ກອງກວດກາພາສີ ແຂວງບໍລິຄຳໄຊ ເກັບລາຍຮັບໄດ້ລື່ນແຜນ

125

8 ເດືອນ ປີ 2019 ກອງກວດກາພາສີປະຈໍາແຂວງບໍລິຄໍາໄຊ ສາມາດປະຕິບັດລາຍຮັບເຂົ້າງົບປະມານແຫ່ງລັດໄດ້ແລ້ວ 10 ຕື້ກີບ ທຽບໃສ່ແຜນການປີລື່ນແຜນ25,44% ຄິດເປັນເງິນປະມານ 2 ຕື້ກວ່າກີບ, ລາຍຮັບສ່ວນໃຫຍ່ໄດ້ມາຈາກການແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າລັກລອບນອກດ່ານອື່ນໆ.

ທ່ານ ໄກສອນ ສີຈັນທະເລືອງ ຮອງຫົວໜ້າກອງກວດກາພາສີປະຈໍາແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ຂະແໜງພາສີທົ່ວ ແຂວງບໍລິຄໍາໄຊ ປີ 2019 ໄດ້ຕົວເລກມອບ 670,6 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດມາຮອດວັນທີ 27 ສິງຫາ 2019 ສາມາດປະຕິບັດໄດ້ 355 ຕື້ກວ່າກີບ ທຽບໃສ່ແຜນການປີເທົ່າກັບ 52,95%, ທຽບໃສ່ໄລຍະດຽວກັນຂອງປີ 2018 ເທົ່າກັບ 78,39%. ສຳລັບກອງກວດກາພາສີປະຈໍາແຂວງບໍລິຄໍາໄຊ ໃນປີ 2019 ໄດ້ມອບຕົວເລກແຜນການ 8 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດສາມາດປະຕິບັດໄດ້ 10 ຕື້ກີບ ທຽບໃສ່ແຜນການປີເທົ່າກັບ 125,44% ຖືວ່າໄດ້ລື່ນແຜນການ, ທຽບໃສ່ໄລຍະດຽວກັນຂອງໃນປີ 2018 ເທົ່າກັບ 214,02%; ລາຍຮັບສ່ວນໃຫຍ່ໄດ້ມາຈາກການແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າລັກລອບນອກດ່ານຈໍານວນໜຶ່ງ.

ທ່ານ ໄກສອນ ສີຈັນທະເລືອງ ເຜີຍໃຫ້ຮູ້ອີກວ່າ:  ຜ່ານການຈັດຕັ້ງປະຕິບັດວຽກງານຂອງຂະແໜງພາສີທົ່ວແຂວງບໍລິຄໍາໄຊ ໃນໄລຍະ 8 ເດືອນ ປີ 2019 ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນຖອດຖອນໄດ້ ເປັນຕົ້ນ: ຂໍ້ສະດວກໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະມີ ກົດໝາຍ, ນິຕິກໍາຕ່າງໆເປັນບ່ອນອີງ, ການຊີ້ນໍາ – ນໍາພາລົງໃກ້ຊິດຕິດແທດຂອງການນໍາກົມພາສີ, ກອງຄຸ້ມຄອງພາສີ V. ນອກນັ້ນ, ຍັງມີອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນໄດ້ຊີ້ນໍາໃກ້ຊິດຢ່າງເປັນປົກກະຕິ ເພື່ອຕິດຕາມໃນການຈັດເກັບລາຍຮັບ, ອໍານວຍຄວາມສະດວກໃຫ້ແກ່ຂະແໜງພາສີ.

