ໃຜເດໃຈດີ ປະກອບສ່ວນທຶນຈັດພິມປຶ້ມ “ປະຫວັດສາດລາວ 5.000 ປີ”

576

ຈາກໃຈນັກຂຽນລາງວັນນາກຄຳ ແລະ ນັກເວົ້າສ້າງແຮງບັນດານໃຈ ທ່ານ ອາຈານ ກາບແກ້ວ ທຳມະວົງ ທີ່ຮັກມັກ ແລະ ສັດທາໃນການຂີດຂຽນ ເຊິ່ງໄດ້ມີການລະດົມທຶນຮອນເພື່ອນຳມາເປັນທຶນ ໃນການຂຽນປື້ມປະຫວັດສາດລາວ 5.000 ປີ ໃຫ້ຄົນລາວໄດ້ຮູ້ຈັກເຄົ້າກໍາເນີດຂອງຊາດຕົນນັ້ນ. ປັດຈຸບັນເພິ່ນຢາກຂໍແຫຼ່ງທຶນມາຈັດພິມປຶ້ມ “ປະຫວັດສາດລາວ 5.000 ປີ”.

ເຊິ່ງເຫດຜົນດັ່ງກ່າວນີ້, ທ່ານ ອາຈານບອກວ່າ: ກ່ອນອື່ນ ຂ້າພະເຈົ້າຂໍສະແດງຄວາມຂອບໃຈທ່ານຜູ້ໃຈບຸນທີ່ຮ່ວມບໍລິຈາກເງິນ ເພື່ອເປັນທຶນຂຽນປຶ້ມ “ປະຫວັດສາດລາວ 5.000 ປີ” ເຫຼັ້ມທີ I, ມັນເປັນຄັ້ງທຳອິດໃນປະເທດລາວ ທີ່ມີການລະດົມທຶນແບບນີ້ ແລະ ເປັນຄັ້ງທຳອິດທີ່ຂ້າພະເຈົ້ານ້ຳຕາໄຫຼ ເມື່ອເຫັນນ້ຳໃຈຂອງຄົນລາວທີ່ຢາກໃຫ້ມີປຶ້ມປະຫວັດສາດລາວແທ້ໆອ່ານ ຈົນບາງທ່ານຂໍໃຫ້ຮອດມື້ເງິນເດືອນອອກ ຈິ່ງຈະຮ່ວມບໍລິຈາກນຳ.

 

ເມື່ອເຫັນນ້ຳໃຈຂອງທ່ານທີ່ກ້າມອບເງິນໃຫ້ຂ້າພະເຈົ້າໃຊ້ເປັນທຶນຄົ້ນຄວ້າ ຂ້າພະເຈົ້າກໍສຸດທີ່ດີໃຈ ແຕ່ຂ້າພະເຈົ້າບໍ່ສາມາດນຳໃຊ້ເງິນຂອງທ່ານໄປຊື້ເອກະສານຄົ້ນຄວ້າໄດ້ ເພາະມັນບໍ່ເໝາະສົມ ຍ້ອນປຶ້ມທີ່ຊື້ມາ ບາງຫົວກໍໄຮ້ປະໂຫຍດ. ດ້ວຍເຫດນີ້ ຂ້າພະເຈົ້າຈິ່ງຂໍອະນຸຍາດປ່ຽນຈາກບໍລິຈາກເພື່ອຊື້ປຶ້ມຄົ້ນຄວ້າ ມາເປັນທຶນເພື່ອຈັດພິມປຶ້ມ “ປະຫວັດສາດລາວ 5.000 ປີ” ແທນ.

 

ຫຼັງຈາກນັ້ນ, ກໍຈະນຳໄປມອບໃຫ້ຫ້ອງຮັກອ່ານ 327 ແຫ່ງຂອງໂຮງຮຽນປະຖົມ-ມັດທະຍົມ ທົ່ວປະເທດ ໂດຍຜ່ານໂຄງການ ALC ຈິ່ງຈະຖືວ່າເງິນທຸກກີບຂອງທ່ານທີ່ບໍລິຈາກແມ່ນໃຊ້ໃຫ້ເກີດປະໂຫຍດສູງສຸດ ເພາະປຶ້ມໄດ້ເຖິງມືນ້ອງໆນັກຮຽນ. ສ່ວນມື້ມອບປຶ້ມເປັນທາງການ ຂ້າພະເຈົ້າຈະຂໍເຊີນທຸກທ່ານທີ່ບໍລິຈາກເງິນມາຮ່ວມເປັນສັກຂີພິຍານນຳກັນ ແລະ ໂຄງການ ALC ຈະມອບ “ໃບກຽດຕິຄຸນ” ໃຫ້ທຸກທ່ານ.
ຖ້າທ່ານໃດສົນໃຈ ຢາກຮ່ວມບໍລິຈາກທຶນພິມປຶ້ມ “ປະຫວັດສາດລາວ 5.000 ປີ” ເພື່ອມອບໃຫ້ໂຮງຮຽນໃນທົ່ວປະເທດໃນປີໜ້າ ທ່ານສາມາດໂອນເຂົ້າໃນບັນຊີລຸ່ມນີ້ ແລະ ຊ່ວຍສົ່ງຊື່ທ່ານມາພ້ອມ. ຕິດຕໍ່ ຮ້ານປຶ້ມ ດີບຸກ ທີ່ເປັນຜູ້ລວບລວມຂໍ້ມູນໄວ້ ຫຼື ຈະສົ່ງຫາອີເມວ kabkeo.ltd@gmail.com ຫຼື ໂທຫາຂ້າພະເຈົ້າໂດຍກົງທີ່ 020 77075999. ຂ້າພະເຈົ້າຈະຂໍເອົາຊື່ທ່ານໄວ້ທີ່ທ້າຍປຶ້ມ ເພື່ອສະແດງຄວາມຂອບໃຈ.

 

 

 

ຂອບໃຈຂໍ້ມູນ: ອ.ຈ ກາບແກ້ວ ທຳມະວົງ