ສຶກສາໄວ້! ບຸກຄະລິກພາບຂອງຜູ້ນຳ ຫຼື ຜູ້ບໍລິຫານ

498

ບຸກຄະລິກພາບຂອງຜູ້ນຳ ຫຼື ຜູ້ບໍລິຫານ ມີຄວາມສຳຄັນຕໍ່ຄວາມສຳເລັດ ຫຼື ຄວາມຫຼົ້ມເຫຼວໃນການບໍລິຫານງານເປັນຢ່າງຍິ່ງ ຜູ້ບໍລິຫານທີ່ມີບຸກຄະລິກພາບດີຍ່ອມໄດ້ຮັບການຍອມຮັບນັບຖືຈາກຜູ້ໃຕ້ບັງຄັບບັນຊາ ເມື່ອການຍອມຮັບເກີດຂຶ້ນການບໍລິຫານງານຍ່ອມດຳເນີນໄປໄດ້ດີ ເພາະຈະໄດ້ຮັບຄວາມຮ່ວມມືໃນທຸກໆດ້ານເປັນຕົ້ນ: ເວົ້າກໍ່ມີຄົນຟັງ, ຟັງແລ້ວກໍ່ເຊື່ອ, ຄ້ອຍຕາມ ເມື່ອມີຄຳສັ່ງ ຫຼື ດຳເນີນການ ກໍ່ໄດ້ຮັບຄວາມຮ່ວມແຮງຮ່ວມໃຈ ພົບບັນຫາກໍ່ພ້ອມທີ່ຈະຊ່ວຍກັນແກ້ໄຂ ແລ້ວຍີ້ມຮັບຄວາມສຳເລັດນຳກັນ.

 

 

ແຕ່ຫາກຜູ້ນຳມີບຸກຄະລິກພາບທີ່ບໍ່ໄດ້ການຍອມຮັບເຊັ່ນ: ໂວກເວກ, ມັກຖຽງ, ໃຊ້ຄຳຫຍາບ, ຟັງໃຜບໍ່ເປັນເວລານັ່ງປະຊຸມ ເຊິ່ງຄວນຈະເປັນຜູ້ໃຫຍ່ໃນການຈົດຈໍ່ໃສ່ໃຈຕໍ່ການມີສ່ວນຮ່ວມໃນກອງປະຊຸມ ພັດມານັ່ງພັບນົກພັບເຮືອຫຼິ້ນ ຫຼື ຫຼິ້ນໂທລະສັບເສີຍ ແບບນີ້ກໍ່ເປັນຕົວຢ່າງທີ່ຫາຄົນມີຈິດສັດທາຍາກ ເພາະເບິ່ງຄືກັບທ່ານບໍ່ຢາກມີສ່ວນຮ່ວມອັນໃດກັບໃຜ ພຽງແຕ່ເຮັດທຸກຢ່າງຕາມໃຈ, ຕາມເຫດຜົນ, ຕາມຄວາມຄິດ ຫຼື ຄວາມຕ້ອງການທີ່ຕົນເອງເຫັນວ່າດີເທົ່ານັ້ນ.

 

ບຸກຄະລິກພາບຂອງບຸກຄົນປະກອບດ້ວຍ 4 ປະການຄື: ບຸກຄະລິກພາບທາງກາຍ: ຮ່າງກາຍຕ້ອງສະອາດ (ບໍ່ກຸຍ,ບໍ່ເໝັນກິ່ນໂຕ), ແຕ່ງກາຍຮຽບຮ້ອຍເໝາະກັບຕຳແໜ່ງ, ໄວ ແລະ ສະຖານະການ; ບຸກຄະລິກພາບພາຍໃນຜູ້ບໍລິຫານຕ້ອງມີຄວາມສາມາດໃນການເວົ້າການ, ມີການໂຕ້ຕອບທີ່ດີ, ມີຄວາມສະຫຼາດແຫຼມຄົມໃນການສົນທະນາ, ເປັນຜູ້ນຳກຸ່ມໄດ້, ຕ້ອງມີຂໍ້ມູນຢ່າງພຽງພໍ, ຕ້ອງມີການຮຽນຮູ້ຢູ່ສະເໝີຈະໄດ້ທັນສະໄໝ, ໄວຕໍ່ການສື່ສານພາສາເວົ້າຢ່າງມີປະສິດທິພາບ.

