ລົດແຊ່ນໍ້າດົນມີວິທີທໍາຄວາມສະອາດແນວໃດ?

326

ຫຼາຍພື້ນທີ່ປະສົບໄພຢູ່ພາກໃຕ້ຂອງລາວ ທີ່ໄດ້ຮັບຜົນກະທົບນໍ້າຖວມຂັງເປັນເວລາດົນ ປັດຈຸບັນ 16 ກັນຍາ 2019 ລະດັບນໍ້າໄດ້ຫຼຸດລົງ ນອກຈາກຄວາມເສຍຫາຍຕໍ່ເນື້ອທີ່ການຜະລິດ ແລະ ທີ່ຢູ່ອາໄສແລ້ວຍັງມີພາຫະນະ ເຊິ່ງຄໍລໍາລົດມື້ນີ້ຈະນໍາສະເໜີວິທີທໍາຄວາມສະອາດລົົດ ແລະ ແປງລົດ ເພື່ອຜູ້ອ່ານຈະນໍາໄປປະຕິບັດ ເຊິ່ງອາດຊ່ວຍຫຼຸດຜ່ອນການສູນເສຍໃນລະດັບໜຶ່ງ ຖ້າປະຕິບັດຖືກຕາມຫຼັກການດັ່ງນີ້:

ຢ່າພະຍາຍາມຮີບຮ້ອນຕິດຈັກລົດເດັດຂາດ ເພາະນໍ້າທີ່ແຊກຊຶມໃນເຄື່ອງຈັກອາດເຮັດໃຫ້ກົນໄກພາຍໃນເຄື່ອງຈັກ ເຊັ່ນ: ການສູບ, ການວາວໄດ້ຮັບຄວາມເສຍຫາຍ.

ຫ້າມພວງຕໍ່ກະແສໄຟ ເຊັ່ນ: ພວງແບັດເຕີຣີເພື່ອຕິດຈັກເຊິ່ງເປີດໂອກາດໃຫ້ອຸປະກອນເອເລັກໂຕຣນິກໃນລົດໃຫຍ່ລຸ້ນໃໝ່ໆທີ່ມີຕິດຕັ້ງຢູ່ ເຊັ່ນ: ກ່ອງຄວບຄຸມເຄື່ອງຈັກ, ກ່ອງຄວບຄຸມເກຍເພຈົນໃຊ້ການບໍ່ໄດ້.

ກ່ອນທີ່ຈະຕໍ່ພວງແບັດເຕີຣີເຂົ້າກັບລົດໃຫຍ່ອີກຄັ້ງ ຫຼັງຈາກນໍ້າແຫ້ງແລ້ວຈໍາເປັນຕ້ອງປົດຟິວໃນກ່ອງຄວບຄຸມຂອງລະບົບຖົງລົມນິລະໄພ ເພື່ອຕັດການເຮັດວຽກຫາກວົງຈອນໄຟຟ້າໃນລະບົບຖົງລົມນິລະໄພເກີດລົງດິນ ຫຼື ຊັອດ ໂດຍທີ່ຍັງບໍ່ໄດ້ປົດຟິວອອກຖົງລົມນິລະໄພໃໝ່ອາດຈະແຕກຂຶ້ນເອງ.

ເມື່ອເຮັດການກວດສອບລົດທີ່ຫາກໍຍົກຂຶ້ນຈາກນໍ້າ ຫາກພົບນໍ້າໃນຈຸດທີ່ສຽບໄຟຕໍ່ກອກຢາ ສະແດງວ່ານໍ້າເຂົ້າໄປເຖິງລະບົບໄຟຟ້າຢູ່ໜ້າປັດ ຫຼື ຄອນໂຊນ ມາດຕາວັດຈໍມັສຕິຟັງຊັນ ແລະ ສະວິດສັ່ງ   ງານ – ຄວບຄຸມລະບົບຕ່າງໆ, ວົງຈອນລະບົບເຫຼົ່ານີ້ສາມາດນໍາອອກມາທໍາຄວາມສະອາດ ແລະ ເປົ່າໃຫ້ແຫ້ງໂດຍຊ່າງທີ່ຊໍານານງານ.

ຖ້າລົດແຊ່ນໍ້າດົນຄວນໃຫ້ຊ່າງສ້ອມແປງບໍາລຸງລະບົບສົ່ງກໍາລັງ ບໍ່ວ່າຈະເປັນເກຍທໍາມະດາ ແລະ ເກຍໂອໂຕກັບຊຸດທໍຄອນເວເຕີຕ້ອງຖອດອອກມາປ່ຽນຖ່າຍນໍ້າມັນໄຮໂດລິກ ແລະ ແຍກຊິ້ນສ່ວນທັງໝົດອອກມາທໍາຄວາມສະອາດທຸກຊິ້ນສ່ວນ ລວມທັງນໍ້າມັນເຟືອງທ້າຍ ແລະ ຊຸດແຂ້ວເຟືອງທ້າຍ ຊຸດສົ່ງກໍາລັງຂອງລະບົບຂັບເຄື່ອງ 4 ລໍ້.

