ໜັງສືພິມ ເສດຖະກິດ – ການຄ້າປະກາດປັບໜ້າໃໝ່ ເລີ່ມ 19/9/2019

2066

ໜັງສືພິມ ເສດຖະກິດ – ການຄ້າ ໄດ້ປະກາດປັບຂະໜາດໜ້າໜັງສືພິມ ຈາກຂະໜາດ 39 x 54 ຊັງຕີແມັດ ມາເປັນ 30 x 42 ຊັງຕີແມັດ ຫຼື ເທົ່າກັບ ຂະໜາດເຈ້ຍ A3 ເພື່ອ ຄວາມກະທັດຮັດງ່າຍແກ່ການພົກພາສະດວກໃນການຈັບອ່ານ ໂດຍກຳນົດເອົາວັນທີ 19 ກັນຍາ 2019 ເປັນມື້ເລີ່ມຈັດພິມ.

ໃນວັນທີ 17 ກັນຍາ 2019 ບໍລິສັດ ລ້ານຊ້າງມີເດຍ ຈຳກັດ ໃນນາມຜູ້ຜະລິດ ແລະ ຈຳໜ່າຍ ໜັງສືພິມ ເສດຖະກິດ – ການຄ້າ ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດພິທີຖະແຫຼງຂ່າວ ກ່ຽວກັບການປັບປຸງຂະໜາດໜັງສືພິມໃໝ່ ໂດຍການເຂົ້າຮ່ວມຖະແຫຼງຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ວຽງທອງ ຈັນລີວົງ ຜູ້ອຳນວຍການ ບໍລິສັດ ລ້ານຊ້າງມີເດຍ ຈຳກັດ; ມີບັນດາຫົວໜ້າກົມ, ຮອງກົມ, ພາກສ່ວນກ່ຽວຂ້ອງ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

ທ່ານ ສົມຈິດ ອິນທະມິດ ໄດ້ກ່າວບາງຕອນວ່າ:  ໜັງສືພິມ ເສດຖະກິດ – ການຄ້າ ເບື້ອງຕົ້ນແມ່ນ ໜັງສືພິມ ການຄ້າ ເຊິ່ງສ້າງຕັ້ງຂຶ້ນໃນຊຸມປີ 1990 ໂດຍກະຊວງອຸດສາຫະກຳ ແລະ ຫັດຖະກຳ ໃນເມື່ອກ່ອນ. ແຕ່ກ່ອນແມ່ນເຮັດເປັນໄຕມາດ, ຕໍ່ມາກໍເປັນລາຍເດືອນ, ລາຍປັກ, ລາຍອາທິດ. ມາຮອດປີ 2011 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມອບໃຫ້ ບໍລິສັດ ລ້ານຊ້າງມີເດຍ ທີ່ເປັນບໍລິສັດໃນເຄືອກຸ່ມບໍລິສັດ ໂຄລາວ ເປັນຜູ້ຈັດພິມ ແລະ ຈຳໜ່າຍ ແລ້ວໄດ້ປ່ຽນຊື່ມາເປັນໜັງສືພິມ ເສດຖະກິດ – ການຄ້າ ຈົນມາຮອດປັດຈຸບັນ.

ທ່ານກ່າວຕື່ມວ່າ: ເພື່ອເຮັດໃຫ້ໜັງສືພິມກະທັດຮັດເຂົ້າ, ປະຢັດຕົ້ນທຶນລົງ ກ້າວທັນຍຸກສະໄໝ ຈຶ່ງໄດ້ປັບປຸງຂະໜາດໜັງສືພິມຈາກຂະໜາດໃຫຍ່ມາເປັນຂະໜາດນ້ອຍ ແຕ່ດ້ານເນື້ອໃນຍັງຄືເກົ່າ ແລະ ຍັງຄົງຄຸນນະພາບ ແລະ ປະລິມານຄືເກົ່າ ຄຽງຄູ່ກັບການພັດທະນາສູ່ລະບົບທັນສະໄໝຂຶ້ນນັບມື້.

ທ່ານ ວຽງທອງ ຈັນລີວົງ ໄດ້ກ່າວວ່າ: ນັບແຕ່ປີ ຕົ້ນເດືອນຕຸລາ 2011 ໜັງສືພິມ ເສດຖະກິດ – ການຄ້າ ໄດ້ເລີ່ມພິມຈຳໜ່າຍເປັນລາຍສັບປະດາ ( ຂະໜາດນ້ອຍ ) ແລະ ໄດ້ພິມເປັນລາຍວັນເລີ່ມແຕ່ວັນທີ 15 ມັງກອນ 2013 ມີທັງໝົດ 24 ໜ້າ ( ຂະໜາດໜ້າໃຫຍ່ສີທັງໝົດ ) ຈົນມາເຖິງປັດຈຸບັນ ພ້ອມທັງໄດ້ມີການພັດທະນາສື່ອອນລາຍຂອງຕົນຂຶ້ນນັບແຕ່ປີ 2017 ເປັນຕົ້ນມາ ພາຍໃຕ້ website www.laoedaily.laofasthost.com ແລະ ເຟສບຸ໊ກ ເພຈ: ຂ່າວເສດຖະກິດ – ການຄ້າ Lao Ecnomic Daily.