ສ່ວນຂໍ້ຫຍຸ້ງຍາກໃນການຈັດເກັບລາຍຮັບ ເວົ້າລວມແລ້ວການກໍ່ສ້າງພື້ນຖານໂຄງລ່າງກໍບໍ່ມີຫຼາຍ. ສະນັ້ນ, ການນໍາເຂົ້າສິນຄ້າ, ເຄື່ອງຂອງກໍຫຼຸດລົງ, ນິຕິກໍາບາງອັນກໍມີການປັບປຸງ, ສໍາລັບຢູ່ດ່ານພາສີສາກົນປາກຊັນ ຖ້າທຽບໃສ່ແຂວງໃກ້ຄຽງແມ່ນພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າການຂົນສົ່ງສິນຄ້າ, ເຄື່ອງຂອງລະຫວ່າງປະເທດຍັງນໍາໃຊ້ເຮືອບັກຂົນສົ່ງ, ຢູ່ດ່ານພາສີຊາຍແດນສາກົນນໍ້າພາວ, ສະຖານທີ່ຈອດລົດບັນທຸກສິິນຄ້າ ຈອດຕາມເສັ້ນທາງຄັບແຄບແອອັດເຮັດໃຫ້ການຂົນສົ່ງສິນຄ້າເຂົ້າ – ອອກຊັກຊ້າ, ການຄຸ້ມຄອງຕິດຕາມສິນຄ້າ, ເຄື່ອງຂອງເຂົ້າ – ອອກດ່ານທັງສອງດ່ານສາກົນພົບ ຄວາມຫຍຸ້ງຍາກ, ເນື່ອງຈາກວ່າດ່ານນໍາເຂົ້າໄປຫາສາງກວດປ່ອຍສິນຄ້າແມ່ນຢູ່ໄກກັນ, ການແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງໃນໄລຍະຜ່ານມາໄດ້ດໍາເນີນການແກ້ໄຂຕາມກົດໝາຍ ແລະ ແຈ້ງການຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 1984/ກງ ລົງວັນທີ 27 ມິຖຸນາ 2018 ແລະ ບົດແນະນໍາຂອງກົມພາສີ ສະບັບເລກທີ 04100/ກພສ ລົງວັນທີ 3 ສິງຫາ 2018. ນອກນີ້, ແຈ້ງການຂອງແຂວງ ສະບັບເລກທີ 03/ຂບຊ ລົງວັນທີ 25 ກຸມພາ 2019 ແຈ້ງການດັ່ງກ່າວແມ່ນໃຫ້ບັນດາພະແນກການ ແລະ ບັນດາເມືອງພາຍໃນແຂວງຜູ້ທີ່ຄອບຄອງ ຫຼື ນໍາໃຊ້ພາຫະນະຊື້ – ຂາຍບໍ່ຖືກຕ້ອງໃຫ້ຮີບຮ້ອນມາເສຍພາສີ, ສໍາລັບພາຫະນະທີ່ຂຶ້ນບັນຊີຂອງບັນດາພະແນກການ ແລະ ເມືອງເທສະບານຂອງແຂວງ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂປັດຈຸບັນມີຈໍານວນ 38 ຄັນ, ລົດໃຫຍ່ 13 ຄັນ, ລົດຈັກ 25 ຄັນ. ນອກນັ້ນ, ຍັງມີພາຫະນະຈໍານວນໜຶ່ງຢູ່ບັນດາເມືອງ ແລະ ກຸ່ມບ້ານຫ່າງໄກສອກຫຼີກຈໍານວນໜຶ່ງທີ່ຍັງບໍ່ສາມາດເກັບກໍາຂໍ້ມູນໄດ້.

ເຖິງຢ່າງໃດກໍຕາມ, ເພື່ອເຮັດໃຫ້ ລາຍຮັບລວມຂອງແຂວງບັນລຸຕາມແຜນການ ແລະ ລາຍຮັບຂອງກອງກວດກາພາສີປະຈຳແຂວງລື່ນແຜນການຫຼາຍກວ່າເກົ່າ, ຄະນະກອງກວດກາໄດ້ມີວິທີການ, ມາດຕະການໃນຕໍ່ໜ້າການຈັດເກັບລາຍຮັບ, ສືບຕໍ່ຊີ້ນໍາ – ນໍາພາວຽກງານສືບສວນ – ສອບສວນ ແລະ ປາບປາມການລັກລອບສິນຄ້າໜີພາສີທຸກຮູບແບບໃຫ້ມີຄວາມເຂັ້ມແຂງ, ຊອກຫາພື້ນຖານແຫຼ່ງຂ່າວໃນການລັກລອບສິນຄ້າໃຫ້ຫຼາຍຂຶ້ນ, ຕິດຕາມ, ຄຸ້ມຄອງ ແລະ ກວດກາການນໍາເຂົ້າສິນຄ້າຂອງບັນດາໂຄງການຕ່າງໆທີ່ໄດ້ຮັບນະໂຍບາຍຍົກເວັ້ນ, ງົດເກັບ ແລະ ຫຼຸດຜ່ອນພາສີໃຫ້ນໍາໃຊ້ຖືກເປົ້າໝາຍ, ຕິດຕາມ, ກວດກາພາຫະນະນໍາເຂົ້າຊື້ – ຂາຍບໍ່ຖືກຕ້ອງທີ່ຜູ້ຄອບຄອງ ຫຼື ຜູ້ນໍາໃຊ້ທີ່ຍັງບໍ່ທັນໄດ້ມາສະເໜີຂໍເສຍພາສີຕາມນິຕິກໍາທີ່ນໍາໃຊ້ໃນປັດຈຸບັນ ເພື່ອມາດໍາເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ, ສືບຕໍ່ໃນການແກ້ໄຂພາຫະນະນໍາເຂົ້າຊື້ – ຂາຍບໍ່ຖືກຕ້ອງຕາມກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍໃຫ້ບັນລຸຕາມເປົ້າໝາຍ.

( ຂ່າວ – ຮູບ: ກະຊວງການເງິນ )