ລັດຖະບານ ຕັດສິນໃຈປະຄອງລາຄານໍ້າມັນເຊືຶ້ອໄຟບໍ່ໃຫ້ສູງຂຶ້ນ ທ່າມກາງຄວາມຫຍຸ້ງຍາກຈາກໄພພິບັດ ດ້ວຍການປັບຄັງແຮລົງ

73

ປັດຈຸບັນນີ້ ປະເທດເຮົາກຳລັງມີຄວາມຫຍຸ້ງຍາກ ເນື່ອງຈາກຫຼາຍເຂດແຂວງ ໂດຍສະເພາະພາກກາງ ແລະພາກໃຕ້ໄດ້ປະສົບເຫດການນ້ຳຖ້ວມໜັກ ເຊິ່ງກຳລັງຢູ່ໃນໄລຍະຟື້ນຟູ ແລະ ຕ້ອງການນຳໃຊ້ຫຼາຍຢ່າງທີ່ຕິດພັນກັບນ້ຳມັນ. ສະນັ້ນ, ລັດຖະບານຈິ່ງມີຈັດສິນໃຈປັບລົງຄັງແຮ ຮັກສາລາຄານໍ້າມັນໃຫ້ຄົງລາຄາເດີມໄວ້.
ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ເລກທີ 1235/ອຄ, ກຄພນ ນະຄອນຫຼວງວຽງຈັນ ລົງວັນທີ 18 ກັນຍາ 2019 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ແຈ້ງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດ ໃຫ້ປະຕິບັດລາຄາຂາຍຍ່ອຍນ້ຳມັນເຊື້ອໄຟໃນເທສະບານແຂວງ, ນະຄອນຫຼວງ ໃຫ້ເລີ່ມປະຕິບັດວັນທີ 19 ກັນຍາ 2019 ເວລາ 6:00 ໂມງ ໃນຂອບເຂດທົ່ວໄປເທດ, ການປັບລາຄາຄັ້ງນີ້ແມ່ນໄດ້ປັບລົງຄັງແຮນ້ຳມັນແອັດຊັງພິເສດ 10 ກີບຕໍ່ລິດ ແລະ ນ້ຳມັນແອັດຊັງທຳມະດາ 10 ກີບຕໍ່ລິດ, ສ່ວນຄັງແຮນ້ຳມັນກາຊວນ ປັບລົງ 60 ກີບຕໍ່ລິດ.
 

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ເປີດເຜີຍວ່າ: ຮອດປັດຈຸບັນ ລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກເວົ້າລວມ, ເວົ້າສະເພາະນໍ້າມັນສໍາເລັດຮູບຕະຫຼາດສິງກະໂປໂດຍສະເລ່ຍຕະຫຼາດສິງກະໂປ ແຕ່ວັນທີ 28 ສິງຫາ – 11 ກັນຍາ 2019 ( 15 ວັນ ) ບວກຄ່າຂົນສົ່ງ, ຄ່າປະກັນໄພ ແລະ ອື່ນໆ ຮອດລາວ ສົມທຽບກັບລາຄານໍາເຂົ້າ ປະຕິບັດຄັ້ງວັນທີ 3 ກັນຍາ 2019 ຜ່ານມາ ເຫັນວ່າລາຄານໍ້າມັນແອັດຊັງພິເສດສໍາເລັດຮູບຕະຫຼາດສິງກະໂປ ປັບລົງ 26 ກີບຕໍ່ລິດ ຫຼື ຄິດເປັນ 0,57%, ແອັດຊັງທໍາມະດາ ປັບລົງ 28 ກີບຕໍ່ລິດ ຫຼື ຄິດເປັນ 0,65%; ສ່ວນ ກາຊວນ ເພີ່ມຂຶ້ນ 13 ກີບຕໍ່ລິດ ຫຼື ຄິດເປັນ 2,05%.

 

ในภาพอาจจะมี หนึ่งคนขึ้นไป

 

