ຈີນ ຈັບສັນຍານເລິກລັບຈາກນອກໂລກໄດ້ກວ່າ 100 ຄັ້ງ

53

ກ້ອງໂທລະທັດວິທະຍຸຂະໜາດໃຫຍ່ທີ່ສຸດໃນໂລກຂອງຈີນ ຈັບສັນຍານວິທະຍຸປິດສະໜາໄດ້ກວ່າ 100 ຄັ້ງ ເຊື່ອມາຈາກອະວະກາດທີ່ຢູ່ຫ່າງໄກຈາກໂລກຫຼາຍ, ຂະນະທີ່ສັນຍານວິທະຍຸເຫຼົ່ານັ້ນມາຈາກແຫຼ່ງດຽວກັນພຽງແຕ່ຍັງບໍ່ຮູ້ວ່າມາຈາກໃສ.

ຂ່າວລາຍງານເມື່ອບໍ່ດົນມານີ້ວ່າ: ນັກວິທະຍາສາດຈີນ ຍັງບໍ່ຮູ້ວ່າແຫຼ່ງຕົ້ນກໍາເນີດຂອງສັນຍານວິທະຍຸປິດສະໜາເຫຼົ່ານີ້ມາຈາກໃສ ແຕ່ເຊື່ອວ່າມາຈາກອະວະກາດອື່ນທີ່ຢູ່ຫ່າງໄກຈາກໂລກໄປໄກເຖິງປະມານ 3.000 ປີແສງ.

ຂະນະທີ່ນັກວິທະຍາສາດຈີນ ກໍາລັງພະຍາຍາມກວດກາຄວາມຖືກຕ້ອງຂອງສັນຍານວິທະຍຸເຫຼົ່ານີ້ເພື່ອພະຍາຍາມສຶກສາ ແລະ ເຂົ້າໃຈໃຫ້ຫຼາຍຂຶ້ນກ່ຽວກັບການລະບຸວ່າສັນຍານວິທະຍຸນັ້ນມາຈາກໃສກັນແທ້.

ຂະນະນີ້ຜູ້ຊ່ຽວຊານຈີນ ເຊື່ອວ່າສັນຍານວິທະຍຸດັ່ງກ່າວຖືກສ້າງຂຶ້ນໂດຍຂະບວນການທີ່ແນ່ນອນໃນຈັກກະວານທີ່ເລິກລັບຫຼາຍກວ່າມາຈາກເຕັກໂນໂລຊີຂອງມະນຸດຕ່າງໆ.

ກ້ອງໂທລະທັດວິທະຍຸຂະໜາດໃຫຍ່ທີ່ສຸດໃນໂລກຂອງຈີນ ເຊິ່ງມີເສັ້ນລັດສະໝີ 500 ແມັດກໍ່ສ້າງສໍາເລັດ ແລະ ເປີດນໍາໃຊ້ເມື່ອປີ 2016 ຕັ້ງຢູ່ແຂວງກຸ້ຍໂຈວ ທາງຕາເວັນອອກສ່ຽງໃຕ້ຂອງຈີນ.