ຊົມຮູບເງົາ “ດອກຈໍາປາບານ” ສໍາພັດຄວາມຮັກລະຫວ່າງ 2 ແຜ່ນດິນ ທຸກໂຮງຮູບເງົາ ເລີ່ມ 19 ກັນຍາ

61

ໃນທີ່ສຸດວັນທີ່ແຟນໆຄອງຄອຍກໍມາຮອດ ກັບຮູບເງົາໃຫຍ່ຄັ້ງປະຫວັດສາດ ລະຫວ່າງ 2 ຊາດລາວຈີນຮູບເງົາ “ດອກຈໍາປາບານ” ເຂົ້າສາຍຢ່າງເປັນທາງການແລ້ວເດີ້ ເລີ່ມຕັ້ງແຕ່ວັນທີ 19 ກັນຍາ 2019 ມື້ອື່ນນີ້ ສາມາດໄປຊົມໄດ້ທຸກໂຮງຮູບເງົາທົ່ວປະເທດ.

*

ເພາະຕອນບ່າຍມື້ນີ້ ໄດ້ມີການສາຍຮູບເງົາດັ່ງກ່າວຢ່າງເປັນທາງການ ຫຼື ຮອບສື່ມວນຊົນ ຢູ່ທີ່ ສູນການຄ້າວຽງຈັນເຊັນເຕີ ໂດຍມີທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ກຽດເປັນປະທານເປີດ ມີ ທ່ານ ດຣ.ປອນເມກ ດາລາລອຍ ອາດີດ ລັດຖະມົນຕີ ກະຊວງ ສາທາລະນະສຸກ, ທ່ານ ວັນສີ ກົ່ວມົ່ວ ຫົວໜ້າຫ້ອງການກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ວິທູນ ສຸນດາຣາ ຫົວໜ້າກົມຮູບເງົາ ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍ ແຂກຖຶກເຊີນຈາກທາງພາກລັດ ແລະ ເອກະຊົນ ບໍລິສັດ ຫ້າງຮ້ານນັກຮ້ອງ ນັກສະແດງ ສື່ມວນຊົນຈາກຫຼາຍຂະແໜງການເຂົ້າຮ່ວມ.

*

ທ່ານ ວິທູນ ສຸນດາຣາ ຫົວໜ້າກົມຮູບເງົາ ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ກ່າວວ່າ: ຮູບເງົາເລື່ອງ ດອກຈໍາປາບານ ເປັນການຮ່ວມມືລະຫວ່າງ ລາວ-ຈີນ ໄດ້ກຽມສ້າງມາແຕ່ປີ 2016, ເລີ່ມຖ່າຍທໍາໃນປີ 2017,

*

ສ້າງສໍາເລັດໃນປີ 2018 ໄດ້ເປີດສາຍຢູ່ຕ່າງປະເທດມາແລ້ວ ພ້ອມທັງໄດ້ຮັບລາງວັນໃນງານ Miami ຈາກປະເທດສະຫະລັດອາເມຣິກາ ປີ 2018 ມື້ນີ້ເປັນເລີກງາມຍາມດີຈຶ່ງໄດ້ເປີດສາຍເປັນຮອບສື່ມວນຊົນໃຫ້ແກ່ຊາວລາວໄດ້ຊົມກັນ

*

ເຊິ່ງຮູບເງົາດັ່ງກ່າວ ສະແດງໃຫ້ເຫັນເຖິງສາຍພົວພັວ 2 ຊາດລາວຈີນ, ຄວາມຮັກຂອງໜຸ່ມສາວສອງຊາດ ທີ່ມີອຸປະສັກຫຼາຍຢ່າງ ເຊິ່ງບົດສະຫຼຸບຈະເປັນແນວໃດຢາກໃຫ້ທ່ານໄດ້ໄປຊົມເພື່ອຄວາມຕື່ນເຕັ້ນ,

*

ນອກນັ້ນເລື່ອງນີ້ຍັງສະແດງເຖິງວັດທະນະທໍາທີ່ດີງາມ ແຫຼ່ງທ່ອງທ່ຽວທີ່ສວຍສົດງົດງາມຂອງທັງ 2 ຊາດ ບອກເລີຍວ່າຕ້ອງໄປຊົມເອງໃຫ້ໄດ້ ເຊິ່ງຈະເຂົ້າສາຍໃຫ້ມວນຊົນໄດ້ຊົມກັນ ວັນທີ 19 ກັນຍາ 2019 ເປັນຕົ້ນໄປ