ປູກຫອມປ້ອມຍາມຝົນ ໄດ້ຜົນຜະລິດໜ້ອຍແຕ່ລາຄາແພງ

252

ຜັກຫອມປ້ອມເປັນພືດຊະນິດໜຶ່ງທີ່ຜູ້ຄົນນິຍົມບໍລິໂພກຢ່າງຫຼວງຫຼາຍ ເຊິ່ງສາມາດນໍາໄປປະກອບໃສ່ອາຫານໄດ້ເກືອບທຸກຊະນິດເພື່ອເພີ່ມກິ່ນຫອມ ຕົກແຕ່ງເຮັດໃຫ້ອາຫານມີໜ້າຕາທີ່ໜ້າຮັບປະທານຫຼາຍຂຶ້ນ, ສິ່ງສໍາຄັນປູກງ່າຍບໍ່ຕ້ອງການນໍ້າຫຼາຍ ແຕ່ຂໍ້ເສຍໃນລະດູຝົນມັກເປັນພະຍາດໃບເຫຼືອງ, ໃຫ້ຜົນຜະລິດໜ້ອຍ, ເວລາຫວ່ານແກ່ນພັນກໍບໍ່ແຕກດີ ແຕ່ຄຽງຄູ່ກັບຂໍ້ເສຍນັ້ນມັນມີຂໍ້ດີຢູ່ຄືມັນໄດ້ລາຄາແພງ ເນື່ອງຈາກວ່າມີຜົນຜະລິດໜ້ອຍບໍ່ພຽງພໍກັບ ຄວາມຕ້ອງການຂອງຕະຫຼາດ ເຊິ່ງຈາກທີ່ຜູ້ຂຽນໄດ້ລົງສໍາຫຼວດລາຄາພືດຜັກໃນລະດູຝົນໄລຍະທ້າຍເດືອນສິງຫາ ຫາ ກັນຍາ 2019, ລາຄາໃນຕະຫຼາດຢູ່ທີ່ 30 – 50 ພັນກີບຕໍ່ກິໂລ ເຊິ່ງນັບວ່າເປັນພືດຜັກທີ່ມີລາຄາແພງຫຼາຍໃນໄລຍະນັ້ນ.

ອ້າຍສົມບັດ ປະຊາຊົນບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການປູກຜັກຫອມປ້ອມ ແມ່ນຈະດູແລຍາກ ໂດຍສະເພາະລະດູຝົນເທົ່ານັ້ນ, ສ່ວນລະດູແລ້ງແມ່ນຮັກສາງ່າຍ ແລະ ຍັງເປັນພືດອາຍຸສັ້ນ ປູກຂາຍໄດ້ໄວນໍາອີກ ເຊິ່ງເຕັກນິກການປູກມີຄື:

ກ່ອນປູກຕ້ອງກຽມໜານ ແລະ ຫົດນໍ້າໃຫ້ທົ່ວ. ຫຼັງຈາກນັ້ນ, ນໍາເອົາແກ່ນຫອມປ້ອມທີ່ແຊ່ນໍ້າໄວ້ແລ້ວ 1 ຄືນຫວ່ານລົງ ແລ້ວຖົມດິນບາງໆ ປົກດ້ວຍເຟືອງແຫ້ງອີກຊັ້ນໜຶ່ງ ພ້ອມຫົດນໍ້າເຊົ້າ – ແລງປົກກະຕິຈົນກວ່າມັນຈະມີອາຍຸ 10 ຫາ 20 ວັນ ໃຫ້ໃສ່ປຸ໋ຍຄັ້ງທີສອງສູດ 20:11:11 ຫຼື 13:8:8 ( ຄັ້ງທໍາອິດແມ່ນໃສ່ຕອນປູກແລ້ວພວນດິນປົກ ) ໂດຍກໍານົດ 300 ກິໂລຕໍ່ເຮັກຕາ, ສ່ວນຄັ້ງທີສາມ ໃຫ້ໃສ່ເມື່ອອາຍຸຄົບ 30 ວັນ ພ້ອມຫົດນໍ້າປົກກະຕິ. ນອກຈາກນີ້, ການດູແລຮັກສາກໍຄືການພວນດິນກໍາຈັດຫຍ້າ ເພື່ອໃຫ້ດິນລຸລ່ວງຜຸຜົງ, ລະບາຍອາກາດ ແລະ ນໍ້າໄດ້ດີ ເຊິ່ງເປັນການກໍາຈັດຫຍ້າໄປໃນໂຕ ເຮັດແບບນີ້ເລື້ອຍໆຈົນກວ່າຫອມປ້ອມຈະເປັນຕົ້ນໃຫຍ່ປົກຫຸ້ມໜ້າດິນໄດ້ ເຊິ່ງໃຊ້ເວລາພຽງ 40 ຫາ 60 ວັນເທົ່ານັ້ນ.