ລັດວາງ 13 ແນວທາງແກ້ໄຂບັນຫາໄພພິບັດ ຫຼັງນໍ້າຫຼຸດ

58

ເພື່ອເຮັດໃຫ້ສະຖານະການກັບຄືນສູ່ສະພາບປົກກະຕິໂດຍໄວ ລັດຖະບານໄດ້ຈັດກອງປະຊຸມປຶກສາຫາລື ຢ່າງຮີບດ່ວນ ກ່ຽວກັບການແກ້ໄຂສະພາບໄພພິບັດ ທີ່ໄດ້ເກີດຂຶ້ນປີ 2019 ທີ່ຜ່ານມາ. ໂດຍໄດ້ວາງ 13 ແນວທາງ ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດດັ່ງນີ້:

ในภาพอาจจะมี 2 คน, ผู้คนกำลังนั่ง และสถานที่ในร่ม

1.  ໃຫ້ຄະນະຮັບຜິດຊອບແກ້ໄຂໄພພິບັດ ຢູ່ແຕ່ລະແຂວງ ສົມທົບກັບຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ສືບຕໍ່ຈັດຕັ້ງຊີ້ນຳຢ່າງໃກ້ຊິດ ການແກ້ໄຂ ແລະ ການຊ່ວຍເຫຼືອປະຊາຊົນ ທີ່ຍັງຢູ່ທີ່ພັກຊົ່ວຄາວ, ຮັບປະກັນໃຫ້ມີເຂົ້າກິນ, ນໍ້າດື່ມ-ນໍ້າໃຊ້ສະອາດ, ບໍ່ໃຫ້ເກີດພະຍາດລະບາດ, ໃຫ້ມີຄວາມສະຫງົບສຸກ, ໃຫ້ມີການຈັດຕັ້ງ-ມີຫົວໜ້າຄະນະ ເພື່ອຊີ້ນຳຢ່າງໃກ້ຊິດ. ພ້ອມດຽວກັນນີ້ ໃຫ້ສືບຕໍ່ປຸກລະດົມທົ່ວສັງຄົມ ເພື່ອສືບຕໍ່ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ (ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ 3 ອົງການຕັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມອື່ນໆ)

2.  ໃຫ້ສຸມທຸກກຳລັງ (ທະຫານ, ຕຳຫຼວດ ແລະ ທຸກພາກສ່ວນ) ລວມທັງ ພາຫະນະ (ລົດດັບເພີງ, ເຮືອ…) ພ້ອມທັງມີການຈັດຕັ້ງຊີ້ນຳລະອຽດ ເພື່ອສຸມໃສ່ຊ່ວຍເຫຼືອປະຊາຊົນ ໃນການຍົກຍ້າຍຈາກທີ່ພັກຊົ່ວຄາວກັບຄືນໄປເຮືອນຂອງຕົນ. ພ້ອມທັງເອົາເຄື່ອງຂອງຊ່ວຍເຫຼືອທີ່ໄດ້ຮັບຈາກການບໍລິຈາກ ໃຫ້ໄປຮອດໄປເຖິງປະຊາຊົນຢ່າງແທ້ຈິງ. ພ້ອມດຽວກັນນີ້, ໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຕ້ອງສຸມໃສ່ວຽກງານແກ້ໄຂໄພພິບັດ ເປັນວຽກຈຸດໜັກ, ສຳຄັນ ມີການວາງແຜນ ແລະ ຜູ້ຊີ້ນຳໃນການຈັດຕັ້ງປະຕິບັດຕົວຈິງ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

3  ໃຫ້ຂະແໜງການ ແລະ ທ້ອງຖິ່ນ ກະກຽມການຟື້ນຟູການຜະລິດ ພາຍຫຼັງນໍ້າລົງ ເພື່ອເຮັດໃຫ້ການຜະລິດເຂົ້າສູ່ສະພາບປົກກະຕິ ແນໃສ່ຮັບປະກັນດ້ານສະບຽງອາຫານ ໂດຍສະເພາະການຈັດສັນແນວພັນ, ປັດໄຈການຜະລິດ, ພາຫະນະການຜະລິດ ແລະ ອື່ນໆ ໃຫ້ທັນການ.
4  ໃຫ້ເອົາໃຈໃສ່ປັບປຸງພຶ້ນຖານໂຄງລ່າງ ໂດຍສະເພາະສ້ອມແປງເສັ້ນທາງ ໃຫ້ໄປ-ມາໄດ້ສະດວກ, ສ້ອມແປງໂຮງຮຽນ, ໂຮງໝໍ, ສຸກສາລາ ໃຫ້ສາມາດນຳໃຊ້ໄດ້.

