ກຽມສ້າງນິຕິກຳຄຸ້ມຄອງແຮງງານເຄື່ອນຍ້າຍ ຫຼີກລ່ຽງການຖືກເອົາປຽບຈາກນາຍຈ້າງ

75

ການສ້າງນິຕິກຳຄຸ້ມຄອງສິດ ແລະ ຜົນປະໂຫຍດຂອງແຮງງານເຄື່ອນຍ້າຍທັງພາຍໃນ ແລະ ຕ່າງປະເທດຍັງເປັນເລື່ອງທ້າທາຍທີ່ 5 ປະເທດລຸ່ມແມ່ນໍ້າຂອງຈະໄດ້ຮ່ວມກັນແກ້ໄຂ ເພື່ອສ້າງນິຕິກຳຄຸ້ມຄອງຜົນປະໂຫຍດຂອງເຂົາເຈົ້າ ບໍ່ໃຫ້ຖືກເອົາປຽບຈາກນາຍຈ້າງເມື່ອອອກໄປເຮັດວຽກຢູ່ຕ່າງຖິ່ນ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังเดิน, ผู้คนกำลังเล่นกีฬา, ผู้คนกำลังยืน และสถานที่กลางแจ้ง

ສະເພາະ ສປປ ລາວ ເອງກໍ່ເປັນໜຶ່ງໃນບັນດາປະທດ ທີ່ມີແຮງ​ງານ​ເຄື່ອນ​ຍ້າຍ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ນັບ​ມື້​ເພີ່ມ​ຂຶ້ນ, ຂະນະທີ່ການສ້າງນິຕິກຳຄຸ້ມຄອງ ລວມທັງກົນໄກຮັບຮອງດ້ານປະກັນສັງຄົມຍັງບໍ່ທັນກວ້າງຂວາງເລິກເຊິ່ງ ໂດຍສະເພາະແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, จักรยาน, ท้องฟ้า และสถานที่กลางแจ้ง

ຂໍ້ມູນນີ້, ໄດ້ຖືກເປີດເຜີຍ ແລະ ນຳມາປຶກສາຫາລືໃນກອງປະຊຸມ ລັດຖະມົນຕີ​ແຮງ​ງານ ຂອງ​ບັນດາ​ປະ​ເທດລຸ່ມ​ແມ່​ນ້ຳຂອງ (CLMTV) ຄັ້ງທີ III ທີ່ໄດ້ຈັດຂຶ້ນໃນ​ວັນ​ທີ 17 ກັນຍາ 2019 ຜ່ານມາ ທີ່​ຊຽມລຽບ ປະ​ເທດ​ກຳປູ​ເຈຍ. ເຊິ່ງແມ່ນທ່ານ ​ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ສປປ ລາວ ໄດ້ເຂົ້າຮ່ວມ ແລະ ໄດ້​ກ່າວ​ທີ່ກອງປະຊຸມມີບາງຕອນສໍາຄັນວ່າ:

ສປປ ລາວ ມີຈໍານວນ​ແຮງ​ງານ​ເຄື່ອນ​ຍ້າຍ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ນັບ​ມື້​ເພີ່ມ​ຂຶ້ນ ເຊິ່ງບັນຫາ​ຕ່າງໆ​ຍັງທີ່​ເປັນ​ສິ່ງ​ທ້າ​ທາຍກ່ຽວ​ກັບ​ຄວາມ​ບໍ່​ປອດ​ໄພ ​ຂອງ​ແຮງ​ງານ​ເຫຼົ່ານີ້ ​ກໍ່ປະກົດ​ຫຼາຍ​ຂຶ້ນ ລວມທັງ​ເລື່ອງ​ການ​ປະກັນ​ສັງຄົມ​ຂອງ​ພວກ​ເຂົາ​ເຈົ້າ. ​ເຊິ່ງລັດຖະບານ​ ກໍ​ໄດ້​ເອົາ​ໃຈ​ໃສ່ໃນ​ການ​ສ້າງ​ນິຕິ​ກຳ, ກົນ​ໄກ​ທາງ​ດ້ານ​ປະກັນ​ສັງ​ຄົມເພື່ອ​ຮອງ​ຮັບ, ​ແຕ່​ກໍ​ຍັງ​ເປັນ​ການ​ນຳ​ໃຊ້​ຢູ່ພາຍ​ໃນ​ປະ​ເທດ​ເປັນ​ສ່ວນ​ໃຫຍ່, ຍັງ​ບໍ່​ສາມາດ​ກວມ​ເອົາ​ແຮງ​ງານ​ລາວ ​ທີ່​ເຮັດ​ວຽກ​ຢູ່​ຕ່າງປະເທດ​ໄດ້​ເທົ່າ​ທີ່​ຄວນ.

 

ກອງປະຊຸມຄັ້ງນີ້, ​ຈະ​ເຮັດ​ໃຫ້​ 5 ປະ​ເທດ​ຂອງ​ພວກ​ເຮົາ​ ໄດ້​ປຶກສາ​ຫາລື​ກັນ ​ເພື່ອ​ກ້າວ​ໄປ​ສູ່​ການ​ສ້າງ​ກົນ​ໄກທີ່​ມີ​ປະສິດທິພາບ ​ໃນ​ການ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ແຮງ​ງານ​ພວກ​ເຮົາ ທີ່​ເຄື່ອນ​ຍ້າຍ​ໄປມາ​ ເພື່ອ​ການ​ມີ​ວຽກ​ເຮັດ​ງານ​ທຳ ​ແລະ ພ້ອມ​ກັນ​ບັນລຸ​ການ​ແກ້​ໄຂ​ບັນຫາ​ຕ່າງໆ​ ທາງ​ດ້ານ​ແຮງ​ງານ ລວມທັງ​ບັນຫາ​ການ​ເຄື່ອນ​ຍ້າຍ​ແຮງ​ງານ ​ໃຫ້​ໄດ້​ຮັບ​ການ​ປົກ​ປ້ອງທາງ​ດ້ານ​ສະຫວັດດີ​ການ​ແຮງ​ງານ​ ໃຫ້ນັບ​ມື້​ດີ​ຂຶ້ນ ທ່ານ ຄຳແພງ ໄຊສົມແພງ ກ່າວ.

​ກອງ​ປະຊຸມລັດຖະມົນຕີ​ ແຮງ​ງານຂອງ​ບັນດາ​ປະ​ເທດ ລຸ່ມ​ແມ່​ນ້ຳຂອງຄັ້ງ​ທີ 4 ຈະ​ຈັດ​ຂຶ້ນ​ໃນ​ ປີ 2021​ ​ໂດຍແມ່ນ ສປປ ລາວ ​ເປັນ​ເຈົ້າພາບ.

 

 

 

ທີ່ມາ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