ໂກເທັດດີ້ ເປີດບໍລິການສັ່ງອາຫານພ້ອມສົ່ງເຖິງມື

122

ບໍລິສັດ ໂກເທັດດີ້ການຄ້າ ຈໍາກັດຜູ້ດຽວ ໄດ້ກໍາເນີດຂຶ້ນເພື່ອແກ້ໄຂບັນຫາສິ່ງຄົງຄ້າງໃນການໃຊ້ຊີວິດໃນຕົວເມືອງໃຫຍ່ກໍຄືນະຄອນຫຼວງວຽງຈັນ ໃຫ້ບໍລິການສົ່ງອາຫານເຖິງທີ່ ໂດຍນໍາໃຊ້ເຕັກໂນໂລຊີສື່ສານມາເປັນຕົວຊ່ວຍ.

ພິທີເປີດຕົວ ບໍລິສັດ ໂກເທັດດີ້ການຄ້າ ຈໍາກັດຜູ້ດຽວ ໄດ້ມີຂຶ້ນໃນວັນທີ 16 ກັນຍາ 2019 ທີ່ຮ້ານອາຫານແສງລາວ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ, ມີຕາງໜ້າຈາກພາກລັດ, ທຸລະກິດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

ທ່ານ ປະສົງ ລັດຕະນະ ປະທານບໍລິສັດ ໂກເທັດດີ້ການຄ້າ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ບໍລິສັດ ໂກເທັດດີ້ການຄ້າ ຈໍາກັດຜູ້ດຽວ ເປັນທຸລະກິດ ສະຕາດອັບ ( start up ) ນ້ອງໃໝ່ທີ່ກໍາລັງເປັນທີ່ນິຍົມ ແລະ ໄດ້ຮັບ ຄວາມສົນໃຈໃນສັງຄົມລາວ ໂດຍສະເພາະແມ່ນການຂົນສົ່ງອາຫານ ຈາກບັນດາຮ້ານອາຫານໃນນະຄອນຫຼວງວຽງຈັນ 90 ກວ່າຮ້ານ ເຊິ່ງມີລາຍການອາຫານຫຼາຍກວ່າ 5 ພັນລາຍການ ທີ່ຈັດເຂົ້າໃນລະບົບ.

ໂກເທັດດີ້ ເກີດຂຶ້ນເພື່ອຕັດບັນຫາຫຍຸ້ງຍາກຕ່າງໆຂອງພະນັກງານຫ້ອງການ, ສໍານັກງານອົງການຕ່າງໆ ທີ່ຕ້ອງການບໍລິໂພກອາຫານຈາກບັນດາຮ້ານທີ່ມີຊື່ສຽງໃນນະຄອນຫຼວງວຽງຈັນ ແຕ່ບໍ່ມີເວລາໄປນັ່ງຮັບປະທານຢູ່ກັບຮ້ານພວກເຮົາໄດ້ພັດທະນາລະບົບແອັບພລິເຄຊັນ ສາມາດສັ່ງອາຫານຜ່ານສະມາດໂຟນ.

ທ່ານກ່າວວ່າ: ໃນຕໍ່ໜ້າ ບໍລິສັດ ໂກເທັດດີ້ການຄ້າ ຈໍາກັດຜູ້ດຽວ ຍັງຫຼິງເຫັນໂອກາດຂະຫຍາຍຕົວ ຈະເພີ່ມການບໍລິການສົ່ງເຄື່ອງດື່ມ, ການບໍລິການຈັບຈ່າຍໃຊ້ສອຍ, ການບໍລິການຂົນສົ່ງ ພ້ອມວາງແຜນຂະຫຍາຍການບໍລິການໄປຕ່າງແຂວງ ແລະ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ອີກດ້ວຍ.

ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວ ສະແດງຄວາມຊົມເຊີຍມາຍັງຄະນະຜູ້ອໍານວຍການ ບໍລິສັດ ໂກເທັດດີ້ ທີ່ຕັດສິນໃຈໃນການດໍາເນີນທຸລະກິດດັ່ງກ່າວ ເຊິ່ງເປັນທຸລະກິດສະຕາດອັບ ທີ່ສາມາດຕອບໂຈດຄວາມຕ້ອງການສັງຄົມເປັນຢ່າງດີໃນເວລານີ້. ອີກຢ່າງຜູ້ກໍ່ຕັ້ງທຸລະກິດກໍເປັນໄວໜຸ່ມລາວ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮູ້, ຄວາມສາມາດ ໃນການວິເຄາະບັນຫາ ເພື່ອມາສ້າງເປັນທຸລະກິດຮອງຮັບການຂະຫຍາຍຕົວຂອງເສດຖະກິດ, ຮອງຮັບວຽກເຮັດງານທໍາຂອງໄວໜຸ່ມ ແລະ ຍັງກາຍເປັນແຮງບັນດານໃຈໃຫ້ນັກສຶກສາທີ່ກໍາລັງສຶກສາ ເພື່ອຈະກ້າວມາສູ່ການດໍາເນີນທຸລະກິດໃນອະນາຄົດ.

ໃນພິທີຍັງມີກິດຈະກໍາສໍາມະນາຂະໜາດນ້ອຍ ເພື່ອແລກປ່ຽນຄວາມຮູ້, ປະສົບການໃນການດໍາເນີນທຸລະກິດຍຸກດິຈິຕອລ ຈາກບັນດາຜູ້ປະກອບການໜຸ່ມທີ່ມີຊື່ສຽງຂອງລາວຕື່ມອີກ.

ສໍາລັບທ່ານໃດມີຄວາມສົນໃຈຢາກສັ່ງອາຫານ ສາມາດດາວໂຫຼດແອັບ GOTEDDY-Online Delivery ເຊິ່ງຈະມີລາຍລະອຽດການໃຫ້ບໍລິການຕ່າງໆ ພຽງເທົ່ານີ້ທ່ານກໍສາມາດສັ່ງລາຍການອາຫານທີ່ທ່ານຕ້ອງການມາສົ່ງເຖິງທີ່ໄດ້ແລ້ວ.

[ ຂ່າວ: ພຸດຕີ້; ຮູບ: ສຸກສະຫວັນ ]