ເມືອງໄຊ ພົບພະຍາດອະຫິວາໝູອາຟຣິກາລະບາດ

125

ໃນກາງເດືອນກໍລະກົດ 2019 ໄດ້ພົບການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ເມືອງໄຊ ແຂວງອຸດົມໄຊ ໂດຍມີໝູຕາຍຫຼາຍຮ້ອຍໂຕ ແຕ່ກໍພົບຢູ່ໃນລະດັບຄອບຄົວເທົ່ານັ້ນ. ຫຼ້າສຸດ, ວັນທີ 13 – 14 ກັນຍາ 2019 ພົບການລະບາດໃນຟາມລ້ຽງໝູ 2 ແຫ່ງ ດ້ານໜ່ວຍງານກ່ຽວຂ້ອງເລັ່ງກໍາຈັດ ແລະ ທໍາລາຍຖິ້ມຍົກຟາມແລ້ວ ເຊິ່ງມີໝູຕາຍເອງ ແລະ ຂ້າທໍາລາຍ ຈໍານວນ 500ໂຕ.

ທ່ານ ສີວິໃສ ບຸນສະຫວັດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກ່ອນໜ້ານີ້ໄລຍະເດືອນກໍລະກົດ 2019 ເມືອງໄຊ ແມ່ນພົບການລະບາດຂອງພະຍາດນີ້ ຢູ່ກັບກຸ່ມຜູ້ລ້ຽງໝູທີ່ຢູ່ໃກ້ຄຽງກັນ ໂດຍມີໝູຕາຍທັງໝົດ ເກືອບ 500 ໂຕ ແຕ່ມາໃນເດືອນນີ້ພົບການລະບາດຢູ່ຟາມ 2 ແຫ່ງ ເຊິ່ງຖືວ່າມັນເປັນລະດັບກວ້າງອອກ.

ເຖິງຢ່າງໃດກໍຕາມ, ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ, ຕຳຫຼວດ ຈົ່ງພ້ອມກັນສະກັດກັ້ນ ພ້ອມຫ້າມນໍາເຂົ້າ – ສົ່ງອອກ, ຫ້າມຂ້າ ແລະ ຈຳໜ່າຍຊີ້ນໝູຢ່າງເດັດຂາດ ຖ້າພົບເຫັນໜ່ວຍງານໃດ ຫຼື ພາກສ່ວນໃດໜຶ່ງຂາຍ ແລະ ຈຳໜ່າຍ ແມ່ນຈະໄດ້ປັບໃໝ ແລະ ສຶກສາອົບຮົມ ພ້ອມທັງລົງໂທດຕາມລະບຽບກົດໝາຍ.

ຂໍ້ມູນຈາກນັກຂ່າວທ້ອງຖິ່ນປະຈໍາເມືອງໄຊ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 13 ກັນຍາ 2019 ໄດ້ຮັບແຈ້ງຈາກຜູ້ປະກອບການລ້ຽງໝູ ( ເຈົ້າຂອງຟາມ ) ຢູ່ບ້ານບໍ່ ວ່າມີໝູຕາຍເປັນຈຳນວນຫຼາຍ. ຫຼັງຈາກນັ້ນ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊ ໄດ້ແຕ່ງຕັ້ງພະນັກງານວິຊາການໜ່ວຍງານລ້ຽງສັດ ໂດຍປະສານສົມທົບກັບຂະແໜງລ້ຽງສັດ ແລະ ການປະມົງແຂວງ, ລົງກວດກາຈຸດເກີດເຫດ ເຊິ່ງພົບວ່າໝູທີ່ຕາຍເປັນໝູສອງຟາມທີ່ຕັ້ງຢູ່ໃກ້ກັນ ຄື: ຂອງ ທ້າວ ແຊວຊີ ແລະ ທ້າວ ເໝົາຕາຄຸນ ທັງ 2 ຄອບຄົວ ເປັນຄົນສັນຊາດຈີນ ທີ່ມາລົງທຶນລ້ຽງໝູ ແລະ ປູກໄມ້ໃຫ້ໝາກ ໂດຍການເຊົ່າດິນຂອງປະຊາຊົນບ້ານ  ບໍ່.

