ແຟງລັງ ຕົ້ນແບບພັດທະນາເປັນປະເທດສີຂຽວ

76

ແຟງລັງ ຄອງຕໍາແໜ່ງປະເທດທີ່ມີການພັດທະນາຢ່າງຍືນຍົງ ແລະ ຄຸນນະພາບການສຶກສາທີ່ດີເຮັດໃຫ້ເປັນປະເທດທີ່ມີທ່າແຮງໃນການພັດທະນາເສດຖະກິດ ຄຽງຄູ່ໄປກັບການຮັກສາຄວາມສົມດຸນທາງທໍາມະຊາດຈົນໄດ້ຊື່ວ່າປະເທດສີຂຽວ.

ບັນຫາສິ່ງແວດລ້ອມເປັນຜົນມາຈາກການໃຊ້ຊັບພະຍາກອນທໍາມະຊາດຫຼາຍເກີນໄປ ສົ່ງຜົນກະທົບຕໍ່ສະພາບອາກາດທີ່ປ່ຽນແປງໄປ ແລະ ອຸນຫະພູມໂລກສູງຂຶ້ນ ເຊິ່ງເລື່ອງນີ້ລັດຖະບານແຟງລັງ ໄດ້ຊຸກຍູ້ໃຫ້ບັນຫາສິ່ງແວດລ້ອມເປັນວາລະແຫ່ງຊາດຊຸກຍູ້ໃຫ້ປະເທດຜ່ານຜ່າວິກິດກ້າວຂຶ້ນມາເປັນປະເທດທີ່ມີການພັດທະນາຢ່າງຍືນຍົງ ແລະ ເປັນປະເທດສີຂຽວໃນທີ່ສຸດ.

ສໍາລັບ ແຟງລັງ ມີຄວາມກ້າວໜ້າຫຼາຍຖືໄດ້ວ່າເປັນປະເທດຕົ້ນແບບທີ່ດໍາເນີນການແກ້ໄຂບັນຫາໂລກຮ້ອນຢ່າງຈິງຈັງ ໂດຍລັດຖະບານແຟງລັງ ໄດ້ອອກນະໂຍບາຍເພື່ອປ່ຽນແປງສະພາບອາກາດໂດຍກົງ ແລະ ຕັ້ງເປົ້າໝາຍຢ່າງທ້າທາຍວ່າ ພາຍໃນປີ 2021 ຈະເປັນປະເທດບໍ່ມີອາຍພິດເຮືອນແກ້ວ.

ຂະນະທີ່ສັງຄົມຕັ້ງເປົ້າໝາຍເປັນສັງຄົມສະຫວັດດີການ ທີ່ບໍ່ໃຊ້ພະລັງງານເຊື້ອໄຟໃນອີກ 12 ປີຕໍ່ໜ້າ ຫວັງກະຕຸ້ນໃຫ້ພາກເອກະຊົນຫັນມາລົງທຶນສ້າງນະວັດຕະກໍາ ເພື່ອບັນລຸເປົ້າໝາຍດັ່ງກ່າວໂດຍລັດຖະບານໄດ້ສະໜັບສະໜູນ ແລະ ສ້າງແຮງຈູງໃຈຜ່ານນະໂຍບາຍພາສີ.