4ວິທີດຶງດູດລູກຄ້າເຂົ້າຮ້ານ ເພີ່ມຍອດຂາຍໃຫ້ກັບສິນຄ້າ

315

ທ່ານເຄີຍສົງໄສບໍ່ວ່າ ມີທຸລະກິດປະເພດຮ້ານຄ້າຫຼາຍແຫ່ງທີ່ຂາຍສິນຄ້າ ແລະ ບໍລິການຄືກັນ ແຕ່ເປັນຫຍັງຈຳນວນລູກຄ້າແຕ່ລະຮ້ານຈຶ່ງບໍ່ເທົ່າກັນ? ປັດໄຈກໍຍ້ອນຮ້ານຄ້າຕ່າງໆ ລ້ວນແຕ່ມີເຕັກນິກການດຶງດູດລູກຄ້າທີ່ແຕກຕ່າງກັນ ບໍ່ວ່າຈະເປັນການນຳສະເໜີສິນຄ້າທີ່ແປກໃໝ່ ການເນັ້ນດ້ານບໍລິການເປັນຈຸດແຂງລວມທັງການຈັດໂປຣໂມຊັນງ່າຍໆ ກໍຖືເປັນວິທີດຶງດູດລູກຄ້າທີ່ໄດ້ຜົນດີ ເຊິ່ງແນ່ນອນວ່າຍັງມີອີກຫຼາຍວິທີທີ່ຊ່ວຍດຶງລູກຄ້າໃຫ້ເຂົ້າກັບຮ້ານຄ້າຂອງທ່ານໄດ້ດັ່ງວິທີ ລຸ່ມນີ້:

1  ການຕົກແຕ່ງຮ້ານຄ້າຕ້ອງໂດດເດັ່ນ: ການຕົກແຕ່ງຮ້ານຄ້າຖືເປັນສິ່ງສຳຄັນຫຼາຍ ເພາະມັນເປັນຂັ້ນໄດຂັ້ນທຳອິດທີ່ເຮັດໃຫ້ລູກຄ້າສົນໃຈ ແລະ ຫັນມາໃຊ້ບໍລິການຮ້ານຄ້າຂອງທ່ານ ເຊິ່ງສາມາດຕົກແຕ່ງຮ້ານຄ້າໄດ້ໂດຍການເລືອກໃຊ້ເຟີນີເຈີ, ເຄື່ອງປະດັບ, ສີສັນ, ແສງ, ສຽງ ລວມທັງກິ່ນກໍເປັນສິ່ງທີ່ດຶງດູດລູກຄ້າໄດ້ເຊັ່ນກັນ ເຊິ່ງວິທີການຕົກແຕ່ງຮ້ານ ຫຼື ການເລືອກໃຊ້ສີສັນຕ່າງໆ ທ່ານສາມາດສຶກສາເພີ່ມຕື່ມ ເພື່ອຫາຮູບແບບການຕົກແຕ່ງແບບຕ່າງໆ ມາປະຍຸກໃຊ້ກັບຮ້ານຄ້າຂອງທ່ານ.

2  ສ້າງຈຸດເດັ່ນໃຫ້ກັບສິນຄ້າ ຫຼື ຮ້ານຄ້າຂອງທ່ານ: ລູກຄ້າສ່ວນໃຫຍ່ຈະໃຫ້ຄວາມສົນໃຈຮ້ານຄ້າທີ່ມີເອກະລັກ ມີຄວາມໂດດເດັ່ນແຕກຕ່າງຈາກທຸລະກິດຮ້ານຄ້າອື່ນໆ ແຕ່ກໍບໍ່ຈຳເປັນຕ້ອງເປັນສິ່ງທີ່ຫຍຸ້ງຍາກສັບຊ້ອນ ຕົວຢ່າງເຊັ່ນ: ຮ້ານອາຫານທີ່ມີລາຍການພິເສດທີ່ຫາບໍ່ໄດ້ຈາກຮ້ານອື່ນ ຫຼື ຮ້ານຂາຍເຄື່ອງທີ່ໃຫ້ພະນັກງານແຕ່ງຕົວແປກໆແຕ່ມີເອກະລັກ ເຊິ່ງວິທີການງ່າຍໆແບບນີ້ກໍຈະຊ່ວຍໃຫ້ຮ້ານຄ້າຂອງທ່ານດຶງດູດລູກຄ້າໄດ້ບໍ່ຫຼາຍກໍໜ້ອຍ.

