ໂຮງຮຽນຫຼາຍແຫ່ງເຂດປະສົບໄພ ຍັງບໍ່ສາມາດເປີດໄດ້

62

ໄພນໍ້າຖ້ວມຢູ່ແຂວງພາກກາງ ແລະ ພາກໃຕ້ ສ້າງຄວາມເສຍຫາຍໃຫ້ຫຼາຍຂະແໜງການ ໜຶ່ງໃນນັ້ນມີດ້ານການສຶກສາ ເພາະຮອດປັດຈຸບັນເຖິງວ່ານ້ຳຈະແຫ້ງແລ້ວກໍຕາມ ແຕ່ຫຼາຍໂຮງຮຽນຍັງບໍ່ສາມາດເປີດການຮຽນ – ການສອນໄດ້ເທື່ອ ເພາະອາຄານ ແລະ ອຸປະກອນການຮຽນ – ການສອນເສຍຫາຍໜັກ ໂດຍສະເພາະຢູ່ແຂວງສະຫວັນນະເຂດ. ເຖິງຢ່າງໃດກໍຕາມ, ພະແນກສຶກສາແຕ່ລະແຂວງໄດ້ສຸມໃສ່ໃນການຟື້ນຟູໃຫ້ສາມາດເປີດການຮຽນ – ການສອນໄດ້ໃນຕົ້ນເດືອນຕຸລາ.

ທ່ານ ນາງ ແສງສຸວັນ ຊຸຍພະສິດ ຫົວໜ້າພະແນກ ສສກ ແຂວງຈຳປາສັກ ໃຫ້ສຳພາດວ່າ: ແຂວງຈຳປາສັກ ໄດ້ຮັບຜົນກະທົບຈາກນໍ້າຖ້ວມຫຼາຍທີ່ສຸດ ລວມທັງໝົດ 9 ເມືອງ ແລະ 1 ນະຄອນ. ໃນນີ້, ໂຮງຮຽນຖືກນໍ້າຖ້ວມທັງໝົດ 173 ແຫ່ງ ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ເປັນຕົ້ນແມ່ນອຸປະກອນ ແລະ ສື່ການຮຽນ – ການສອນ.

ເຖິງຢ່າງໃດກໍຕາມ, ມາຮອດວັນທີ 17 ກັນຍາ 2019 ໂຮງຮຽນຫຼາຍແຫ່ງ ສາມາດເປີດການ ຮຽນ – ການສອນເປັນປົກກະຕິແລ້ວ, ແຕ່ກໍຍັງມີໂຮງຮຽນຈຳນວນໜຶ່ງທີ່ຍັງບໍ່ສາມາດເຂົ້າຮຽນ ເນື່ອງຈາກໂຮງຮຽນໄດ້ຮັບ ຄວາມເສຍຫາຍຫຼາຍທາງດ້ານອາຄານ, ອຸປະກອນ ແລະ ສື່ການຮຽນ – ການສອນ ເຊິ່ງພະແນກ ສສກ ກໍໄດ້ເອົາໃຈໃສ່ຟື້ນຟູ ແລະ ປັບປຸງໃຫ້ສາມາດກັບມາຮຽນເປັນປົກກະຕິໄດ້ທັງໝົດ ໃນວັນທີ 23 ກັນຍາ 2019.

ທ່ານ ຄຳພູນ ແກ້ວມາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງອັດຕະປື ໃຫ້ສຳພາດວ່າ: ໂຮງຮຽນ 49 ແຫ່ງ ທີ່ຖືກນໍ້າຖ້ວມ. ໃນນັ້ນ, ມີໂຮງຮຽນອະນຸບານ 5 ແຫ່ງ, ປະຖົມ 35 ແຫ່ງ, ມ.ຕົ້ນ 6 ແຫ່ງ ແລະ ມສ 3 ແຫ່ງ ສົ່ງຜົນໃຫ້ປຶ້ມແບບຮຽນເສຍຫາຍ 5.094 ຫົວ,   ໂຕະ – ຕັ່ງນັກຮຽນ 436 ຊຸດ, ໂຕະຕັ່ງຄູ 132 ຊຸດ, ກະດານ 148 ແຜ່ນ ແລະ ຕູ້ເອກະສານ ຈຳນວນ 114 ຕູ້.

ຫຼັງຈາກນໍ້າເລີ່ມບົກແຫ້ງໃນທ້າຍອາທິດຜ່ານມາ, ພະແນກ ສສກ ກໍໄດ້ລົງຊີ້ນຳບັນດາຄູ – ອາຈານ, ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນຮ່ວມກັນອະນາໄມທຳຄວາມສະອາດຕາມໂຮງຮຽນຕ່າງໆ. ມາຮອດວັນທີ 17 ກັນຍາ 2019 ເຫັນວ່າສາມາດເຂົ້າຮຽນເປັນປົກກະຕິແລ້ວ 100%.