 

ບຸກຄະລິກພາບທາງອາລົມ ແລະ ຈິດວິທະຍາ: ຕ້ອງມີຄວາມໝັ້ນຄົງທາງດ້ານອາລົມ, ບໍ່ຫງຸດຫງິດ, ມີຄວາມກ້າຫານໃນການປະເຊີນກັບອຸປະສັກຕ່າງໆ, ມີຈິດໃຈເປັນປະຊາທິປະໄດ້, ເຄົາລົບສິດ, ຮັບຟັງຄວາມຄິດເຫັນຂອງຄົນອື່ນ, ຮູ້ຈັກຊົມເຊີຍ, ເວົ້າໂນ້ມນ້າວຈູງໃຈຄົນໃຫ້ເຮັດວຽກເພື່ອຄວາມກ້າວໜ້າຂອງໜ່ວຍງານ, ມີຈິດໃຈສົ່ງເສີມຄວາມກ້າວໜ້າໃຫ້ຜູ້ໃຕ້ບັງຄັບບັນຊາ.

 

 

ບຸກຄະລິກພາບທາງສັງຄົມ: ຜູ້ບໍລິຫານຄວນເປັນຜູ້ນຳໃນການສຶກສາຫາຄວາມຮູ້ໃນພິທີການຕ່າງໆ ຕາມບັນທັດຖານຂອງສັງຄົມ ເພື່ອຈະໄດ້ປະຕິບັດຕາມມາລະຍາດສາກົນໄດ້ຢ່າງຖືກຕ້ອງ, ສາມາດເປັນຕົວຢ່າງໃຫ້ຄຳແນະນຳແກ່ຜູ້ໃຕ້ບັງຄັບບັນຊາຕະຫຼອດທັງຄົນອ້ອມຂ້າງ.
ບຸກຄະລິກພາບທາງສະຕິປັນຍາ: ຕ້ອງມີຄວາມຄິດລິເລີ່ມສ້າງສັນພໍທີ່ຈະເປັນຜູ້ນຳກຸ່ມ, ສາມາດຄິດສ້າງສິ່ງທີ່ເປັນປະໂຫຍດແກ້ສະຖານສຶກສາໄດ້ ເຊິ່ງອາດສະຫຼຸບໄດ້ວ່າສະຕິປັນຍາ ແລະ ຄວາມຮອບຮູ້ວິຊາຊີບຂອງຜູ້ບໍລິຫານເປັນສິ່ງສຳຄັນຫຼາຍໃນການບໍລິຫານ.

 

 

ອົງປະກອບທັງ 4 ດ້ານຂອງບຸກຄະລິກພາບທີ່ດີຂອງຜູ້ບໍລິຫານນັ້ນ ຖືວ່າມີຄວາມສໍາຄັນເທົ່າທຽມກັນສົມຄວນທີ່ຜູ້ບໍລິຫານຄວນຄຳນຶງ ໝັ່ນເຝິກຝົນຈົເປັນພາບລັກທີ່ປະກົດແກ່ສາຍຕາຂອງຄົນທົ່ວໄປ ເພາະນັ້ນຄືສິ່ງສຳຄັນຢ່າງຍິ່ງໃນການຈູງໃຈໃຫ້ຜູ້ໃຕ້ບັງຄັບບັນຊາຍອມຮັບນັບຖື ອັນຈະສົ່ງຜົນເຖິງການຮ່ວມມືຮ່ວມໃຈໃນການປະຕິບັດວຽກງານອີກດ້ວຍ.

 

 

(ຈາກ: oknation.nationtv.tv)