ຊິຮອດແລ້ວເດີ້!!! ປະເພນີການໄຫຼເຮືອໄຟ ສິລະປະທີ່ລືນາມຫຼວງພະບາງ

180

ເຜີແປັບດຽວ ກໍຈະຮອດວັນບຸນອອກພັນສາແລ້ວ ເຊິ່ງເປັນວັນບຸນໜຶ່ງຕາມຮີດ 12 ຄອງ 14 ຂອງລາວ ຈັດຂຶ້ນທຸກໆປີໃນວັນຂຶ້ນ 15 ຄໍ່າ ເດືອນ 11 ລາວ ເຊິ່ງປີນີ້ກົງກັບ ວັນທີ 13 ຕຸລາ 2019.

ທົ່ວທັງຊາວລາວກໍພາກັນ ຕັກບາດ ໄຫຼເຮືອໄພ ວຽນທຽນ ລອຍກະໂທງ ຄົບງັນ ຈັດງານບຸນກັນຢ່າງມ່ວນຊື່ນ… ເຊິ່ງບອກເລີຍວ່າ ຫາກທ່ານຢາກຊົມ ແລະ ສໍາຜັດຄວາມສວຍງາມ ຕາມຮີດຄອງປະເພນີແທ້ໆ ຕ້ອງໄປທີ່ຫຼວງພະບາງ ປີນີ້ເພິ່ນກໍໄດ້ມີວາລະການຈັດງານອອກມາແລ້ວຕາມວາລະດັ່ງນີ້:

ໃນມື້ອອກໃໝ່ 14 ຄໍ່າ ເດືອນ 11 ພສ 2562 ກົງກັບວັນເສົາທີ 12 ຕຸລາ 2019 ເປັນມື້ຫ້າງຫາກະກຽມບຸນມະຫາຊາດ ນະມັດສະການພະທາດຈອມສີ, ເວລາ 8:00 ໂມງ ຫ້າງຫາກະກຽມປະດັບປະດາຕົບແຕ່ງສະຖານທີ່ ພະທາດຈອມສີ.

ເວລາ 13:00 ເຕົ້າໂຮມ ພຣະສົງ, ສາມະເນນ, ປະຊາຊົນບັນດາເຜົ່າ ທໍາພິທີທາງສາສະໜາ, ເວລາ 14:00 ສູດປະລິຕະມຸງຄຸນ ພະທາດຈອມສີ, ເທພດສະຫຼອງອຸປະຄຸດ, ເທດສັງກາດຫຼວງ, ສຸດໂພ ແລະ ສູດອິຕິປິໂສ.

ເວລາ 19:00 ທ່ຽວຊົມຄວາມງົດງາມໄຟແສງສີຂອງການໄຕ້ປະທິບ (ໂຄມໄຟ) ຕາມວັດແຫ່ງຕ່າງໆ ພາຍໃນນະຄອນຫຼວງພະບາງ.

2 ໃນມື້ອອກໃຫມ່ 15 ຄໍ່າ ເດືອນ 11 ເພັງ ພສ 2562 ກົງກັບວັນອາທິດທີ 13 ຕຸລາ 2019 ເປັນມື້ມະຫາຊາດ ນະມັດສະຫານ ພະທາດຈອມສີ, ເວລາ 6:00 ປະຊາຊົນບັນດາເຜົ່າ ໃສ່ບາດ ຕາມວັດແຫ່ງຕ່າງໆ ທີ່ມີເງື່ອນໄຂ.

ເວລາ 9:00 ທໍາພິທີທາງສາສະໜາທີ່ພະທາດຈອມສີ, ສູດ, ສັກອານິຈາ, ຖະຫວາຍສັງຄະທານ-ສັງຄະແທນ, ແຈກເພນ ແລະ ເທດມະຫາຊາດຕະຫຼອດວັນ, ເວລາ 19:00 ທ່ຽວຊົມງານໄຟແສງສີຂອງຫານໄຕ້ປະທິບ (ໂຄມໄຟ) ຕາມວັດແຫ່ງຕ່າງໆ ພາຍໃນນະຄອນຫຼວງພະບາງ.

3 ມື້ແຮມ 1 ຄໍ່າ ເດືອນ 11 ພສ 2562 ກົງກັບວັນຈັນ ທີ 14 ຕຸລາ 2019 , ຕອນເຊົ້າ ແຕ່ລະບ້ານ, ສະຖາບັນໂຮງຮຽນ-ການສຶກສາ ແລະ ພາກສ່ວນຕ່າງໆ ຕົບແຕ່ງເຮືອໄຟໃຫ້ຮຽບຮ້ອຍ ແລະ ມີຄວາມສວຍງາມ.

ເວລາ 18:00 ເຕົ້າໂຮມເຮືອໄຟຂອງແຕ່ລະພາກສ່ວນທີ່ເຂົ້າມາປະກວດ ຢູ່ຫໍພິພິດຕະພັນ (ຕີນພູສີ).

ເວລາ 18:30 ການນໍາຂັ້ນແຂວງ, ນະຄອນ ແລະ ແຂກຖືກເຊີນ ມາເຖິງສະຖານທີ່ເປີດງານ, 19:00 ເລີ່ມພິທີທາງສາສະໜາ ເທດສະຫຼອງເຮືອໄຟຢູ່ “ວັດປ່າຮວກ” ຈໍານວນ 1 ກັນ, ເວລາ 19:30 ເປີດພິທີບຸນໄຫຼເຮືອໄຟຢ່າງເປັນທາງການ ຕາມຮີດຄອງປະເພນີ, ຫຼັງຈາກນັ້ນຊົມຄວາມສວຍງາມຂອງຂະບວນເຮືອໄຟແຕ່ລະພາກສ່ວນແຫ່ໄປຕາມເສັ້ນທາງສີສະຫວ່າງວົງຈົນເຖິງທ່ານໍ້າຂອງວັດຊຽງທອງ ແລະ ເຄື່ອນເຮືອໄຟລົງນໍ້າຕາມລໍາດັບ.

ເວລາ 20:30 ການນໍາພັກລັດ ເຂົາຮ່ວມລອຍປະທິບຢູ່ ທ່ານໍ້າຂອງ ບ້ານວັດໜອງ, ປະຊາຊົນຊົນຊົມຄວາມງາມໄຟແສງສີຂອງການໄຕ້ປະທີບ (ໂຄມໄຟ) ຕາມວັດແຫ່ງຕ່າງໆ ພາຍໃນນະຄອນຫຼວງພະບາງ

ຫາກໃຜທີ່ຢາກຈະໄປຮ່ວມສໍາຜັດກິດຈະກໍາຕ່າງໆຂ້າງເທິງນັ້ນກໍວາງແຜນກຽມໄປຮ່ວມງານໄດ້ເລີຍ ຂໍບອກວ່າຄຸ້ມຄ່າແນ່ນອນ…