ເກົາຫຼີໃຕ້ ກວດພົບພະຍາດອະຫິວາໝູອາຟຣິກາ ຄັ້ງທຳອິດໃນປະເທດ

70

ລັດຖະບານເກົາຫຼີໃຕ້ ຢືນຢັນກວດພົບການແຜ່ລະບາດພະຍາດອະຫິວາໝູອາຟຣິກາ ເປັນຄັ້ງທຳອິດໃນປະເທດ ໃນເຂດເມືອງຕິດກັບຊາຍແດນປະເທດເກົາຫຼີເໜືອ ແລະ ປິດຟາມຢ່າງໜ້ອຍ 3 ແຫ່ງ ເພື່ອກຽມຂ້າ ໝູ ເກືອບ 4 ພັນໂຕ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນອັງຄານ ທີ 17 ກັນຍາ ວ່າ ກະຊວງກະສິກຳ ເກົາຫຼີໃຕ້ ອອກຖະແຫຼງການ ເມື່ອວັນອັງຄານ ກ່ຽວກັບການປິດຟາມຢ່າງໜ້ອຍ 3 ແຫ່ງ ໃນເມືອງປາຈູ ເຊິ່ງຢູ່ທາງພາກເໜືອສຸດຂອງປະເທດ ໃກ້ກັບຊາຍແດນປະເທດເກົາຫຼີເໜືອ ເພື່ອກຽມຂ້າໝູ ທັງໝົດ 3.950 ໂຕ ພາຍຫຼັງທີ່ກວດພົບ ໝູ ຢ່າງໜ້ອຍ 5 ໂຕຈາກຟາມ 1 ໃນ 3 ແຫ່ງ ຕາຍ ຍ້ອນພະຍາດອະຫິວາໝູອາຟຣິກາ (ASF).

ທັງນີ້ ຖືເປັນຄັ້ງທຳອິດທີ່ເກົາຫຼີໃຕ້ກວດພົບການແຜ່ລະບາດຂອງພະຍາດອະຫະວາໝູໃນທົ່ວປະເທດ ແລະ ກະຊວງກະສິກຳໄດ້ຍົກລະດັບການເຕືອນໄພການພະຍາດລະບາດໃນສັດໃຫ້ເປັນລະດັບສູງສຸດ ພ້ອມທັງປະກາດ “ເຄີຟິວ” ທີ່ເປັນຄຳສັ່ງຫ້າມການເຄື່ອນຍ້າຍໝູ ທັງທີ່ຍັງມີຊີວິດຢູ່ ແລະ ເປັນຜະລິດຕະພັນໝູ ເປັນເວລາ 2 ມື້ທົ່ວປະເທດ ໂດຍຄວາມເຄື່ອນໄຫວຂອງເກົາຫຼີໃຕ້ ເກີດຂື້ນປະມານ 3 ເດືອນ ຫຼັງຈາກເກົາຫຼີເໜືອ ໄດ້ລາຍງານ ເມື່ອກາງເດືອນມິຖຸນາ ຜ່ານມາ ວ່າ ທຸກອົງການທີ່ກ່ຽວຂ້ອງກຳລັງເຮັດວຽກຢ່າງສຸດຄວາມສາມາດ ໃນການສະກັດກັ້ນການແຜ່ລະບາດຂອງພະຍາດອະທິວາໝູອາຟຣິກາ ໂດຍເບື້ອງຕົ້ນ ຜູ້ຊ່ຽວຊານພາຍໃນປະເທດໄດ້ສົມມຸດຖານ ວ່າ ພະຍາດດັ່ງກ່າວໄດ້ແຜ່ກະຈາຍໄປທົ່ວຊາຍແດນຈາກມົນທົນທາງພາກຕາເວັນອອກສຽງເໜືອ ຂອງຈີນ ເຊິ່ງມີຊາຍແດນຕິດກັນ. ອີກປະການໜຶ່ງ ມີລາຍງານວ່າ ເກົາຫຼີເໜືອ ໄດ້ແຈ້ງສະຖານະການການລະບາດຂອງພະຍາດອະຫິວາໝູ ໃຫ້ແກ່ອົງການພະຍາດລະບາດສາກົນ (OIE) ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອທ້າຍ ເດືອນພຶດສະພາ ຜ່ານມາດ້ວຍ.