບຄົວ, ຍົດຖານະຕໍາແໜ່ງ ແລະ ອື່ນໆ ປະຕິບັດໄດ້ 10.176 ຄອບຄົວ ເທົ່າກັບ 88,60% ຍັງ 1.255 ຄອບຄົວ, ເປັນຄອບຄົວທີ່ມີຄວາມຕື່ນຕົວທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງນັບຖືລະບຽບກົດໝາຍຂອງບ້ານເມືອງ, ເປັນເຈົ້າການຮ່ວມເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາບ້ານເມືອງ ປະຕິບັດໄດ້ 10.243 ຄອບຄົວ ເທົ່າກັບ 88,88% ຍັງ 1.212 ຄອບຄົວ.

 

 

ເປັນຄອບຄົວທີ່ອານຸລັກຮີດຄອງປະເພນີອັນດີງາມ ເສີມຂະຫຍາຍວັດທະນະທໍາຂອງເຜົ່າ ແລະ ຂອງຊາດ, ລູກຫຼານໃນເກນອາຍຸໄດ້ເຂົ້າໂຮງຮຽນ ແລະ ຄອບຄົວເຂົ້າເຖິງການບໍລິການທາງດ້ານສາທາລະນະສຸກຂັ້ນພື້ນຖານປະຕິບັດໄດ້ 10.267 ຄອບຄົວ ເທົ່າກັບ 84,41% ຍັງ 1.187 ຄອບຄົວ, ເປັນຄອບຄົວທີ່ມີແບບແຜນການດໍາລົງຊີວິດປອດໃສ, ມີເຮືອນຢູ່ໝັ້ນຄົງ, ມີອາຊີບທໍາມາຫາກິນຄົງທີ່ ແລະ ເປັນຄອບຄົວພົ້ນທຸກ ປະຕິບັດໄດ້10.269 ຄອບຄົວ ເທົ່າກັບ 89,24% ຍັງ 1.166 ຄອບຄົວ ແລະ ການປະເມີນຜົນບ້ານສາມັກຄີປອງດອງຕາມ 5 ມາດຖານ ບ້ານທີ່ໄດ້ຜ່ານການປະເມີນຜົນມີ 51 ບ້ານ ແລະ ຈໍານວນບ້ານທີ່ໄດ້ຮັບຮອງເປັນບ້ານສາມັກຄີປອງດອງໄດ້ 50 ບ້ານ ເທົ່າກັບ 96, 07% ແລະ ໄດ້ມອບໃບຢັ້ງຢືນໃຫ້ບ້ານສາມັກຄີປອງດອງສໍາເລັດ.

 

 

ທ່ານຍັງກ່າວຕື່ມວ່າແຕ່ນີ້ຮອດປີ 2024 ເມືອງພຽງຈະສືບຕໍ່ພັດທະນາຄອບຄົວ ແລະ ບ້ານທີ່ໄດ້ຮັບຮອງໄປແລ້ວໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ແລະ ຍືນຍົງ ພ້ອມທັງສືບຕໍ່ສ້າງຈໍານວນຄອບຄົວ ແລະ ບ້ານທີ່ຍັງປະຕິບັດບໍ່ໄດ້ໃຫ້ສໍາເລັດ 100% ເຊັ່ນ: ການສ້າງຄອບຄົວສາມັກຄີປອງດອງຕາມ 4 ມາດຖານ, ມາດຖານ 1 ປະຕິບັດໃຫ້ໄດ້ 89%, ມາດຖານ 2 ໃຫ້ໄດ້ 90% , ມາດຖານ 3 ໃຫ້ໄດ້ 95%, ມາດຖານ 4 ໃຫ້ໄດ້ 95% ແລະ ການສ້າງບ້ານສາມັກຄີປອງດອງຕາມ 5 ມາດຖານປະຕິບັດໃຫ້ໄດ້ 51 ບ້ານທັງ 5 ມາດຖານ.

 

 

ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ໄດ້ມອບໃບຢັ້ງຢືນການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃຫ້ກຽດຂຶ້ນຮັບ ຂອງທ່ານ ເສີດ ແສງສຸລິນ ວ່າການເຈົ້າເມືອງ ເມືອງພຽງ ພ້ອມລັນຄ້ອງ 9 ບາດ, ຕັດແຖບຜ້າ ເປີດປ້າຍຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢ່າງເປັນທາງການ.

 

ທີ່ມາ: medialaos