ບົດສະຫຼຸບ ລາວພຣີເມຍລີກ 2019 ລາວໂຕໂຢຕ້າ ຄວ້າແຊັມ 3 ປີຕິດຕໍ່ກັນ

56

ລາວໂຕໂຢຕ້າ ເອັຟຊີ ລົງສະໜາມນັດສຸດທ້າຍດ້ວຍການເອົາຊະນະ ປກສ ເອັຟຊີ 4 – 0 ໄດ້ສະຫຼອງແຊັມ ເປບຊີ ລາວພຣີເມຍລີກ 2019 ຢ່າງເປັນທາງການ ໃນວັນທີ 14 ກັນຍາ 2019 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເຊິ່ງຖືເປັນແຊັມ 3 ສະໄໝຕິດຕໍ່ກັນ ແລະ ເປັນແຊັມສະໄໝທີ 4 ຕໍ່ຈາກປີ 2015, 2017 ແລະ 2018.

ນັດສົ່ງທ້າຍ ລາວໂຕໂຢຕ້າ ເອັຟຊີ ເອົາຊະນະໄປ 4 – 0 ຈາກການຍິງຂອງ ໂຮມມະ 2 ປະຕູ ແລະ DE SA RODRIGUES RAFAEL 2 ປະຕູ ຈາກຜົນດັ່ງກ່າວຍັງເຮັດໃຫ້ ກາຊູ ໂຮມມະ ເພີ່ມສະຖິຕິການຍິງປະຕູເປັນ 14 ປະຕູ ເທົ່າກັບ ແກ້ວວຽງເພັດ ຄວ້າດາວຍິງສູງສຸດໄປຄອງຮ່ວມກັນ ແລະ ເປັນສະໄໝທີ 5 ຂອງ ໂຮມມະ ຕໍ່ຈາກປີ 2013, 2014, 2017 ແລະ 2018.

ສະຫຼຸບການແຂ່ງຂັນ ເປບຊີ ລາວພຣີເມຍລີກ 2019 ມີດັ່ງນີ້:

ລາວໂຕໂຢຕ້າ ເອັຟຊີ ຄວ້າແຊັມເປບຊີ ລາວພຣີເມຍ 2019 ໄປຄອງ ພ້ອມເງິນລາງວັນ 300 ລ້ານກີບ ຈາກການມີ 37 ຄະແນນ ຊະນະ 12, ສະເໝີ 1 ແລະ ເສຍ 2 ນັດ ຈາກ 15 ນັດ ແລະ ເປັນແຊັມສະໄໝທີ 4 ຕໍ່ຈາກປີ 2015, 2017 ແລະ 2018 ພ້ອມກັບສິດໄປແຂ່ງຂັນ AFC CUP 2020.

ມາສເຕີ 7 ເອັຟຊີ ຄວ້າອັນດັບ 2 ພ້ອມເງິນລາງວັນ 200 ລ້ານກີບ ຈາກການມີ 29 ຄະແນນຊະນະ 9, ສະເໝີ 2 ແລະ ເສຍ 4 ນັດ ຄວ້າສິດໄປແຂ່ງຂັນ AFC CUP 2020 ຮອບເພລ ອ໊ອຟ.

ຊ້າງນ້ອຍ ເອັຟຊີ ຢຶດອັນດັບ 3 ຂອງຕາຕະລາງຈາກການມີ 28 ຄະແນນ ຊະນະ 8, ສະເໝີ 4 ແລະ ເສຍ 3 ນັດ ຮັບເງິນລາງວັນ 100 ລ້ານກີບ.

ປກສ ເອັຟຊີ ຢູ່ອັນດັບ 4 ຂອງຕາຕະລາງມີ 15 ຄະແນນ ຊະນະ 4, ສະເໝີ 3 ແລະ ເສຍ 8 ນັດ ຮັບເງິນລາງວັນ 20 ລ້ານກີບ.

ກອງທັບ ເອັຟຊີ ຢູ່ອັນດັບ 5 ຂອງຕາຕະລາງມີ 10 ຄະແນນ ຊະນະ 2, ສະເໝີ 4 ແລະ ເສຍ 9 ນັດ ຮັບເງິນລາງວັນ 10 ລ້ານກີບ.

ອີໂວ ຢູໄນເຕັດ ຢູ່ອັນດັບ 6 ຂອງຕາຕະລາງມີ 8 ຄະແນນ ຊະນະ 2, ສະເໝີ 2 ແລະ ເສຍ 11 ນັດ.

ດາວຍິງສູງສຸດຕົກເປັນຂອງ    ກາຊູ ໂຮມມະ ກັບ ແກ້ວວຽງເພັດ     ລິດທິເດດ ຍິງໄດ້ 14 ປະຕູເທົ່າກັນ.

ຮອງດາວຍິງສູງສຸດຕົກເປັນຂອງ DE SA RODRIGUES RAFAEL ກອງໜ້າຂອງ ລາວໂຕໂຢຕ້າ ເອັຟຊີ ຍິງໄດ້ 13 ປະຕູ ເທົ່າກັບ ບຸນພະຈັນ ບຸນກອງ.

ການແຂ່ງຂັນປີນີ້ຈັດແຂ່ງ 3 ຮອບ ລວມທັງໝົດມີ 90 ນັດ ມີປະຕູເກີດຂຶ້ນເຖິງ 172 ປະຕູ ໂດຍສະໂມສອນທີ່ຍິງໄດ້ຫຼາຍທີ່ສຸດເປັນ ລາວໂຕໂຢຕ້າ ເອັຟຊີ ຍິງໄດ້ 46 ປະຕູ ແລະ ທີມທີ່ເສຍປະຕູຫຼາຍທີ່ສຸດເປັນ ອີໂວ ຢູໄນເຕັດ ເສຍໄປ 54 ປະຕູ.

ທີມທີ່ເສຍປະຕູໜ້ອຍທີ່ສຸດເປັນ ລາວໂຕໂຢຕ້າ ເອັຟຊີ ແລະ ຊ້າງນ້ອຍ ເອັຟຊີ ເສຍໄປ 12 ປະຕູຈາກ 15 ນັດ.

( ຄໍາສອນ )