ຄວາມຕ້ອງການຂອງຕະຫຼາດແຮງງານດ້ານເຕັກໂນໂລຊີ ແລະ ການສື່ສານ

338

ຕະຫຼາດແຮງງານຕ້ອງການຜູ້ທີ່ມີ ຄວາມຮູ້, ຄວາມເຂົ້າໃຈດ້ານເຕັກໂນໂລຊີ ແລະ ການສື່ສານຢ່າງແທ້ຈິງ ເຊິ່ງວຽກງານດ້ານນີ້ແມ່ນລວມທັງການອອກແບບໂປຣແກຣມຕ່າງໆ, ໂປຣແກຣມໃຊ້ງານທາງເວັບໄຊ, ການຂຽນໂປຣແກຣມພາສາຄອມພິວເຕີ, ຖານຂໍ້ມູນ, ລະບົບເຄືອຂ່າຍທັງໃນ ແລະ ນອກອົງກອນ ລວມທັງການຮັກສາຄວາມໝັ້ນຄົງປອດໄພໃນລະບົບຄອມພິວເຕີ ແລະ ລະບົບເຄືອຂ່າຍ.

ດັ່ງນັ້ນ, ອົງກອນ ຈຶ່ງມີຄວາມຕ້ອງການດ້ານບຸກຄະລາກອນທີ່ມີຄວາມຮູ້ – ຄວາມສາມາດໃນການບໍລິຫານຈັດການ ແລະ ການພັດທະນາຊ໊ອຟແວຣ໌ ເພື່ອໃຊ້ງານດ້ານຕ່າງໆຂອງອົງກອນ ເຊັ່ນ:

ນັກຂຽນໂປຣແກຣມ ຫຼື ໂປຣແກຣມເມີ ( Programmer ) ຈະເຮັດໜ້າທີ່ໃນການຂຽນໂປຣແກຣມຄອມພິວເຕີ ເພື່ອໃຊ້ງານດ້ານຕ່າງໆ ເຊັ່ນ: ໂປຣແກຣມ ກ່ຽວກັບການຊື້ – ຂາຍສິນຄ້າໂປຣແກຣມ ທີ່ໃຊ້ກັບບັນຊີ ຫຼື ໂປຣແກຣມທີ່ໃຊ້ລະບົບງານຂະໜາດໃຫຍ່ຂອງອົງກອນ.

ນັກວິເຄາະລະບົບ ( Systerm Analyst ) ເຮັດໜ້າທີ່ໃນການປຶກສາວິເຄາະ ແລະ ພັດທະນາລະບົບຂໍ້ມູນ – ຂ່າວສານ ເຊິ່ງນັກວິເຄາະລະບົບ ແລະ ພັດທະນາລະບົບຂໍ້ມູນ – ຂ່າວສານ ຈະທຳການວິເຄາະງານ ແລະ ອອກແບບລະບົບຂໍ້ມູນ – ຂ່າວສານໃຫ້ກົງກັບຄວາມຕ້ອງການຂອງຜູ້ໃຊ້ງານ ເຊິ່ງອາດຈະລວມທັງການອອກແບບຖານຂໍ້ມູນ.

ຜູ້ດູແລ ແລະ ບໍລິຫານຖານຂໍ້ມູນ ( Database Administrator ) ເຮັດໜ້າທີ່ບໍລິຫານ ແລະ ຈັດການຖານຂໍ້ມູນ ລວມທັງການອອກແບບບຳລຸງຮັກສາຂໍ້ມູນ ແລະ ການດູແລລະບົບຄວາມປອດໄພຂອງຖານຂໍ້ມູນ ເຊັ່ນ: ການກຳນົດບັນຊີຜູ້ໃຊ້ ແລະ ການກຳນົດສິດທິຜູ້ໃຊ້.

ຜູ້ດູແລ ແລະ ບໍລິຫານລະບົບ ( System Administrator ) ເຮັດໜ້າທີ່ບໍລິຫານ ແລະ ຈັດການລະບົບຄອມພິວເຕີໃນອົງກອນ ໂດຍດູແລການຕິດຕັ້ງ ແລະ ບຳລຸງຮັກສາລະບົບປະຕິບັດການ, ການຕິດຕັ້ງຮາດແວຣ໌. ການຕິດຕັ້ງ ແລະ ການປັບປຸງຊ໊ອຟແວຣ໌, ສ້າງ, ອອກແບບ ແລະ ບຳລຸງຮັກສາບັນຊີຜູ້ໃຊ້. ສຳລັບອົງກອນຂະໜາດນ້ອຍ ຜູ້ຄວບຄຸມລະບົບຕ້ອງດູແລລະບົບ ແລະ ບໍລິຫານເຄືອຂ່າຍ.

ຜູ້ດູແລ ແລະ ບໍລິຫານເຄືອຂ່າຍ ( Network Administrator ) ເຮັດໜ້າທີ່ບໍລິຫານ ແລະ ຈັດການອອກແບບລະບົບເຄືອຂ່າຍຄອມພິວເຕີ ແລະ ດູແລຮັກສາຄວາມປອດໄພຂອງລະບົບເຄືອຂ່າຍຂອງອົງກອນ ເຊັ່ນ: ກວດສອບການໃຊ້ງານເຄືອຂ່າຍຂອງພະນັກງານ ແລະ ຕິດຕັ້ງໂປຣແກຣມປ້ອງກັນຜູ້ບຸກລຸກເຄືອຂ່າຍ.

ຜູ້ພັດທະນາ ແລະ ບໍລິຫານເວັບໄຊ ( Webmaster ) ເຮັດໜ້າທີ່ອອກແບບພັດທະນາ, ປັບປຸງ ແລະ ບຳລຸງຮັກສາເວັບໄຊ ໃຫ້ມີຄວາມທັນສະໄໝ ໂດຍສະເພາະຢ່າງຍິ່ງຕ້ອງມີການປັບປຸງຂໍ້ມູນໃຫ້ເປັນປັດຈຸບັນຢູ່ສະເໝີ.

ເຕັກນິກ ( Technician ) ເຮັດໜ້າທີ່ບຳລຸງຮັກສາເຄື່ອງຄອມພິວເຕີ, ຕິດຕັ້ງໂປຣແກຣມ ຫຼື ຕິດຕັ້ງຮາດແວຣ໌ຕ່າງໆ ແລະ ແກ້ໄຂບັນຫາທີ່ອາດເກີດຈາກການນຳໃຊ້ອຸປະກອນຄອມພິວເຕີໃນອົງກອນ.

 

ໂດຍ: ສົມລົດ

ທີ່ມາ: sites.google.com