ในภาพอาจจะมี ท้องฟ้า, สถานที่กลางแจ้ง และธรรมชาติ

5  ໃຫ້ກະຊວງການເງິນຮບຮ້ອນຄົ້ນຄວ້າ ແລະ ກະກຽມດ້ານງົບປະມານ ເພື່ອແກ້ໄຂໄພພິບັດດັ່ງກ່າວ ດ້ວຍການນຳໃຊ້ເງິນທີ່ມີ (ເງິນແຮ, ເງິນສະສົມ, ເງິນບໍລິຈາກ ແລະ ເງິນກອງທຶນຕ່າງໆ ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ) ລວມທັງຄັງແຮເຂົ້າ, ຄັງແຮນໍ້າມັນ ແລ້ວສະເໜີໃຫ້ລັດຖະບານພິຈາລະນາຕົກລົງໂດຍໄວ. ພ້ອມນີ້, ໃຫ້ປຸກລະດົມທົ່ວສັງຄົມ ປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພຕື່ມ.
6  ໃຫ້ສູນບັນຊາການແກ້ໄຂໄພພິບັດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ມີການປະສານງານກັນວ່ອງໄວ, ຄ່ອງຕົວ ສາມາດແກ້ໄຂບັນຫາໄດ້ຢ່າງທັນການ.
7  ໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ເປັນກຳລັງຕົ້ນຕໍໃນການຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ. ສຳລັບງົບປະມານໃນການເຄື່ອນໄຫວ ໃຫ້ຄົ້ນຄວ້າຂຶ້ນແຜນສະ ເໜີລັດຖະບານ ເພື່ອພິຈາລະນາຕົກລົງ.
8 ໃຫ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ຕ້ອງເຮັດຢ່າງແທດຕົວຈິງ ໂດຍມີການລົງຕິດຕາກວດກາຕົວຈິງຢູ່ທ້ອງຖິ່ນຕ່າງໆ.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, ต้นไม้ และสถานที่กลางแจ้ง

9  ໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າລະອຽດ ກ່ຽວກັບການຍົກເວັ້ນພາສີ-ອາກອນ, ຫຼຸດອັດຕາຄ່າໄຟຟ້າ, ນະໂຍບາຍສິນເຊື່ອ, ປັດໄຈການຜະລິດ ແລິະ ອື່ນໆ ແລ້ວສະເໜີລັດຖະບານພິຈາລະນາຕົກລົງ.
10  ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເອົາໃຈໃສ່ລົງຕິດຕາມ ແລະ ລາຍງານສະພາບຕົວຈິງ ການແກ້ໄຂບັນຫາໄພພິບັດໃນຄັ້ງນີ້ ເພື່ອໃຫ້ສັງຄົມໄດ້ຮັບຊາບຂໍ້ມູນທີ່ຖືກຕ້ອງຢ່າງລະອຽດ, ຈະແຈ້ງ ແລະ ທັນການ. ທັງເປັນການປຸກລະດົມ, ເຕົ້າໂຮມຄວາມສາມັກຕີທົ່ວສັງຄົມ ແລະ ສຶກສາອົບຮົມການເມືອງແນວຄິດ ໃຫ້ປະຊາຊົນ. ພ້ອມກັນນັ້ນ, ໃຫ້ເອົາໃຈໃສ່ຕິດຕາມ ແລະ ແກ້ໄຂການອອກຂ່າວທີ່ບໍ່ມີມູນຄວາມຈິງ, ໃສ່ຮ້າຍປ້າຍສີ ແລະ ອື່ນໆ ຂອງບຸກຄົນ, ສື່ສັງຄົມອອນລາຍ ຈຳນວນໜຶ່ງຢ່າງທັນການ.

ในภาพอาจจะมี 1 คน, ต้นไม้, ท้องฟ้า, ต้นพืช, เด็ก และสถานที่กลางแจ้ง

11  ໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສືບຕໍ່ຕິດຕາມ ແລະ ແຈ້ງເຕືອນສະພາບດິນຟ້າອາກາດໃນແຕ່ລະວັນ ພ້ອມທັງແນະນຳ ແລະ ວິທີໃຫ້ຄວາມຮູ້ແກ່ປະຊາຊົນເພື່ອກະກຽມ ແລະ ປ້ອງກັນ.

12  ໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ສົມທົບກັບຂະແຫນງການ ແລະ ທ້ອງຖິ່ນ ເພື່ອແກ້ໄຂໄພພິບັດທົ່ວປະເທດ ໃນປີ 2019 ນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ສຳລັບຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ແມ່ນໃຫ້ສຸມໃສ່ບັນຫາໄພພິບັດຢູ່ເມືອງ ສະໜາມໄຊ ແຂວງອັດຕະປື.
13  ສືບຕໍ່ຮຽກຮ້ອງທຸກພາກສ່ວນທົ່ວສັງຄົມ ໃຫ້ຮ່ວມແຮງ-ຮ່ວມໃຈ, ປຸກລະດົມການຊ່ວຍເຫຼືອ, ການຮ່ວມມືທັງພາຍໃນ ແລະ ຕ່າງປະເທດ.

ในภาพอาจจะมี หนึ่งคนขึ้นไป, เรือ, ตาราง, ท้องฟ้า, รองเท้า, เด็ก, รถยนต์, สถานที่กลางแจ้ง และน้ำ