ຈາກການລົງເກັບກຳຂໍ້ມູນຕົວຈິງ ໝູ 2 ຟາມ ມີທັງໝົດ 500 ໂຕ ເຊິ່ງເປັນການຊື້ໝູນ້ອຍຈາກຟາມຂອງປະຊາຊົນໃນບ້ານບໍ່ມາລ້ຽງ ປັດຈຸບັນລ້ຽງໄດ້ 4 ເດືອນ ກ່ອນຈະມາພົບໝູຕາຍ ເຊິ່ງລາຍລະອຽດຂອງໝູແຕ່ລະຟາມ ມີດັ່ງນີ້: ຟາມ ທ້າວ ແຊວຊີ ມີໝູລ້ຽງທັງໝົດ 300 ໂຕ, ໝູຕາຍກ່ອນ ແລະ ໄດ້ຝັງເອງ 16 ໂຕ, ພະນັກງານຂ້າທຳລາຍ ມີທັງໝົດ 284 ໂຕ, ຟາມ ທ້າວ ເໝົາຕາຄຸນ ມີໝູທັງໝົດ 200 ໂຕ, ໝູຕາຍກ່ອນ ແລະ ໄດ້ຝັງເອງ 30 ໂຕ, ພະນັກງານຂ້າ ແລະ ຝັງທຳລາຍ ມີ 170 ໂຕ, ສັງລວມແລ້ວ ໝູທັງໝົດ 2 ຟາມ ມີ 500 ໂຕ, ພະນັກງານຂ້າ ແລະ ຝັງທຳລາຍເຊື້ອ ທັງໝົດ 454 ໂຕ ຕາຍເອງ 46 ໂຕ.

ທ່ານ ຈັນເພັງ ປະຊາຊົນໃນທ້ອງຖິ່ນດັ່ງກ່າວ ບອກວ່າ: ຫຼັງຈາກທີ່ມີແຈ້ງການພົບການລະບາດຂອງພະຍາດອະຫິວາໝູອາຟຣິກາ ແລະ ແຈ້ງການຫ້າມຂ້າ – ຂາຍໝູ, ຜະລິດຕະພັນໝູທຸກຊະນິດ ຕົນເອງກໍມີຄວາມຮູ້ສຶກບໍ່ກ້າບໍລິໂພກ ແລະ ຫັນໄປບໍລິໂພກຊີ້ນປະເພດອື່ນແທນ ເປັນຕົ້ນແມ່ນ: ເປັດ, ໄກ່, ປາ, ງົວ, ຄວາຍ ເຫຼົ່ານີ້ເປັນຕົ້ນ ແຕ່ທັງນີ້ທັງນັ້ນລາຄາສິນຄ້າປະເພດນີ້ກັບຖີບຕົວສູງຂຶ້ນ ເຊິ່ງມັນສົ່ງຜົນກະທົບຕໍ່ຜູ້ບໍລິໂພກທີ່ມີລາຍໄດ້ສໍ່າເກົ່າ ແຕ່ລາຍຈ່າຍກັບເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ, ເວົ້າເຖິງຄວາມໝັ້ນໃຈໃນການບໍລິໂພກຊີ້ນໝູ ຖ້າພາກລັດອະນຸຍາດໃຫ້ສາມາດນໍາໝູເຂົ້າຕະຫຼາດໄດ້ເມື່ອໃດ ຕົນເອງກໍຈະມີຄວາມໝັ້ນໃຈກັບມາບໍລິໂພກຊີ້ນໝູໄດ້ອີກຄັ້ງ.

[ ຂ່່າວ: ເອຢິບ ]