ເອັນທີພີ ຮ່ວມແຮງຮ່ວມໃຈຊ່ວຍຜູ້ປະສົບໄພນໍ້າຖ້ວມ

86

ໃນວັນອາທິດຜ່ານມາ ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ມະຫາຊົນ ( NTP Trading Petroleum Public Com pany ) ໜຶ່ງໃນບັນດາບໍລິສັດຜູ້ນຳເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟຢູ່ ສປປ ລາວ ໄດ້ນຳເອົາເຂົ້າສານໜຽວ 5 ໂຕນ, ອາຫານສຸກ 700 ຖົງ, ນໍ້າມັນເຊື້ອໄຟ 10.000 ລິດ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ. ນອກຈາກນີ້, ຍັງມີຢາປົວພະຍາດ, ເຄື່ອງອຸປະໂພກ – ບໍລິໂພກໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ບ້ານລະຫານໍ້າ ເມືອງສອງຄອນ ແຂວງສະຫວັນນະເຂດ ພາຍໃຕ້ຫົວຂໍ້ “ ຮ່ວມແຮງຮ່ວມໃຈຊ່ວຍຜູ້ປະສົບໄພນໍ້າຖ້ວມ ” ລວມມູນຄ່າຫຼາຍກວ່າ 150 ລ້ານກີບ.

ກ່າວມອບໂດຍ ທ່ານ ປະທານ ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ມະຫາຊົນ ແລະ ກ່າວຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ມີຄະນະນໍາເມືອງສອງຄອນ, ພະແນກການອ້ອມຂ້າງເມືອງເຂົ້າຮ່ວມ.

ດັ່ງທີ່ຮູ້ນຳກັນແລ້ວວ່າໃນທ້າຍເດືອນສິງຫາ – ຕົ້ນເດືອນກັນຍາ 2019 ເກີດມີຝົນຕົກໜັກເຮັດໃຫ້ນ້ຳຍື່ງຂຶ້ນຖ້ວມຫຼາຍເມືອງຂອງບັນດາແຂວງພາກກາງ ແລະ ພາກໃຕ້ ສ້າງຄວາມ ເສຍຫາຍໃຫ້ແກ່ຊັບສິນຂອງປະຊາຊົນ ກໍຄືການດຳລົງຊີວິດຢູ່ບັນດາ    ແຂວງພາກກາງ – ພາກໃຕ້ ສປປ ລາວ.

ໃນໄລຍະຜ່ານມາທາງ ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ ໄດ້ໃຫ້ການຊ່ວຍເຫຼືອສັງຄົມໃນຫຼາຍແຂວງ ເຊັ່ນ: ຊຸກຍູ້ຊ່ວຍເຫຼືອແກ້ໄຂໄພທໍາມະຊາດແຂວງຫຼວງນໍ້າທາ ຈໍານວນ 160 ລ້ານກີບ; ຊຸກຍູ້ວັນສະເຫຼີມສະຫຼອງຄົບຮອບວັນປົດປ່ອຍແຂວງຫຼວງນໍ້າທາ ມູນຄ່າ 60 ລ້ານກີບ; ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມເມືອງວິລະບູລີ ແຂວງສະຫວັນນະເຂດ ເງິນສົດ 10 ລ້ານກີບ ແລະ ເຄື່ອງອຸປະໂພກ – ບໍລິໂພກ ມູນຄ່າ 10 ລ້ານກີບ; ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່        ແຂວງສະຫວັນນະເຂດມີ: ນ້ຳມັນກາຊວນ, ເຄື່ອງນຸ່ງຫົ່ມ, ນ້ຳດື່ມ ແລະ ອື່ນໆ ລວມທັງໝົດ 150 ລ້ານກີບ ແລະ ໃນເດືອນກໍລະກົດ 2018 ຜ່ານມາ ບໍລິສັດໄດ້ຊ່ວຍເຫຼືອນໍ້າມັນເຊື້ອໄຟ ຈຳນວນ 20.000 ລິດ, ພ້ອມເຄື່ອງນຸ່ງຫົ່ມຈຳນວນໜຶ່ງໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື.