ນັກກີລາດຶງເຊືອກລາວ ຄວ້າອັນດັບ   3 – 4 ຊີງແຊັມ  ອາຊີ ທີ່ປະເທດໄທ

55

ນັກກີລາດຶງເຊືອກທີມຊາດລາວ ປະເພດຍິງ – ຊາຍ ສ້າງຜົນງານໄດ້ຢ່າງໂດດເດັ່ນຄວ້າອັນດັບ 3 ແລະ ອັນດັບ 4 ຕາມລໍາດັບ ໃນການເຂົ້າຮ່ວມການແຂ່ງຂັນກີລາດຶງເຊືອກຊີງແຊັມອາຊີ ຄັ້ງທີ 14 ຫຼື 14 th Asian Tug of War Indoor Championship 2019 ຢູ່ຈັງຫວັດນະຄອນສີອາຍຸດທະຍາ ປະເທດໄທ ລະຫວ່າງວັນທີ 13 – 16 ກັນຍາ 2019.

ການແຂ່ງຂັນຄັ້ງນີ້ ມີ 10 ປະເທດ ຜ່ານການແຂ່ງຂັນຜົນປາກົດວ່າ: ປະເພດຊາຍ ( ນັກກີລາຈໍານວນ 8 ຄົນ ນໍ້າໜັກບໍ່ເກີນ 600 ກິໂລ ) ທີມຊາດຊາຍລາວ ລົງແຂ່ງຂັນຮອບຄັດເລືອກ 8 ຄັ້ງ ສາມາດຜ່ານເຂົ້າຮອບຮອງຊະນະເລີດໄປພົບກັບ ໄຕ້ຫວັນ ທີມອັນດັບ 1 ຂອງໂລກ ແຕ່ກໍບໍ່ສາມາດຜ່ານທີມແຊັມໂລກໄປໄດ້ ຈຶ່ງເຮັດໃຫ້ເຂົ້າໄປຊີງອັນດັບ 3 ກັບ ທີມມາເກົ໊າ ແລະ ເປັນທີມຊາດລາວ ສາມາດເອົາຊະນະ ມາເກົ໊າ ໄດ້ອັນດັບ 3 ໄປຄອງ ຂະນະທີ່ ອັນດັບ 1 ໄຕ້ຫວັນ ແລະ ອັນດັບ 2 ໄທ ເຈົ້າພາບ.

ສ່ວນປະເພດຍິງ ( ນັກກີລາຈໍານວນ 8 ຄົນ ນໍ້າໜັກບໍ່ເກີນ 500 ກິໂລ ) ທີມຊາດຍິງລາວ ລົງແຂ່ງຂັນໃນຮອບຄັດເລືອກ 5 ຄັ້ງ ກ່ອນຜ່ານເຂົ້າຮອບ 4 ທີມສຸດທ້າຍ ເສຍໃຫ້ກັບ ທີມຊາດໄທ ໄດ້ເຂົ້າໄປຊີງອັນດັບ 3 ກັບທີມຊາດສີລັງກາ ແລະ ເປັນທີມສີລັງກາ ເຮັດໄດ້ດີກວ່າເອົາຊະນະ ສາວລາວໄປໄດ້ ເຮັດໃຫ້ ສາວລາວ ໄດ້ອັນດັບ 4, ສ່ວນອັນດັບ 1 ໄຕ້ຫວັນ ແລະ ອັນດັບ 2 ໄທ ເຈົ້າພາບ.

( ຂ່າວ : ສີພອນ; ຮຽບຮຽງ: ຄໍາສອນ )

ຮູບ B555 (1) – B555 (3)