ເປັນຫຍັງຈຶ່ງຕັ້ງເປົ້າໝາຍ  ແລະ  ຈະເຮັດແນວໃດ ເພື່ອໄປເຖິງຈຸດໝາຍ

88

ເຊື່ອວ່າຫຼາຍໆທ່ານຕ້ອງມີເປົ້າໝາຍໃນຊີວິດຂອງຕົນຢ່າງແນ່ນອນ ບໍ່ວ່າຈະເປັນເປົ້າໝາຍໃນໜ້າທີ່ວຽກງານ, ເປົ້າໝາຍໃນການເບິ່ງແຍງຮັກສາສຸຂະພາບ ຫຼື ເປົ້າໝາຍໃນການອອມເງິນເພື່ອຊື້ສິ່ງຂອງທີ່ຢາກໄດ້ ແລະ ອື່ນໆ. ເຖິງວ່າເປົ້າໝາຍຂອງແຕ່ລະຄົນອາດຈະແຕກຕ່າງກັນ ແຕ່ສຸດທ້າຍແລ້ວການຕັ້ງເປົ້າໝາຍກໍເພື່ອຕອບໂຈດໃຫ້ກັບຕົນເອງເຮັດຕາມສິ່ງທີ່ຕັ້ງໃຈໄວ້ໃຫ້ສໍາເລັດ.

ສໍາລັບມື້ນີ້ເຮົາມີຂໍ້ແນະນໍາທີ່ດີຈາກ ທ່ານ ອານຸສັກ ແກ້ວຈະເລີນ ຜູ້ອໍານວຍການໃຫຍ່ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກໂຊກໄຊ ຫຼື ສກຊ ເພິ່ນໃຫ້ທັດສະນະກ່ຽວກັບການຕັ້ງເປົ້າໝາຍ ແລະ ຈະເຮັດແນວໃດເພື່ອໃຫ້ໄປເຖິງຈຸດໝາຍ ເຊິ່ງທ່ານໄດ້ສຶກສາຄົ້ນຄວ້າອອກມາເປັນນິຍາມຂອງຕົນ ເພື່ອເອົາມາໝູນໃຊ້ໃນຊີວິດປະຈໍາວັນ ເຮັດໃຫ້ທຸລະກິດມີການເຕີບໃຫຍ່ຂະຫຍາຍຕົວເລື້ອຍໆ.

1  ຢຶດໝັ້ນໃນອຸດົມການສິ່ງທີ່ເຮົາກໍາລັງເຮັດຢູ່:

ການຕັ້ງເປົ້າໝາຍເຮົາຕ້ອງຕັດສິນໃຈຢ່າງຊັດເຈນ ແລະ ຈິງຈັງກັບມັນ, ຍົກຕົວຢ່າງ ບາງຄົນຢາກເປັນນັກ   ໂປຣແກຣມເມີ, ບາງຄົນຢາກເປັນນັກກີລາ, ບາງຄົນຢາກມີເງິນຄໍາຫຼາຍໆຈາກການເຮັດທຸລະກິດ ແຕ່ໃຫ້ຄິດວ່າສິ່ງທີ່ເຮົາຈະເຮັດນັ້ນຄືສິ່ງທີ່ເຮົາຕ້ອງການແທ້ບໍ ຫຼື ເຮົາເຫັນຄົນອື່ນເຮັດກໍເລີຍຢາກເຮັດຕາມເຂົາ. ສິ່ງທີ່ຄົນອື່ນເຮັດໄດ້ອາດຈະບໍ່ແມ່ນສິ່ງທີ່ເຮົາຖະໜັດກໍມີ ເນື່ອງຈາກລົງມືເຮັດໄປແລ້ວ ອາດຈະບໍ່ປະສົບຜົນສໍາເລັດຕາມທີ່ຄິດເອົາໄວ້ ແລະ ສຸດທ້າຍກໍຕ້ອງໄດ້ຢຸດ ເພາະສິ່ງນັ້ນມັນບໍ່ແມ່ນສິ່ງທີ່ເຮົາຕ້ອງການເຮັດຈາກໃຈຈິງ ມັນເປັນພຽງກະແສຊົ່ວຄາວເທົ່ານັ້ນ.

2  ກໍານົດເປົ້າໝາຍ:

ເມື່ອເຮົາຮູ້ວ່າສິ່ງທີ່ເຮົາຕ້ອງການແມ່ນຫຍັງກັນແທ້! ເຊິ່ງອັນດັບທໍາອິດກໍຄືການກໍານົດເປົ້າໝາຍ ເພາະວ່າຜູ້ທີ່ປະສົບຜົນສໍາເລັດໄດ້ນັ້ນ ສ່ວນໜຶ່ງກໍມາຈາກການກໍານົດເປົ້າໝາຍທີ່ຊັດເຈນ. ສະນັ້ນ, ຈົ່ງກໍານົດໄປເລີຍວ່າຈະສໍາເລັດເປົ້າໝາຍໃນວັນ, ເດືອນ, ປີໃດ? ແຕ່ຕ້ອງໃຫ້ສອດຄ່ອງກັບ ຄວາມເປັນຈິງທີ່ສາມາດເຮັດໃຫ້ສໍາເລັດໄດ້, ອັນສິ່ງທີ່ສໍາຄັນທີ່ສຸດເມື່ອເຮົາມີເປົ້າໝາຍແຕ່ບໍ່ຍອມລົງມືເຮັດ ມັນກໍເປັນພຽງຄວາມຝັນລົມໆແລ້ງໆຈະບໍ່ມີວັນທີ່ຈະເປັນຈິງຈັກເທື່ອ. ດັ່ງນັ້ນ, ຕ້ອງລົງມືກະທໍາຢ່າງຈິງຈັງຈຶ່ງຈະສາມາດໄປເຖິງຈຸດໝາຍໄດ້.