3  ຢ່າໃຫ້ຄວາມສຳຄັນກັບເງິນຫຼາຍເກີນໄປ: ຖ້າທ່ານຢາກເຮັດທຸລະກິດໃຫ້ມີຄວາມສຸກ ປະສົບຄວາມສຳເລັດ ແລະ ເປັນທີ່ຕ້ອງການຂອງລູກຄ້າ ທ່ານຕ້ອງບໍ່ໃຫ້ຄວາມສຳຄັນກັບເລື່ອງ “ ເງິນ ” ຫຼາຍເກີນໄປ ແຕ່ທ່ານຕ້ອງໃຫ້ຄວາມສຳຄັນກັບສິ່ງທີ່ລູກຄ້າຈະໄດ້ຮັບ ແລະ ຄວາມສຸກຂອງລູກຄ້າເປັນຫຼັກ ເພາະຖ້າຫາກທ່ານສຸມໃສ່ແຕ່ເລື່ອງເງິນ ແນ່ນອນວ່າຈະເປັນການເຮັດໃຫ້ລູກຄ້າຂອງທ່ານຮູ້ສຶກອຶດອັດທີ່ທ່ານພະຍາຍາມຢາກຂາຍແຕ່ສິນຄ້າເທົ່ານັ້ນ ແລະ ພະຍາຍາມຈະຫາເງິນຈາກເຂົາຢູ່ຕະຫຼອດເວລາ ສຸດທ້າຍຮ້ານຄ້າຂອງທ່ານກໍຈະກາຍເປັນຮ້ານຄ້າທີ່ບໍ່ມີຄົນເຂົ້າ.

4   ສ້າງຖານລູກຄ້າເກົ່າ ເພື່ອດຶງດູດລູກຄ້າໃໝ່: ສຳລັບຄົນທີ່ມີປະສົບການດ້ານທຸລະກິດຄົງຮູ້ດີວ່າ ພະລັງຂອງການບອກຕໍ່ ( Word of mouth ) ຄືວິທີດຶງດູດລູກຄ້າທີ່ດີທີ່ສຸດ ໂດຍສະເພາະກັບຍຸກປັດຈຸບັນທີ່ພວກເຮົາທຸກຄົນສາມາດສ້າງເນື້ອຫາ ແລະ ເປັນເຈົ້າຂອງຊ່ອງທາງການສື່ສານໄດ້ເອງແບບນີ້ ຖ້າຫາກທ່ານສ້າງຖານລູກຄ້າປະຈຳ ( Customer Loyalty ) ໃຫ້ກັບທຸລະກິດໄດ້ຮັບຮອງວ່າຮ້ານຄ້າຂອງທ່ານຕ້ອງຖືກເວົ້າເຖິງຈົນເປັນທີ່ຮູ້ຈັກ ແລະ ໄດ້ຮັບຄວາມສົນໃຈຈາກລູກຄ້າໜ້າໃໝ່ຢ່າງແນ່ນອນ.

ສຳລັບເຈົ້າຂອງທຸລະກິດຮ້ານຄ້າທີ່ກຳລັງຊອກຫາວິທີດຶງດູດລູກຄ້າຢູ່ ຜູ້ຂຽນຫວັງວ່າບົດຄວາມນີ້ຈະມີປະໂຫຍດກັບທ່ານບໍ່ຫຼາຍກໍໜ້ອຍ.