ເອເອັຟຊີ ປະກາດເຈົ້າພາບບານເຕະຊີງແຊັມອາຊີ 2020 ຮອບສຸດທ້າຍ ຢູ 16 ແລະ ຢູ 19

35

ສະຫະພັນບານເຕະອາຊີ ( ເອເອັຟຊີ ) ປະກາດເຈົ້າພາບຈັດການແຂ່ງຂັນບານເຕະຊີງແຊັມອາຊີ 2020 ຮອບສຸດທ້າຍອອກມາຢ່າງເປັນທາງການ ໂດຍໃນຮຸ່ນບໍ່ເກີນອາຍຸ 16 ປີ ຈັດທີ່ປະເທດບາເຣນ ລະຫວ່າງວັນທີ 16 ກັນຍາ – 3 ຕຸລາ 2020, ສ່ວນ ຢູ 19 ຈັດທີ່ປະເທດອຸດສະເບກິດສະຖານ ລະຫວ່າງວັນທີ 14 – 31 ຕຸລາ 2020 ເຊິ່ງທັງສອງຮຸ່ນຈັດຄັດເອົາອັນດັບ    1 – 4 ໄປແຂ່ງຂັນລາຍການຊີງແຊັມໂລກໃນປີ 2021.

ປັດຈຸບັນລາຍການ ຢູ 16 ປີ ຊີງແຊັມອາຊີ 2020 ຮອບຄັດເລືອກ ແມ່ນກໍາລັງດໍາເດີນການແຂ່ງຂັນລະຫວ່າງ 14 – 22 ກັນຍາ 2019 ແບ່ງເປັນ 11 ກຸ່ມ ເພື່ອຄັດເອົາອັນດັບ 1 ຂອງທຸກໆກຸ່ມ ແລະ ອັນດັບ 2 ດີທີ່ສຸດ 4 ທີມ ໄປຫຼິ້ນຮອບສຸດທ້າຍລວມກັບເຈົ້າພາບເປັນ 16 ທີມ, ສ່ວນ ຢູ 16 ລາວ ເປັນເຈົ້າພາບຮອບຄັດເລືອກກຸ່ມ J ຮ່ວມກັບ ຍີ່ປຸ່ນ, ມາເລເຊຍ ແລະ ກໍາປູເຈຍ.

ສ່ວນ ຢູ 19 ຮອບຄັດເລືອກຈະແຂ່ງຂັນລະຫວ່າງວັນທີ    2 – 10 ພະຈິກ 2019 ແບ່ງການແຂ່ງຂັນອອກເປັນ 11 ກຸ່ມ, ທີມອັນດັບ 1 ຂອງທຸກໆກຸ່ມ ແລະ ອັນດັບ 2 ທີ່ດີທີ່ສຸດອີກ 4 ທີມຜ່ານໄປຫຼິ້ນຮອບສຸດທ້າຍລວມກັບເຈົ້າພາບອຸດສະເບກິດສະຖານ.

( ຄໍາສອນ; ຮູບຈາກ: ສຕລ )