ທ່ານ ນາງ ຫຼິງທອງ ແສງຕາວັນ ຫົວໜ້າພະແນກ ສສກ ແຂວງສະຫວັນນະເຂດ ໃຫ້ສຳພາດວ່າ: ໄພພິບັດນໍ້າຖ້ວມໃນຕົ້ນເດືອນກັນຍາຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງໜັກໃນຈຳນວນ 10 ເມືອງທົ່ວແຂວງ, ເຮັດໃຫ້ໂຮງຮຽນ ຈຳນວນ 228 ແຫ່ງ ໄດ້ຮັບຜົນເສຍຫາຍທາງດ້ານໂຕະ – ຕັ່ງ, ປຶ້ມ, ອຸປະກອນການສິດສອນເປັນຈຳນວນຫຼາຍ. ປັດຈຸບັນ ພະແນກ ສສກ ແຂວງ ໄດ້ລະດົມພໍ່ແມ່ປະຊາຊົນ, ຄູ – ອາຈານ ແລະ ນັກຮຽນທັງບ່ອນທີ່ຖືກນໍ້າຖ້ວມ ແລະ ບໍ່ຖ້ວມຊ່ວຍກັນອະນາໄມ, ທຳ ຄວາມສະອາດ, ສ້ອມແຊມອາຄານໂຮງຮຽນຕ່າງໆທີ່ຖືກຜົນກະທົບ.

ທ່ານ ນາງ ຫຼິງທອງ ແສງຕາວັນ ກ່າວຕື່ມວ່າ: ປັດຈຸບັນບັນດາໂຮງຮຽນທີ່ຖືກຜົນກະທົບດັ່ງກ່າວ ຍັງບໍ່ສາມາດກັບມາເປີດການຮຽນ – ການສອນໄດ້ເທື່ອ, ຍ້ອນໂຕະ – ຕັ່ງ, ອຸປະກອນ ແລະ ປຶ້ມແບບຮຽນຕ່າງໆຂາດເຂີນ ເຊິ່ງທາງພະແນກສຶກສາກໍໄດ້ສົມທົບກັບບັນດາເມືອງໃນການນຳເອົາອຸປະກອນທີ່ຈໍາເປັນຊ່ວຍເຫຼືອ ເພື່ອຟື້ນຟູສະພາບ ແລະ ຄາດວ່າຈະສາມາດເປີດການຮຽນ – ການສອນໃຫ້ໄດ້ປົກກະຕິໃນວັນທີ 1 ຕຸລາ 2019.

ທ່ານ ສຸລິສັກ ຖະໜອມຮັກ ຫົວໜ້າພະແນກ ສສກ ແຂວງສາລະວັນ ໃຫ້ສຳພາດວ່າ: ຜ່ານການສຳຫຼວດ ແລະ ເກັບກຳຂໍ້ມູນຄວາມເສຍຫາຍຫຼັງນໍ້າຖ້ວມ, ທົ່ວແຂວງສາລະວັນ ແມ່ນມີໂຮງຮຽນທັງໝົດ 197 ແຫ່ງ ໃນ 3 ເມືອງ ຄື: ເມືອງສາລະວັນ 90 ແຫ່ງ, ເມືອງວາປີ 33 ແຫ່ງ, ເມືອງຄົງເຊໂດນ 71 ແຫ່ງ ແລະ ໂຮງຮຽນທີ່ຂຶ້ນກັບພະແນກ 3 ແຫ່ງຖືກນ້ຳຖ້ວມ. ໃນນັ້ນ, ມີທັງໝົດ 102 ໂຮງຮຽນ ແມ່ນໄດ້ຮັບຜົນເສຍຫາຍໜັກ.

ມາຮອດປັດຈຸບັນ, ຫຼາຍໂຮງຮຽນແມ່ນໄດ້ເລີ່ມເປີດເຂົ້າຮຽນເປັນປົກກະຕິແລ້ວ ມາຕັ້ງແຕ່ວັນທີ 16 ກັນຍາ 2019, ແຕ່ຍັງມີໂຮງຮຽນປະຖົມ 7 ແຫ່ງ ແລະ ອະນຸບານ 1 ແຫ່ງ. ໃນນັ້ນ, ເມືອງຄົງເຊໂດນ 6 ແຫ່ງ ແລະ ເມືອງສາລະວັນ 2 ແຫ່ງ ( ອະນຸບານ 1 ແຫ່ງ ) ທີ່ຍັງບໍ່ສາມາດເປີດເຂົ້າຮຽນໄດ້ປົກກະຕິເທື່ອ ເນື່ອງຈາກອາຄານມີຄວາມເສຍຫາຍ ແລະ ຂາດອຸປະກອນຮັບໃຊ້ ( ກະດານ, ປຶ້ມຕຳລາ ແລະ ໂຕະ – ຕັ່ງ ) ເຊິ່ງພະແນກ ສສກ ແຂວງຄາດວ່າຈະສາມາດເປີດເຂົ້າຮຽນເປັນປົກກະຕິທັງໝົດ ໃນວັນທີ 23 ກັນຍາ 2019 ນີ້.

[ ຂ່າວ: ກາວຊົ່ງ ]