3  ການວາງແຜນ:

ການວາງແຜນຄວນເຮັດໄປພ້ອມກັບການກໍານົດເປົ້າໝາຍ ໂດຍກໍານົດອອກມາວ່າມື້ນີ້ເຮົາຕ້ອງເຮັດຫຍັງ, ເດືອນໜ້າເຮົາຕ້ອງເຮັດຫຍັງຕໍ່ ເຊິ່ງຕ້ອງໄດ້ຂຽນເປົ້າໝາຍອອກເປັນຂໍ້ຍ່ອຍໆ ທ່ານອາດຈະລໍາຄານກັບບັນຫາຍ່ອຍໆ ຫຼື ເປັນສິ່ງເລັກໆໜ້ອຍໆ ແຕ່ວ່າສິ່ງເຫຼົ່ານີ້ລ້ວນແລ້ວເປັນແຮງບັນດານໃຈໃຫ້ເຮົາໄປເຖິງເປົ້າໝາຍໃຫຍ່ໆທັງນັ້ນ ເພາະມັນຄືກັບການກະຈາຍວຽກງານອອກເທື່ອລະເລັກລະໜ້ອຍ ເມື່ອເອົາມາລວມເຂົ້າກັນແລ້ວກໍກາຍເປັນເປົ້າໝາຍໃຫຍ່ ທັງໝົດນີ້ການວາງແຜນຈະຕ້ອງສອດຄ່ອງກັບການກໍານົດເປົ້າໝາຍໃນເວລາລົງມືປະຕິບັດໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

4  ລົງມືປະຕິບັດ:

ໃນເມື່ອເຮົາກໍານົດເປົ້າໝາຍ ແລະ ວາງແຜນສໍາເລັດແລ້ວ ໜ້າທີ່ອັນສໍາຄັນແມ່ນຕ້ອງລົງມືປະຕິບັດຢ່າງມີ ຄວາມມຸ່ງໝັ້ນທຸ່ມເທເຮັດໃຫ້ເຕັມທີ່ ແລະ ຕ້ອງໄດ້ທົບທວນເປົ້າໝາຍຂອງຕົນເອງຢ່າງສະໝໍ່າສະເໝີ; ສິ່ງສໍາຄັນຄືຢ່າໄປທໍ້ແທ້ກັບອຸປະສັກທີ່ເກີດຂຶ້ນ ເພາະວ່າອຸປະສັກເປັນບົດທົດສອບຄືກັບຂັ້ນໃດທີ່ເຮັດໃຫ້ເຮົາກ້າວຂ້າມໄປສູ່ຄວາມສໍາເລັດ, ຖ້າເຮົາຄິດ ແລະ ແກ້ໄຂບັນຫາໄດ້ ແນ່ນອນວ່າຄວາມສໍາເລັດນັ້ນຢູ່ບໍ່ໄກເກີນເອື້ອມແນ່ນອນ.

5  ສ້າງຄວາມສໍາເລັດຢ່າງຕໍ່ເນື່ອງ:

ໃນເມື່ອເຮົາລົງມືປະຕິບັດສິ່ງຕ່າງໆຈົນສໍາເລັດຕາມເປົ້າໝາຍແລ້ວ ກໍຢ່າລືມຮັກສາມາດຕະຖານການປະຕິບັດໃຫ້ຄົງທີ່ ແລະ ສິ່ງໜຶ່ງທີ່ຄວນຄໍານຶງຢູ່ສະເໝີແມ່ນຢ່າໄປມົວແຕ່ຊົມເຊີຍຜົນສໍາເລັດທີ່ໄດ້ມາ ເພາະເຮົາບໍ່ຮູ້ວ່າຄວາມສໍາເລັດທີ່ໄດ້ມານັ້ນມັນຈະຢູ່ກັບເຮົາໄປຕະຫຼອດໄປ ຫຼື ບໍ? ເພາະຕ້ອງຮຽນຮູ້ສິ່ງໃໝ່ໆຢູ່ເລື້ອຍໆ ເພື່ອການພັດທະນາຕົວເອງໃຫ້ປະສົບຜົນສໍາເລັດໃນທຸກດ້ານ. ສະນັ້ນ, ບໍ່ມີສິ່ງໃດຍາກເກີນຄວາມສາມາດຂອງເຮົາ ຂໍພຽງແຕ່ເຮົາມຸ່ງໝັ້ນຕັ້ງໃຈມີເປົ້າໝາຍທີ່ແນ່ນອນ ແລະ ບໍ່ຍອມແພ້ຕໍ່ອຸປະສັກທີ່ເຂົ້າມາໃນລະຫວ່າງການປະຕິບັດວຽກງານນັ້ນໆ ເຊື່ອໄດ້ເລີຍວ່າຈຸດໝາຍຂອງຄວາມສໍາເລັດທີ່ເຮົາວາງແຜນມານັ້ນຈະບັນລຸຕາມຈຸດປະສົງທີ່ຄິດໄວ້ຢ່າງແນ່ນອນ.

[ ໂດຍ: ສົມສະຫວິນ ]