ອາລິນ ໜຸ່ມໜ້າຫວານຈາກຫຼວງພະບາງ ໃນໂຄງການ Mister International Laos

147

ທ້າວ ອາລິນ ສຸລິພອນ ຫຼື ອາລິນ ໂຕດຳ ອາຍຸ 21 ປີ ເປັນລູກແຝດ ກັບ ອາລັນ ໜຸ່ມໜ້າຫວານຈາກແຂວງຫຼວງພະບາງ 1 ໃນ 20 ຄົນສຸດທ້າຍ ໃນໂຄງການ Mister International Laos ປັດຈຸບັນກຳລັງສຶກສາຢູ່ສະຖາບັນການທະນາຄານ ແລະ ວິທະຍາໄລສຸກສະຫວັດ.

ອາລິນ ໃຫ້ສໍາພາດວ່າ: ເວທີປະກວດໂຄງການ Mister International Laos ເປັນເວທີທຳອິດສ້າງຄວາມທ້າທາຍ ແລະ ຕື່ນເຕັ້ນຫຼາຍ ສ່ວນຜົນງານດ້ານການບັນເທີງໄດ້ສະແດງມິວສິກວິດີໂອເພງ, ຖ່າຍແບບໂຄສະນາສິນຄ້າ, ຖ່າຍແບບ, ເດີນແບບ, ຣີວິວສິນຄ້າ ແລະ ອື່ນໆ.

ໜຸ່ມໜ້າຫວານເຜີຍເຖິງເຄັດລັບບາງຢ່າງ ວ່າ: ເວລາຫວ່າງສ່ວນຫຼາຍມັກຈະອ່ານໜັງສື ແລະ ມັກຈະເຮັດອາຫານໃຫ້ຄອບຄົວກິນ ເພື່ອເຮັດໃຫ້ເປັນສົດຊື່ນ – ສົດໃສຢູ່ຕະຫຼອດເວລາ ແມ່ນຕ້ອງພັກຜ່ອນໃຫ້ພຽງພໍພ້ອມທັງກິນອາຫານໃຫ້ຄົບ 5 ໝູ່ຢູ່ເປັນປະຈຳ ຄຽງຄູ່ກັບໝັ່ນອອກກຳລັງກາຍ. ສໍາລັບເປົ້າໝາຍໃນອະນາຄົດຢາກລົງທຶນເຮັດທຸລະກິດນ້ອຍໆ ເພື່ອພິສູດໃຫ້ພໍ່ – ແມ່ໄດ້ເຫັນວ່າລູກກໍເຮັດໄດ້.

ໜຸ່ມອາລິນ ເຜີຍອີກວ່າ: ເວທີນີ້ທຸກໆຄົນກໍມີຄວາມຄາດຫວັງຫຼາຍ ແລະ ຕົນເອງກໍຄາດຫວັງກັບເວທີນີ້ພໍສົມຄວນ ເມື່ອເຮົາມີຄວາມຄາດຫວັງແລັວເຮົາກໍມີແຮງບັນດານໃຈທີ່ຢາກຈະສູ້ພ້ອມທັງພັດທະນາຕົນເອງໄປເທື່ອລະກ້າວ. ຕົນເອງກໍເປັນຄົນໜຶ່ງທີ່ເຂົ້າປະກວດ ແລະ ຄິດວ່າມີຄວາມສາມາດທີ່ຈະກ້າເຮັດໃນສິ່ງທີ່ມັກ ຫຼື ເຮັດໃຫ້ເຕັມທີ່ກໍພຽງພໍແລ້ວ, ການໄດ້ເຂົ້າຮອບ 20 ຄົນສຸດທ້າຍເປັນຄວາມພູມໃຈ ແລະ ດີໃຈສຸດໆບໍ່ຄິດເລີຍວ່າຈະໄດ້ມາຮອດຮອບນີ້ ການກຽມພ້ອມແມ່ນອອກກຳລັງກາຍ ແລະ ຮຽນເດີນແບບ.

ຊ່ອງທາງການຮ່ວມເຊຍ ແລະ ໃຫ້ກຳລັງໃຈ ໜຸ່ມອາລິນ ສາມາດຕິດຕາມເຟສບຸ໊ກສ່ວນຕົວ A’Alin todam ຫຼື ເປັນກໍາລັງໃຈໃຫ້ທັງ 20 ຄົນ ໄດ້ທາງເພຈ໌ Mister International Lao ແລະ ຮອບຕັດສິນແມ່ນໃນວັນທີ 13 ຕຸລາ 2019 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.

[ ຂ່າວ: ນຸ້ມນິ້ມ; ຮູບ: ອາລິນ ]