ທ່ຽວເມືອງຮອງ ເຊື່ອມໂຍງວັດທະນະທຳອາຊຽນ

45

ການທ່ອງທ່ຽວແຫ່ງປະເທດໄທ ຈັດໂຄງການສົ່ງເສີມການທ່ອງທ່ຽວຍຸກໃໝ່ສານຕໍ່ເມືອງຮອງ ກໍານົດ 3 ແຂວງ ແລະ ເຊື່ອມຕໍ່ບັນດາປະເທດໃນອາຊຽນ ເພື່ອເຊີນຊວນນັກທ່ອງທ່ຽວເຂົ້າມາຊົມຄວາມງາມຂອງທໍາມະຊາດ ແລະ ວັດທະນະທໍາທ້ອງຖິ່ນ.

ທ່ານ ກິດສະດາ ລັດຕະນະພຶກ ຜູ້ອຳນວຍການພູມີພາກອາຊຽນ ອາຊີໃຕ້ ແລະ ປາຊີຟິກ ການທ່ອງທ່ຽວແຫ່ງປະເທດໄທ ( ທທທ ) ກ່າວວ່າ: ປີນີ້ປະເທດໄທ ໄດ້ຮັບກຽດເປັນເຈົ້າພາບອາຊຽນ ໄດ້ສະໜັບສະໜູນເມືອງຮອງ ໂດຍໃຫ້ໄທ ເປັນສູນກາງພາຍໃຕ້ໂຄງການ “ Experiencing ASEAN POP Culture ” ຈຶ່ງເລືອກເຟັ້ນຫາເມືອງຮອງ ທີ່ມີສະຖານທີ່ສວຍງາມ ແລະ ຊົງຄຸນຄ່າດ້ານວັດທະນະທຳ ຮ່ວມສະໄໝທັງໃນປະເທດ ແລະ ຂົງເຂດອາຊຽນ; ໂຄງການນີ້ຈະສາມາດສ້າງກະແສການເດີນທາງທ່ອງທ່ຽວເພື່ອເຊື່ອມໂຍງພູມີພາກອາຊຽນເຂົ້ານຳກັນ ໂດຍມີປະເທດໄທ ເປັນສູນກາງເພື່ອຕ້ອງການເຈາະກຸ່ມນັກທ່ອງທ່ຽວກຸ່ມໃໝ່ໃນອາຊຽນທີ່ມີຄວາມສົນໃຈເລື່ອງສິລະປະວັດທະນະທຳ.

ທ່ານ ນາງ ອາລຸນລຸ້ງ ສີວັດທະນະປະພາ ຜູ້ຊ່ວຍປະທານເຈົ້າໜ້າທີ່ຝ່າຍການເງິນ ກຸ່ມບໍລິສັດ ຄິງພາວເວີ ກ່າວວ່າ: ຈຸດເດັ່ນ ແລະ ຄວາມໜ້າສົນໃຈຂອງ 5 ສະຖານທີ່ສຳຄັນຈາກຈັງຫວັດຊຽງລາຍ, ສຸໂຂໄທ ແລະ ຕຣາດ ລວມທັງປະເທດໃນອາຊຽນ ຄື: ປະເທດກຳປູເຈຍ ແລະ ມຽນມາ ເພື່ອສື່ສານຜ່ານຜົນງານສິລະປະຈາກໄທ ແລະ ອາຊຽນ ລວມກວ່າ 10 ປະເທດ ໂດຍສິລະປິນເຫຼົ່ານີ້ຈະຕ້ອງໃຊ້ຄວາມສາມາດເພື່ອສ້າງສີສັນ ຄວາມມ່ວນຊື່ນທີ່ແຝງດ້ວຍສະເໜ່ຂອງປະເທດໄທໃນກຸ່ມອາຊຽນ ເພື່ອຈຸດກະແສໃຫ້ເກີດການທ່ອງທ່ຽວໃນທາງຄຸນຄ່າວັດທະນະທຳ.

ສໍາລັບ ສປປ ລາວ ກໍໄດ້ເຂົ້າຮ່ວມ ພ້ອມຈັດ Work Shop ຜະລິດໜ້າກາກທີ່ເຮັດດ້ວຍວັດສະດຸຫາງ່າຍໃນພື້ນທີ່ ແລະ ຈັດການສະແດງໜ້າກາກທີ່ສານເຈົ້າພໍ່ພະຍາແກ້ວ ເມືອງຊຽງຂອງ ຈັງຫວັດຊຽງລາຍ ເພື່ອຖ່າຍທອດເລື່ອງລາວຂອງຫຸ່ນກະບອກຈາກຮຸ່ນສູ່ຮຸ່ນຜ່ານຄະນະຫຸ່ນນັກສະແດງກະບອກຂອງ ສປປ ລາວ ໄດ້ແກ່: ເອື້ອຍຖີ ( The Lemthy ) ແລະ ອ້າຍສົມປອງ ( Sompong Inthavong ) ສິລະປິນທີ່ມີຊື່ສຽງຕົວແທນລະດັບປະເທດທີ່ຈັດສະແດງເທສະການຕ່າງໆມາແລ້ວຈຳນວນຫຼາຍທັງໃນ ແລະ ຕ່າງປະເທດ ເຊິ່ງໄດ້ຮັບຄວາມສົນໃຈຈາກທັງໃນຊຸມຊົນ ແລະ ເຍົາວະຊົນ.

ງານ “ Experiencing ASEAN POP Culture ” ຈັດຂຶ້ນໃນລະຫວ່າງວັນທີ 13 – 15 ກັນຍາ 2019 ທີ່ Crown Atrium ຊັ້ນ 2 ຄິງພາວເວີ ປະເທດໄທ ໂດຍມີຕົວແທນຈາກເມືອງຮອງ ແລະ 10 ປະເທດອາຊຽນເຂົ້າຮ່ວມ.

[ ຮຽບຮຽງ: ພຸດຕີ້; ຮູບ – ຂໍ້ມູນ: ບິກບລູ ]