ຕະຫຼອດເກືອບ 7 ປີ ທີ່ພິມໜ້າຂະໜາດໃຫຍ່ ໜັງສືພິມເສດຖະກິດ – ການຄ້າ ສາມາດຕອບສະໜອງຂໍ້ມູນ – ຂ່າວສານທີ່ວ່ອງໄວ, ມີຄຸນນະພາບໃຫ້ແກ່ສັງຄົມ ພາຍໃຕ້ຄຳຂວັນ “ ແຫຼ່ງຄວາມຮູ້ ຄູ່ສັງຄົມ ” ຈົນໄດ້ຮັບການຍ້ອງຍໍຈາກການນຳພັກ – ລັດ ໃນລະດັບຕ່າງໆ ແລະ ໄດ້ຮັບການສະໜັບສະໜູນອູ້ມຊູຈາກຜູ້ອ່ານ, ບໍລິສັດ, ຫ້າງຮ້ານ ຈົນໜັງສືພິມເສດຖະກິດ – ການຄ້າ ເຕີບໃຫຍ່ຂະຫຍາຍຕົວມາຮອດທຸກວັນນີ້.

ທ່ານກ່າວຕື່ມວ່າ: ເພື່ອຮອງຮັບ ແລະ ປັບຕົວໃຫ້ເຂົ້າກັບຍຸກດິຈິຕອລທີ່ທັນສະໄໝ ການປັບປຸງຂະໜາດໜ້າໜັງສືພິມຄັ້ງນີ້ ເປົ້າໝາຍແມ່ນໃຫ້ເຂົ້າສູ່ລະບົບດິຈິຕອລ ເຮັດໃຫ້ຂໍ້ມູນ – ຂ່າວສານສາມາດເຂົ້າເຖິງຜູ້ອ່ານ ແລະ ຜູ້ຊົມໄດ້ຢ່າງກວ້າງຂວາງ ທັງມີປະສິດທິຜົນຫຼາຍຂຶ້ນ ເຊິ່ງກໍເປັນການຕອບສະໜອງແນວທາງຂອງພັກ – ລັດຖະບານໃນການກະຈາຍຂໍ້ມູນ – ຂ່າວສານທີ່ຖືກຕ້ອງ ເຂົ້າເຖິງສັງຄົມໄດ້ຢ່າງທົ່ວເຖິງ, ຕອບຕ້ານຖ້ອຍທຳນອງໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີໄດ້ຢ່າງທັນການ.

ການປັບໂຄງສ້າງໜັງສືພິມຈາກຂະໜາດໃຫຍ່ມາເປັນຂະໜາດນ້ອຍ 39 x 54 ຊັງຕີແມັດ ມາເປັນ 30 x 42 ຊັງຕີແມັດ ແມ່ນພວກເຮົາຈະຮັກສາໂຄງສ້າງເດີມໄວ້ເປັນສ່ວນໃຫຍ່ ແຕ່ຈະເພີ່ມໝວດເສດຖະກິດໃຫ້ຫຼາຍຂຶ້ນ ແລະ ພວກເຮົາຂໍຢັ້ງຢືນວ່າເຖິງຈະປັບເປັນຂະໜາດນ້ອຍ ( 16 ໜ້າ ) ແຕ່ຍັງສືບຕໍ່ມຸ່ງໝັ້ນພັດທະນາໜັງສືພິມໃຫ້ກາຍເປັນໜັງສືພິມທີ່ມີຄຸນນະພາບ ແລະ ມີຄຸນປະໂຫຍດແກ່ສັງຄົມ ທັງຈາກໜ້າໜັງສືພິມ ແລະ ທາງອອນລາຍ ຕາມຄຳຂວັນ “ ແຫຼ່ງຄວາມຮູ້ ຄູ່ສັງຄົມ ”, ທ່ານຜູ້ອຳນວຍການ ບໍລິສັດ ລ້ານຊ້າງ ມີເດຍ ກ່າວ.

[ ຂ່າວ: ຄຳນ້ອຍ; ຮູບ: ທະນັນເສນ ]