ນອກຈາກນັ້ນ, ອັດຕາແລກປ່ຽນທະນາຄານ ຍັງມີການປ່ຽນແປງ ຈາກ 8.740 ກີບຕໍ່ໂດລາສະຫະລັດ ມາເປັນ 8.803 ກີບຕໍ່ໂດລາສະຫະລັດ ຫຼື ເພີ່ມຂຶ້ນ 63 ກີບຕໍ່ໂດລາສະຫະລັດ ( ວັນທີ 11 ກັນຍາ 2019 ) ເຊິ່ງສົ່ງຜົນໃຫ້ລາຄານໍ້າມັນເຊື້ອໄຟພາຍໃນປະເທດ ຈະຕ້ອງປັບລາຄານໍ້າມັນເຊື້ອໄຟທຸກຊະນິດຂຶ້ນ ແລະ ຈະສົ່ງຜົນກະທົບກັບພື້ນຖານເສດຖະກິດ ກໍຄືພໍ່ແມ່ປະຊາຊົນໂດຍກົງ. ນອກຈາກນັ້ນ, ໃນຂອບເຂດທົ່ວປະເທດຍັງຢູ່ໃນໄລຍະປະສົບໄພນໍ້າຖ້ວມ, ກຸ່ມຄົນບໍ່ດີອາດສວຍໂອກາດຂຶ້ນລາຄາສິນຄ້າປະເພດອື່ນ ເຊິ່ງຈະສົ່ງຜົນຕໍ່ຈິດໃຈກໍຄືຄວາມຮູ້ສຶກຂອງພໍ່ແມ່ປະຊາຊົນ.

ในภาพอาจจะมี ท้องฟ้า, เมฆ และสถานที่กลางแจ้ง

 

ບັນດາຂະແໜງການກ່ຽວຂ້ອງ ຈຶ່ງໄດ້ຮ່ວມກັນຄົ້ນຄວ້າ ແລະ ລາຍງານຂໍທິດຊີ້ນໍາຈາກຂັ້ນເທິງ ເຊິ່ງຄັ້ງວັນທີ 17 ກັນຍາ 2019 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ມີທິດຊີ້ນໍາເຫັນດີໃຫ້ຫຼຸດການເກັບຄັງແຮນ້ຳມັນເຊື້ອໄຟທຸກຊະນິດລົງ ( ຄັງແຮແອັດຊັງພິເສດ ແລະ ແອັດຊັງທໍາມະດາ ປັບລົງ 10 ກີບຕໍ່ລິດຕໍ່ຊະນິດ, ຄັງແຮກາຊວນ ປັບລົງ 60 ກີບຕໍ່ລິດ ) ເພື່ອຮັກສາລາຄາຂາຍຍ່ອຍໄວ້ ຄື: ລາຄານໍ້າມັນແອັດຊັງພິເສດ 10.250 ກີບຕໍ່ລິດ, ແອັດຊັງທໍາມະດາ 8.910 ກີບຕໍ່ລິດ ແລະ ກາຊວນ 8.560 ກີບຕໍ່ລິດ ( ລາຄາຂາຍຍ່ອຍຈຸດນະຄອນຫຼວງວຽງຈັນ ).

 

ລາຄາເລີ່ມປະຕິບັດ 19 ກັນຍາ

 
ໄລຍະນີ້ແມ່ນຢູ່ໃນໄລຍະປະສົບອຸທົກກະໄພ ( ໄພນໍ້າຖ້ວມ ) ເຮັດໃຫ້ການສັນຈອນ ໂດຍການສະໜອງນໍ້າມັນເຊື້ອໄຟໃຫ້ບັນດາປໍ້າຕ່າງໆໃນຂອບເຂດທົ່ວປະເທດ ມີ ຄວາມຫຍຸ້ງຍາກ, ບັນຫາເພີງໄໝ້ສາງນໍ້າມັນເຊື້ອໄຟຂອງຊາອຸດິດ ອາຣັບບີ ໃນວັນອາທິດທີ 15 ກັນຍາ 2019 ຜ່ານມາ ເຮັດໃຫ້ລາຄານໍ້າມັນເຊື້ອໄຟຕະຫຼາດໂລກ ປັບຂຶ້ນປະມານ 200 – 270 ກີບຕໍ່ລິດ ຫຼື ຄິດເປັນ 4 – 6% ( ສົມທຽບວັນທີ 17 ກັບ 16 ກັນຍາ 2019 ) ອາດສົ່ງຜົນສະທ້ອນເຮັດໃຫ້ ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດປັບຂຶ້ນໄດ້.
ຕໍ່ສະພາບດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງທະຫານ, ຕໍາຫຼວດ, ພະນັກງານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງມີສະຕິລະວັງຕົວ, ປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະແມ່ນການຊົມໃຊ້ຍານພາຫະນະ. ໃນຂະນະດຽວກັນ, ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ ກັກຕຸນສິນຄ້າ ກໍຄືນໍ້າມັນເຊື້ອໄຟໃນໄລຍະລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນ ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນຈະໄດ້ໃຊ້ມາດຕະການຕາມກົດໝາຍ ແລະ ລະບຽບການ.
ไม่มีคำอธิบายรูปภาพ

 

ในภาพอาจจะมี ข้อความ