ເງິນເຟີ້ເດືອນສິງຫາ ເພີ່ມຂຶ້ນ 3,34%

97

ອັດຕາເງິນເຟີ້ ເດືອນສິງຫາ 2019 ຍັງມີທ່າອ່ຽງເພີ່ມຂຶ້ນ ຈາກ 3,00% ໃນເດືອນກໍລະກົດ ມາເປັນ 3,34% ໃນເດືອນສິງຫາ ປັດໄຈສໍາຄັນທີ່ສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ສູງຂຶ້ນແມ່ນມາຈາກການເພີ່ມຂຶ້ນຂອງລາຄາອາຫານ ເປັນຕົ້ນແມ່ນເຂົ້າສານ ເພີ່ມຈາກ 15,42% ໃນເດືອນກໍລະກົດ ມາເປັນ 20,51% ໃນເດືອນສິງຫາ ສົ່ງຜົນໃຫ້ໝວດອາຫານ ແລະ ເຄື່ອງດື່ມ ເພີ່ມຂຶ້ນ 4,71%. ສ່ວນປະເພດຊີ້ນ, ປາ, ອາຫານທະເລ, ພືດຜັກ, ໝາກໄມ້ຍັງຢູ່ໃນເກນປົກກະຕິ ແລະ ມີທ່າອ່ຽງຫຼຸດລົງເລັກໜ້ອຍ.

ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ເປີດເຜີຍວ່າ: ສາເຫດທີ່ພາໃຫ້ອັດຕາເງິນເຟີ້ສູງຂຶ້ນໃນເດືອນສິງຫາຜ່ານມາ ແມ່ນມາຈາກການເພີ່ມຂຶ້ນຂອງລາຄາອາຫານ ເປັນຕົ້ນແມ່ນເຂົ້າສານ ເພີ່ມຈາກ 15,42% ໃນເດືອນກໍລະກົດ ມາເປັນ 20,51% ໃນເດືອນສິງຫາ 2019 ປັດໄຈຫຼັກແມ່ນເນື່ອງມາຈາກ: 1). ປະຊາຊົນ, ຊາວນາ, ພໍ່ຄ້າຊາວຂາຍ ຍັງມີຄວາມກັງວົນກ່ຽວກັບຜົນຜະລິດເຂົ້ານາປີໃນປີ 2019 ອາດບໍ່ພຽງພໍກັບຄວາມຕ້ອງການ ເພາະປະສົບກັບບັນຫາໄພແຫ້ງແລ້ງໃນຕົ້ນລະດູການຜະລິດ ແລະ ບັນຫາໄພພິບັດທາງທຳມະຊາດ ( ນໍ້າຖ້ວມ ) ຈຶ່ງສົ່ງຜົນໃຫ້ລາຄາເຂົ້າສູງຂຶ້ນ; 2). ມາດຕະການສົ່ງເສີມການຜະລິດເປັນສິນຄ້າ ເພື່ອສະໜອງການບໍລິໂພກພາຍໃນປະເທດຍັງບໍ່ທັນພຽງພໍ ໂດຍສະເພາະພືດຜັກ ແລະ ໝາກໄມ້ ຍັງອາໄສການນໍາເຂົ້າຈາກຕ່າງປະເທດເປັນສ່ວນໃຫຍ່ ລວມທັງສິນຄ້າອຸປະໂພກ – ບໍລິໂພກອື່ນໆ; 3). ການອ່ອນຄ່າຂອງເງິນກີບທຽບໃສ່ສະກຸນເງິນບາດ ແລະ ເງິນໂດລາໃນປັດຈຸບັນແມ່ນແຮງສຸດໃນຮອບ 5 ປີ ສົ່ງຜົນໃຫ້ສິນຄ້າອຸປະໂພກມີລາຄາເພີ່ມຂຶ້ນ ແລະ ເຫັນວ່າມີຜົນກະທົບຕໍ່ຜູ້ປະກອບການລາຍຍ່ອຍລວມທັງຜູ້ບໍລິໂພກນຳ.

ສໍາລັບໝວດສິນຄ້າອື່ນໆແມ່ນມີທ່າອ່ຽງເພີ່ມຂຶ້ນເຊັ່ນດຽວກັນ, ແຕ່ບໍ່ໄດ້ເພີ່ມຂຶ້ນສູງຄືກັບໝວດອາຫານ ມີຄື: ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 3,76% ຍ້ອນການເພີ່ມຂຶ້ນຂອງລາຄາຄໍາ; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 3,26%; ໝວດບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 3,11%; ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 2,14%.

ເວົ້າສະເພາະການປ່ຽນແປງພາຍໃນເດືອນສິງຫາ 2019 ພົບວ່າ: ດັດຊະນີລາຄາຜູ້ບໍລິໂພກທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 0,76% ໂດຍມີການປ່ຽນແປງຂອງລາຄາສິນຄ້າ ແລະ ບໍລິການ ລຸ່ມນີ້:

ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ: ເພີ່ມຂຶ້ນ 1,14% ຍ້ອນການເພີ່ມຂຶ້ນຂອງລາຄາສິນຄ້າປະເພດອາຫານສົດ ເປັນຕົ້ນແມ່ນ: ເຂົ້າສານເພີ່ມຂຶ້ນ 7,05%; ປາ ແລະ ອາຫານທະເລ ເພີ່ມຂຶ້ນ 1,17%; ໝາກໄມ້ ເພີ່ມຂຶ້ນ 1,48%; ປະເພດເຄື່ອງປຸງແຕ່ງອາຫານ ເພີ່ມຂຶ້ນ 0,28%. ຂະນະດຽວກັນ ປະເພດຊີ້ນ ຫຼຸດລົງ 1,48%. ໃນນັ້ນ, ຊີ້ນໝູ ຫຼຸດລົງ 1,93%, ຊີ້ນງົວ – ຄວາຍ ຫຼຸດລົງ 0,86%; ສັດປີກ ຫຼຸດລົງ 2,58% ແລະ ປະເພດຜັກສົດ ຫຼຸດລົງ 4,83%.

ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ: ເພີ່ມຂຶ້ນ 0,46% ຍ້ອນການເພີ່ມຂຶ້ນຂອງລາຄາສິນຄ້າປະເພດເຄື່ອງນຸ່ງຫົ່ມ 0,51% ໂດຍສະເພາະເຄື່ອງນຸ່ງແມ່ຍິງ ເພີ່ມຂຶ້ນ 0,75%; ເຄື່ອງນຸ່ງເດັກນ້ອຍ ເພີ່ມຂຶ້ນ 0,67% ແລະ ເກີບ ເພີ່ມຂຶ້ນ 0,05%.

ໝວດເຄື່ອງໃຊ້ຄົວເຮືອນ: ເພີ່ມຂຶ້ນ 0,50% ຍ້ອນລາຄາຕົກແຕ່ງພາຍໃນເຮືອນ ເພີ່ມຂຶ້ນ 0,48%; ເຄື່ອງໃຊ້ໃນຄົວເຮືອນ ເພີ່ມຂຶ້ນ 0,10% ແລະ ເຄື່ອງໃຊ້ປະຈໍາວັນ ເພີ່ມຂຶ້ນ 1,13%.

ໝວດຮັກສາສຸຂະພາບ ແລະ ຢາ: ເພີ່ມຂຶ້ນ 0,17% ຍ້ອນລາຄາຢາ ເພີ່ມຂຶ້ນ 0,08%; ຄ່າບໍລິການກວດຄົນເຈັບຈາກຄລີນິກ ເພີ່ມຂຶ້ນ 0,82% ແລະ ຄ່າບໍລິການຈາກໂຮງໝໍ ເພີ່ມຂຶ້ນ 0,43%.

ໝວດຄົມມະນາຄົມ ແລະ ການຂົນສົ່ງ: ເພີ່ມຂຶ້ນ 0,95% ຍ້ອນການເພີ່ມຂຶ້ນຂອງລາຄາພາຫະນະຂົນສົ່ງ 0,76%. ໃນນັ້ນ, ລົດໃຫຍ່ ເພີ່ມຂຶ້ນ 0,84%; ລົດຈັກ ເພີ່ມຂຶ້ນ 0,38%; ອຸປະກອນຂົນສົ່ງ ເພີ່ມຂຶ້ນ 1,78% ໂດຍສະເພາະແມ່ນລາຄານໍ້າມັນເຊື້ອໄຟ ເພີ່ມຂຶ້ນ 3,86%.

ໝວດໄປສະນີ ແລະ ໂທລະຄົມມະນາຄົມ: ເພີ່ມຂຶ້ນ 0,33% ຍ້ອນການເພີ່ມຂຶ້ນຂອງລາຄາໂທລະສັບ 0,79%. ໃນນັ້ນ, ໂທລະສັບໂນເກຍ ເພີ່ມຂຶ້ນ 1,23% ແລະ ໂທລະສັບຊໍາຊຸງ ເພີ່ມຂຶ້ນ 0,64%.

ໝວດການບັນເທີງ ແລະ ການພັກຜ່ອນ: ເພີ່ມຂຶ້ນ 0,51% ຍ້ອນການເພີ່ມຂຶ້ນຂອງລາຄາປະເພດເຄື່ອງບັນເທີງ 0,12%, ປະເພດປຶ້ມ ແລະ ເຄື່ອງຂຽນ ເພີ່ມຂຶ້ນ 0,84%.

ໝວດການສຶກສາ: ເພີ່ມຂຶ້ນ 0,91% ຍ້ອນການເພີ່ມຂຶ້ນຂອງລາຄາເຄື່ອງນຸ່ງນັກຮຽນ, ສ່ວນຄ່າຮຽນຕ່າງໆບໍ່ມີການເໜັງຕີງຈາກເດືອນຜ່ານມາ.

ໝວດສິນຄ້າ ແລະ ບໍລິການອື່ນໆ: ເພີ່ມຂຶ້ນ 0,97% ຍ້ອນການເພີ່ມຂຶ້ນຂອງເຄື່ອງໃຊ້ປະຈໍາວັນ 0,19%; ວັດຖຸມີຄ່າ ເພີ່ມຂຶ້ນ 3,38% ໂດຍສະເພາະແມ່ນລາຄາຄໍາ ເພີ່ມຂຶ້ນ 3,66%. ສ່ວນປະເພດເຫຼົ້າ ແລະ ຢາສູບ ຫຼຸດລົງ 0,19%; ໝວດທີ່ພັກອາໄສ, ໄຟຟ້າ, ນໍ້າປະປາ ແລະ ເຊື້ອເພີງຫູງຕົ້ມ ຫຼຸດລົງ 0,24%; ໝວດຮ້ານອາຫານ ແລະ ເຄື່ອງດື່ມ ຫຼຸດລົງ 0,16%.

[ ຂ່າວ: ສົມສະຫວິນ ]