ຕະຫຼາດຮຸ້ນຮົງກົງບໍ່ປະສົບຄວາມສໍາເລັດໃນການຊື້ຕະຫຼາດຮຸ້ນລອນດອນ

101

ກອງປະຊຸມຂອງກຸ່ມບໍລິສັດຕະຫຼາດຫຼັກຊັບລອນດອນເມື່ອບໍ່ດົນມານີ້ມີມະຕິເອກະສັນປະຕິເສດຂໍ້ສະ  ເໜີຂອງບໍລິສັດຕະຫຼາດຫຼັກຊັບຮົງກົງເຊິ່ງຂໍຄວບລວມທຸລະກິດເມື່ອອາທິດທີ່ຜ່ານມາດ້ວຍການສະເໜີລາຄາທີ່ສູງເຖິງ39.000ລ້ານໂດລາ.

ໂດຍກ່ອນໜັ້ນນັ້ນມີການວິເຄາະວ່າຫາກຂໍ້ຕົກລົງນີ້ປະສົບຄວາມສໍາເລັດຈະເປັນການຖືກໍາເນີດຂອງໜຶ່ງໃນຕະຫຼາດຫຼັກຊັບຂະໜາດໃຫຍ່ທີ່ສຸດຂອງໂລກ ແລ ະເປັນສູນກາງເຊື່ອມຕໍ່ທາງການລົງທຶນລະຫວ່າງຕາເວັນຕົກກັບຕາເວັນອອກ,ອີກທັງຍັງຈະກ້າວຂຶ້ນມາເປັນຄູ່ແຂ່ງສໍາຄັນກັບວໍສະຕຣີດໃນນະຄອນ ນິວຢອກຂອງອາເມຣິກາທັນທີ.

ເຖິງວ່າໜຶ່ງໃນເງື່ອນໄຂສໍາຄັນຂອງຕະຫຼາດຫຼັກຊັບຮົງກົງຄືການທີ່ອີກຝ່າຍຕ້ອງຍົກເລີກແຜນການຊື້ທຸລະກິດຂອງບໍລິສັດ ຣີຟິນິທີບ ຜູ້ໃຫ້ບໍລິການດ້ານການບໍລິຫານຈັດການຄວາມສ່ຽງ,ແຕ່ມີການວິເຄາະວ່າໜຶ່ງໃນປັດໄຈສໍາຄັນຂອງການປະຕິເສດໃນຄັ້ງນີ້ຂອງຕະຫຼາດຫຼັກຊັບລອນດອນກໍຄືເລື່ອງການຖືກກວດກາຈາກລັດຖະບານ ແລະ ໜ່ວຍງານອິດສະຫຼະ ແລະ ລາຄາທີ່ບໍ່ໜ້າສົນໃຈ.

ນອກຈາກນີ້ສະມາຊິກຂອງຕະຫຼາດຫຼັກຊັບຮົງກົງບໍ່ຕໍ່າກວ່າເຄິ່ງໜຶ່ງສະເໜີຊື່ໂດຍຄະນະຜູ້ບໍລິຫານຮົງກົງທີ່ໃນຄວາມເປັນຈິງແລ້ວກໍຄືການແຕ່ງຕັ້ງໂດຍລັດຖະບານຈີນ,ທັງນີ້ຕະຫຼາດຫຼັກຊັບລອນດອນ ແລະ ຕະຫຼາດຫຼັກຊັບຊຽງໄຮເປັນພັນທະມິດກັນຢູ່ແລ້ວການເຂົ້າເຖິງຂະບວນການຈົດທະບຽນທຶນໃນຈີນຈຶ່ງບໍ່ແມ່ນເລື່ອງຍາກ.