ຂົ້ວສົ້ມໝູໃສ່ໄຂ່

416

ສົ້ມເປັນອາຫານດິບ ແລະ ມີການໝັກບົ່ມແບບຖືກວິທີ ເຊິ່ງສ່ວນຫຼາຍກໍຈະເຮັດເປັນສົ້ມໝູ, ສົ້ມປາ ແລະ ສົ້ມຊີ້ນ ແຕ່ສຳລັບບາງຄົນທີ່ຢ້ານວ່າກິນເຂົ້າໄປແລ້ວອາດຈະເຈັບທ້ອງໄດ້ ກໍສາມາດເອົາມາເຮັດໃຫ້ສຸກກ່ອນກິນກໍໄດ້ ເຊັ່ນ: ເອົາມາຈືນ, ປີ້ງ, ໝົກ ຫຼື ຂົ້ວກໍສາມາດເຮັດໄດ້ໝົດ.

ສ່ວນປະກອບ:

1 ສົ້ມໝູ 2 ຂີດ.

2 ໄຂ່ໄກ່ 2 ໜ່ວຍ.

3 ຫົວຜັກບົ່ວໃຫຍ່ 1 ຫົວ.

4 ໝາກເຫຼ່ນ 2 ໜ່ວຍ.

5 ກະທຽມສັບ 1 ບ່ວງແກງ.

6 ນ້ຳສະອິວຂາວ 1/2 ບ່ວງແກງ.

7 ນ້ຳຕານ 1 ບ່ວງກາເຟ.

8 ນ້ຳປາ 1 ບ່ວງກາເຟ.

9 ໝາກເຜັດ 2 ໜ່ວຍ.

10 ຜັກເຊເລີຣີ 2 ຕົ້ນ.

11 ຫົວຜັກບົ່ວໃບ 2 ຕົ້ນ.

ວິທີປຸງແຕ່ງ:

ກຽມຊອຍຫົວຜັກບົ່ວໃຫຍ່, ໝາກເຫຼ່ນ, ໝາກເຜັດກຽມໄວ້. ຈາກນັ້ນ, ກໍເອົານ້ຳມັນໃສ່ໝໍ້ຄ້າງໄຟແຮງ ເມື່ອນ້ຳມັນຮ້ອນກໍເອົາກະທຽມ ແລະ ໝາກເຜັດລົງໄປຂົ້ວໃຫ້ຫອມແລ້ວຈຶ່ງເອົາສົ້ມໝູ, ຫົວຜັກບົ່ວໃຫຍ່, ໝາກເຫຼ່ນລົງໄປຂົ້ວ.

ຫຼັງຈາກນັ້ນ, ຈຶ່ງຕອກໄຂ່ລົງ ( ແຕ່ບໍ່ຟ້າວຄົນທັນທີໃຫ້ປະໄວ້ປະມານ 10 ວິນາທີ ພໍໃຫ້ໄຂ່ໄດ້ເກາະໂຕກັນ ) ແລ້ວຄົນໃຫ້ເຂົ້າກັນປຸງລົດຊາດດ້ວຍນ້ຳຕານ, ນ້ຳປາ, ນ້ຳສະອິວຂາວຄົນໃຫ້ເຂົ້າກັນຊີມລົດຊາດຕາມໃຈມັກ. ຕັກໃສ່ຈານຊອຍຫົວຜັກບົ່ວໃບ ແລະ ຜັກເຊເລີຣີໂຮຍໜ້າເປັນທີ່ຮຽບຮ້ອຍ.