ບໍ່ເຄີຍເຮັດໃຫ້ຄົນລາວຜິດຫວັງ! ປູເປ້ ສະແດງຜົນງານເດັ່ນ ຈົນໄດ້ເຊັນສັນຍາກັບສະໂມສອນຝຣັ່ງ

102

ຕາມການລາຍງານຂອງ ທ່ານ ພູເຂົາທອງ ພົມມະວົງ ຜູ້ປົກຄອງຂອງ ນ້ອງອາລີຍາ ວົງດາລາ ຫຼື ປູເປ້ ໄດ້ໃຫ້ຮູ້ວ່າ: ປູເປ້ ເຊັນສັນຍາເປັນນັກເທັນນິສຂອງສະໂມສອນໃນປະເທດຝຣັ່ງ ໂດຍເນື້ອໃນສັນຍາລະບຸວ່າ ທາງສະໂມສອນ ຈະຊ່ວຍເຫລືອດ້ານຄ່າເດີນທາງໄປ-ກັບ ເພື່ອໃຫ້ ປູເປ້ ມາຮ່ວມແຂ່ງຂັນລາຍການຕ່າງໆຢູ່ຝຣັ່ງ ລະຫວ່າງເດືອນເມສາຫາເດືອນກໍລະກົດ ປີ 2020 ແລະ ໃນລະຫວ່າງເດືອນກໍລະກົດຫາເດືອນສິງຫາ 2020 ແມ່ນເຂົ້າແຄ້ມຝຶກຊ້ອມໄປພ້ອມກັນ ໂດຍມີ ທ່ານ ໂຈນາທານ ຄູຝຶກມືອາຊີບຂອງສະໂມສອນເປັນຜູ້ຊ່ວຍແນະນຳ-ຝຶກຝົນຕາມຫລັກສູດນາໆຊາດ, ສ່ວນເລື່ອງເງິນລາງວັນທີ່ໄດ້ຈາກການແຂ່ງຂັນ ທາງສະໂມສອນແມ່ນມອບໃຫ້ ປູເປ້ ທັງໝົດ. ຂະນະທີ່ ລາຍລະອຽດ ແລະ ພິທີມອບຮັບສັນຍາແມ່ນຈະຈັດຂຶ້ນໃນວັນເສົາທີ 21 ກັນຍາ 2019 ຈະລາຍງານໃຫ້ຊາບຕື່ມ

ກ່ອນໜ້ານີ ປູເປ້ ການເດີນທາງມາຝຶກຊ້ອມ ແລະ ແຂ່ງຂັນຢູ່ຝຣັ່ງ ໃນລະຫວ່າງວັນທີ 18 ສິງຫາ – ວັນທີ 23 ກັນຍາ 2019 ສາມາດເຂົ້າເຖິງຮອບຮອງຊະນະເລີດທັງ 6 ລາຍການ ໃນນີ້ເປັນແຊ້ມ 3 ລາຍການ, ສ້າງຄວາມສົນໃຈໃຫ້ຫລາຍສະໂມສອນໃນຝຣັ່ງ ແລະ ຄວາມພາກພູມໃຈໃຫ້ປະຊາຊົນລາວທັງຊາດ.

ສໍາລັບ ປູເປ້ ເປັນນັກກີລາເທັນນິສຄວາມຫວັງຂອງ ສປປ ລາວ ເກີດເມື່ອວັນທີ 17 ກໍລະກົດ 2005 ທີ່ນະຄອນຫຼວງວຽງຈັນ ປັດຈຸບັນຮຽນຢູ່ ມັດທະຍົມສົມບູນ ຊະນະພົນ ເຊິ່ງກາຍເປັນນັກເທັນນິສເຍົາວະຊົນຍິງດ່ຽວ ມື 1 ຂອງ ສປປ ລາວ ນັບຕັ້ງແຕ່ລຸ້ນອາຍຸ 10, 12 ແລະ 14 ປີອີກດ້ວຍ, ສ່ວນອັນດັບໃນປະເທດໄທ ເປັນມື 1 ລຸ້ນ 10, ມື 13 ຂອງລຸ້ນ 12 ແລະ ມື 112 ລຸ້ນ 14 ປີ ຂະນະທີ່ ອັນດັບເຍົາວະຊົນໃນ ສະຫະພັນເທັນນິສອາຊຽນ ເປັນມືທີ 306 ໃນລຸ້ນອາຍຸ 14 ປີ ເພາະໃນລະດັບນີ້ແມ່ນຈະນັບລຸ້ນອາຍຸ 14 ປີຂຶ້ນໄປ.

(ຂ່າວ: ຄໍາສອນ ແລະ ເອກກະສັນ)
ຮູບຈາກ: Phoukhaothong Phommavong.