ເມື່ອກວດສອບລະບົບສົ່ງກໍາລັງ ຄວນກວດເຊັກລູກປືນລໍ້ທັງ 4 ລໍ້ ໂດຍນໍາອອກມາທໍາຄວາມສະອາດແລ້ວອັດກະແລັດໃໝ່ທັງໝົດ.

ຢ່າງຫຸ້ມເພົາທີ່ຂາດອາດມີນໍ້າເຂົ້າໄປ ແທນທີ່ກະແລັດພາຍໃນຕ້ອງຖອດອອກມາທໍາຄວາມສະອາດປ່ຽນຢາງຫຸ້ມເພົາໃໝ່ ແລະ ອັດກະແລັດ.

ລະບົບລະບາຍຄວາມຮ້ອນ ເຊັ່ນ: ໝໍ້ນໍ້າຕ້ອງຖ່າຍນໍ້າອອກໃຫ້ໝົດ ແລ້ວຕື່ມນໍ້າໃໝ່ພ້ອມນໍ້າຢາຫຼຸດອຸນນະພູມນໍ້າຕາມລະດັບທີ່ກໍານົດ, ພັດລົມໄຟຟ້າອາດໄດ້ຮັບ ຄວາມເສຍຫາຍ ເນື່ອງຈາກແຊ່ຢູ່ນໍ້າເປັນເວລາດົນ ມໍເຕີພັດລົມ, ຂໍ້ຕໍ່ສາຍໄຟຕ່າງໆຖອດອອກແລ້ວທໍາຄວາມສະອາດ ໂດຍການເປົ່າແຫ້ງແລ້ວຕາກແດດ.

ລົດທີ່ຈອດແຊ່ນໍ້າພຽງແຕ່ເຄິ່ງຕີນລໍ້ ກວດເຊັກໂດຍການປ່ຽນຂອງແຫຼວພວກນໍ້າມັນເບຣກ, ສາຍໄຟເຊັນເຊີ, ລະບົບຊ່ວຍເບຣກ ເປັນຕົ້ນແມ່ນ ABS/BA ໃນລົດລຸ້ນໃໝ່ທີ່ມີຕິດຕັ້ງ, ຂໍ້ຕໍ່ສາຍໄຟທີ່ເຊື່ອມຕໍ່ກັບຊຸດຄວບຄຸມ ລອງຖອດອອກແລ້ວທໍາຄວາມສະອາດ ເປົ່າຂໍ້ຕໍ່ໃຫ້ແຫ້ງກ່ອນການສຽບກັບຄືນເພື່ອທົດສອບວ່າຍັງສາມາດໃຊ້ງານໄດ້ ຫຼື ບໍ່.

ພວງມາໄລໂດຍສະເພາະແບບພາວເວີ້ ທັງປໍ້າໄຟຟ້າ ແລະ ປໍ້າສາຍພານ ກໍເປັນອີກຢ່າງໜຶ່ງທີ່ຈະຕ້ອງກວດ, ລະບົບຮອງຮັບນໍ້າໜັກໂຊກອັບ ລູກໝາກປີກນົກ ຢາງຮອງຮັບຫໍ່ຫຸ້ມຄວນປ່ຽນໃໝ່ຖ້າພົບ ຄວາມເສຍຫາຍ ຫຼື ບໍ່ແນ່ໃຈ.

ກ່ອງເຊັນເຊີ ຕ້ອງໄດ້ຮັບການກວດເຊັກໃຫ້ແນ່ໃຈວ່າບໍ່ມີຫຍັງເສຍຫາຍ.

ກວດສອບລະບົບປັບອາກາດລະບົບຄອມເຟສເຊີແອ ອຸປະກອນທີ່ສ່ຽງຕໍ່ຄວາມເສຍຫາຍຫຼາຍທີ່ສຸດ ຫຼັງຈາກແຊ່ນໍ້າຄືຊຸດຄວບຄຸມອຸນຫະພູມແບບດິຈິຕອລພາຍໃນຫ້ອງໂດຍສານ.

ຖອດພົມຮອງພື້ນອອກມາທໍາຄວາມສະອາດທັງໝົດ ແລ້ວນໍາລົດຈອດຕາກແດດ ໄຂປະຕູທຸກບານຈົນກວ່າແນ່ໃຈວ່າພາຍໃນແຫ້ງ ແລະ ກິ່ນອັບຫຼຸດລົງ.

( ຂໍ້ມູນຈາກ: ຫ້ອງຂາຍມິດຊູບີຊິເຕສອງ )