ນ້ຳປັ່ນແຄນຕາລຸບປະສົມຜັກຫອມຫໍ້

98

ເຄື່ອງດື່ມທີ່ປະສົມຜັກຫອມຫໍ້ສາມາດຊ່ວຍແກ້ອາການເຈັບທ້ອງ, ທ້ອງອືດ, ຊ່ວຍກຳຈັດລົມໃນກະເພາະ ໂດຍນໍາມາປັ່ນ ຫຼື ຈະກິນແບບສົດໆກໍໄດ້ ແລະ ຊ່ວຍດັບກິ່ນປາກໄດ້ນຳ.

ສ່ວນປະສົມ: ແຄນຕາລຸບ ຫຼື ໝາກແຕງຫອມກໍໄດ້ 200 ກຣາມ, ຜັກຫອມຫໍ້ 1 ຖ້ວຍນ້ອຍ, ໝາກກ້ວຍ 1 ໜ່ວຍ, ນໍ້າໝາກພ້າວ 3 ຈອກນ້ອຍ, ໂຢເກິດລົດທໍາມະຊາດ 1 ຈອກນ້ອຍ, ນ້ຳກ້ອນ 1 ຈອກນ້ອຍ, ນ້ຳເຊື່ອມ 3 ບ່ວງແກງ, ນ້ຳໝາກນາວ 2 ບ່ວງກາເຟ.

ວິທີປຸງແຕ່ງ:

ເອົາໝາກກ້ວຍ ແລະ ແຄນຕາລຸບປອກເປືອກອອກຊອຍເປັນຕ່ອນນ້ອຍນຳໄປແຊ່ໃນຊ່ອງແຂງຈົນແຂງ. ຈາກນັ້ນ, ເອົາອອກມາໃສ່ເຄື່ອງປັ່ນພ້ອມກັບຜັກຫອມຫໍ້, ນ້ຳກ້ອນ, ນ້ຳໝາກພ້າວ, ໂຢເກິດ, ນ້ຳເຊື່ອມ ແລະ ນ້ຳໝາກນາວ ປັ່ນໃຫ້ລະອຽດຈົນເປັນເນື້ອດຽວກັນ ( ຍິ່ງປັ່ນລະອຽດກໍຍິ່ງຈະເຮັດໃຫ້ເນື້ອນ້ຳປັ່ນນຸ້ມ ແລະ ລົດຊາດເຂັ້ມຂຸ້ນພ້ອມ ) ຖອກໃສ່ຈອກແຕ່ງໜ້າດ້ວຍຍອດຜັກຫອມຫໍ້ 1 – 2 ຍອດພໍໃຫ້ເບິ່ງແລ້ວຍິ່ງຢາກດື່ມ.

ສັບພະຄຸນ: ແຄນຕາລຸບແມ່ນຊ່ວຍຜະລິດນ້ຳນົມໃຫ້ແມ່ຫຼັງເກີດ, ຊ່ວຍແກ້ໄຂ້ ແລະ ມີວິຕາມິນ A ທີ່ສົ່ງຜົນໃນການຈະເລີນເຕີບໂຕ, ຊ່ວຍໃນການສ້າງກະດູກ, ມີເບຕ້າແຄໂຣທີນໃນປະລິມານສູງ ຊ່ວຍຕ້ານສານອະນຸມູນອິດສະຫຼະຕໍ່ສຸຂະພາບ ແລະ ຜິວພັນໄດ້ດີ.

ຂໍ້ມູນຈາກ: Sister.com

ຮຽບຮຽງ: ນຸ້ມນິ້ມ