ຄູຝຶກ ຢູ 16 ລາວ ຊີ້ທຸກຢ່າງສາມາດເກີດຂຶ້ນໄດ້ ນັດພົບກັບ ຍີ່ປຸ່ນ ແລງມື້ນີ້

183

ຫົວໜ້າຄູຝຶກ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ຊີ້ທຸກຢ່າງເກີດຂຶ້ນໄດ້ ເຖິງຈະພົບກັບທີມຍັກໃຫຍ່ຂອງອາຊີຢ່າງທີມຊາດຍີ່ປຸ່ນ ແຊັມເກົ່າ ໃນມື້ນີ້ວັນທີ 18 ກັນຍາ 2019 ໃນການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກ 2020 ( AFC U – 16 CHAMPIONSHIP 2020, Qualifiers ) ກຸ່ມ J ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 18 – 22 ກັນຍາ 2019.

ທ່ານ SELVARAJ VENG- DASALAM ຫົວໜ້າຄູຝຶກ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ກ່າວໃນພິທີຖະແຫຼງຂ່າວ ເມື່ອວັນທີ 17 ກັນຍາ 2019 ທີ່ໂຮງແຮມແລນມາກ ວ່າ: ຢູ 16 ລາວ ໄດ້ມີການເກັບຕົວຝຶກຊ້ອມມາແລ້ວ 3 ເດືອນ ແລະ ນັກກີລາມີຄວາມຫ້າວຫັນ ແລະ ຄວາມພ້ອມທີ່ຈະລົງແຂ່ງຂັນລາຍການນີ້ ເຊິ່ງເປັນໂອກາດທີ່ດີທີ່ ຢູ 16 ລາວ ຈະໄດ້ແຂ່ງຂັນກັບທີມທີ່ມີຄຸນນະພາບ ເປັນຕົ້ນແມ່ນ ຍີ່ປຸ່ນ ແຊັມເກົ່າ, ມາເລເຊຍ ແຊັມລາຍການຊີງແຊັມອາຊຽນ ແລະ ກໍາປູເຈຍ ເພາະນັກເຕະທີມຊາດລາວ ເຊື່ອວ່າ ຢູ 16 ລາວ ຈະສະແດງສັກກະຍະພາບສູງສຸດອອກມາ ແລະ ທຸກຢ່າງສາມາດເກີດຂຶ້ນໄດ້.

“ ແນ່ນອນ ຢູ 16 ລາວ ຢູ່ຮ່ວມສາຍທີ່ໜັກ, ສ່ວນເປົ້າໝາຍຂອງພວກເຮົາແມ່ນເບິ່ງໄປນັດຕໍ່ນັດ ໂດຍສະເພາະນັດທີ່ພົບກັບ ທີມຊາດຍີ່ປຸ່ນ ( ໃນແລງມື້ນີ້ ) ເປັນນັດໜັກທີ່ສຸດ ແຕ່ພວກເຮົາກໍຈະພະຍາຍາມແຂ່ງຂັນໃຫ້ດີທີ່ສຸດ ເຖິງວ່າບາງເທື່ອຜົນການແຂ່ງຂັນອາດຈະບໍ່ເປັນໃຈ ແຕ່ວ່າຜົນງານຂອງນັກກີລາຈະເປັນກຸນແຈສໍາຄັນທີ່ຈະເຮັດໃຫ້ທີມກ້າວໄປສູ່ ຄວາມສໍາເລັດໃນອະນາຄົດ ” ຫົວໜ້າຄູຝຶກທີມຊາດລາວ ກ່າວ.

ສ່ວນທ່ານ Yoshiro Moriyama ຫົວໜ້າຄູຝຶກທີມຊາດຍີ່ປຸ່ນ ກ່າວວ່າ: ໄດ້ເດີນທາງມາ ສປປ ລາວ ຕັ້ງແຕ່ອາທິດທີ່ຜ່ານມາ ເຫັນວ່າ ສປປ ລາວ ໃຫ້ການຕ້ອນຮັບຢ່າງໜ້າປະທັບໃຈ, ສ່ວນ ຄວາມທ້າທາຍໃນຮອບຄັດເລືອກຄັ້ງນີ້ແມ່ນນັກກີລາຊຸດນີ້ເກືອບທັງໝົດແມ່ນນັກກີລາໃໝ່ ແລະ ບໍ່ເຄີຍເຂົ້າແຂ່ງຂັນລາຍການລະດັບນານາຊາດມາກ່ອນ. ນອກນັ້ນ, ຍັງມີສະພາບແວດລ້ອມອາກາດຮ້ອນທີ່ ສປປ ລາວ ຕ່າງກັບ ຍີ່ປຸ່ນ ອາດມີຜົນຕໍ່ທີມຫຼາຍ ລວມເຖິງຍັງບໍ່ຮູ້ຮູບແບບການຫຼິ້ນຂອງ ທີມຊາດລາວ ແລະ ອີກ 2 ທີມໃນກຸ່ມ. ຢ່າງໃດກໍຕາມ, ເປົ້າໝາຍຂອງພວກເຮົາຄືເຂົ້າຮອບຕໍ່ໄປ.

ກ່ອນໜ້ານີ້ ຢູ 16 ລາວເດີນທາງໄປເກັບຕົວທີ່ ສສ ຫວຽດນາມ ລະຫວ່າງວັນທີ 1 – 10 ກັນຍາ 2019 ນັດທໍາອິດສາມາດສະເໝີກັບ ຢູ 16 ຮ່ວງແອງ ຢາລາຍ 1 – 1, ນັດທີ 2 ແລະ ນັດທີ 3 ເອົາຊະນະ ຢູ 16 PVF 2 – 1, ສ່ວນຜົນງານຂອງ ຢູ 16 ລາວ ໃນປະຫວັດສາດການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຮຸ່ນອາຍຸ 16 ປີ ສາມາດຜ່ານເຂົ້າໄປຫຼິ້ນຮອບສຸດທ້າຍໄດ້ຈຳນວນ 2 ຄັ້ງ ຄື: ປີ 2004 ທີ່ປະເທດຍີ່ປຸ່ນ ແລະ ປີ 2012 ທີ່ປະເທດອີຣານ.

ສໍາລັບການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຮຸ່ນອາຍຸ 16 ປີ ຮອບຄັດເລືອກ 2020 ກຸ່ມ J ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນລະຫວ່າງວັນທີ  18 – 22 ກັນຍາ 2019 ໂດຍປະກອບມີ: ຍີ່ປຸ່ນ ( ແຊັມເກົ່າ ), ລາວ, ມາເລເຊຍ ແລະ ກຳປູເຈຍ.

ສ່ວນຕາຕະລາງການແຂ່ງຂັນທີມຊາດລາວ ມີດັ່ງນີ້: ນັດທໍາອິດ ວັນທີ 18 ກັນຍາ 2019 ເວລາ 15:00 ໂມງ ພົບ ທີມຊາດຍີ່ປຸ່ນ, ນັດທີ 2 ວັນທີ 20 ກັນຍາ 2019 ເວລາ 18:30 ໂມງ ພົບ ມາເລເຊຍ ແລະ ນັດສຸດທ້າຍວັນທີ 22 ກັນຍາ 2019 ເວລາ 18:30 ໂມງ ພົບ ທີມຊາດກຳປູເຈຍ ໂດຍທຸກໆນັດແມ່ນແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

( ຂ່າວ: ຄໍາສອນ; ຮູບ: ສອນໄຊ )