ຄົນລາວມີນໍ້າໃຈ! ສົ່ງຄືນກະເປົ໋ານັກທ່ອງທ່ຽວຊາວອີຕາລີ ຫຼັງລືມຢູ່ລົດຕູ້ໂດຍສານ

42

ນັບວ່າເປັນເລື່ອງລາວທີ່ໜ້າຊື່ນຊົມອ້າຍນ້ອງຕຳຫຼວດແຂວງ ຫຼວງນໍ້າທາ ທີ່ໄດ້ສ້າງຜົນງານໃໝ່ໃນການຊ່ວຍເຫຼືອນັກທ່ອງທ່ຽວນຳເອົາກະເປົ໋າ ພ້ອມດ້ວຍອຸປະກອນເຄື່ອງໃຊ້ນຳພົນລະມືອງດີ ທີ່ເກັບໄວ້ໃຫ້ນຳມາຄືນເຈົ້າຂອງສຳເລັດເປັນທີ່ຮຽບຮ້ອຍ.

ໃນວັນທີ 15 ກັນຍາ 2019 ຜ່ານມາ ຢູ່ຫ້ອງການທ່ອງທ່ຽວແຂວງຫຼວງນໍ້າທາ, ເຈົ້າໜ້າທີ່ພະແນກຕໍາຫຼວດທ່ອງທ່ຽວໄດ້ມອບກະເປົາສີດຳໜຶ່ງໜ່ວຍ ພ້ອມເຄື່ອງໃຊ້ປະເພດ ໂປຼເຈັກເຕີ ຍີ່ຫໍ່ແອເຊີ ໜຶ່ງເຄື່ອງມອບໃຫ້ທ້າວ ຈີອັອກໂຕ ນັກທ່ອງທ່ຽວ ສັນຊາດອີຕາລີ.

 

ຫຼັງຈາກເຈົ້າໜ້າທີ່ໄດ້ຮັບແຈ້ງເສຍຈາກທ່ານ ຈີອັອກໂຕ ໃນວັນທີ 15 ກັນຍາ 2019ວ່າ ຜູ້ກ່ຽວໄດ້ເຂົ້າມາ ສປປ ລາວ ໂດຍຜ່ານຂົວມິດຕະພາບລາວ – ໄທ ແຂວງບໍ່ແກ້ວ ແລ້ວຂຶ້ນລົດຕູ້ໂດຍສານທະບຽນກຳແພງນະຄອນ ນທ 8670 ມາແຂວງຫຼວງນ້ຳທາ ແລ້ວລືມກະເປົ໋າປະໄວ້ໃນລົດ.
ພາຍຫຼັງໄດ້ຮັບແຈ້ງຄວາມແລ້ວ ໄດ້ແຕ່ງຕັ້ງພະນັກງານວິຊາການລົງປະສານສົມທົບກັບໜ່ວຍບໍລິການຄີວລົດຕ່າງແຂວງ ຈຶ່ງສາມາດເກັບກູ້ຄືນໄດ້ຈາກທ້າວ ທອນ ເຊິ່ງເປັນເຈົ້າຂອງລົດຕູ້ໂດຍສານຄັນດັ່ງກ່າວ ແລະ ໄດ້ນໍາເອົາກະເປົາມາມອບໃຫ້ເຈົ້າຂອງເດີມ.

 

ໃຫ້ກຽດມອບໂດຍ ທ່ານ ພັນໂທ ສຸກສະໝອນ ເພັດງາຄໍາ ຫົວໜ້າພະແນກຕຳຫຼວດທ່ອງທ່ຽວ ແຂວງຫຼວງນ້ຳທາ ໂດຍຊ້ອງໜ້າພະນັກງານວິຊາການກ່ຽວຂອງເຂົ້າຮ່ວມ ແລະ ທ່ານ ຈີອັອກໂຕ ກໍ່ໄດ້ສະແດງຄໍາຂອບໃຈຢ່າງສູງທີ່ທາງເຈົ້າໜ້າທີ່ພະແນກຕໍາຫຼວດທ່ອງທ່ຽວໃຫ້ຄວາມຊ່ວຍເຫຼືອ ສາມາດນໍາເອົາກະເປົາມາສົ່ງຄືນໄດ້ໃນທີ່ສຸດ.