ຫຼວງພະບາງ ເຜີຍແຜ່ມາດຕະຖານໂຮງແຮມຂຽວອາຊຽນ

44

ອາທິດຜ່ານມາ ໄດ້ມີກອງປະຊຸມເຜີຍແຜ່ມາດຖານໂຮງແຮມຂຽວອາຊຽນ ຢູ່ນະຄອນຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ບຸນມາ ເພັດສາວົງ ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ,  ກະຊວງຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ, ມີຜູ້ຕາງໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຊຽງຂວາງ ແລະ ໄຊຍະບູລີ ພ້ອມດ້ວຍນັກທຸລະກິດເຮືອນພັກ – ໂຮງແຮມເຂົ້າຮ່ວມ ຈໍານວນ 60 ຄົນ.

ຈຸດປະສົງການເຜີຍແຜ່ມາດຖານໂຮງແຮມຂຽວອາຊຽນຄັ້ງນີ້ ກໍເພື່ອເປັນການຊຸກຍູ້ໃຫ້ພາກອຸດສາຫະກໍາທີ່ພັກແຮມຂອງອາຊຽນ ມີການນໍາໃຊ້ຊັບພະຍາກອນແບບຍືນຍົງ ພ້ອມທັງຊ່ວຍຊຸກຍູ້ໃຫ້ມີການປະຢັດພະລັງງານ ແລະ ນໍາໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມໃນການນໍາໃຊ້ຜະລິດຕະພັນສີຂຽວ, ການຄຸ້ມຄອງພະນັກງານ ແລະ ສິ່ງແວດລ້ອມທີ່ຊ່ວຍໃຫ້ປະຊາຊົນທ້ອງຖິ່ນໄດ້ຮັບຜົນປະໂຫຍດຈາກການປະຕິບັດງານຢ່າງເປັນມືອາຊີບ.

ປັດຈຸບັນຢູ່ ສປປ ລາວ ມີສະຖານທີ່ພັກແຮມ ທັງໝົດ 2.102 ແຫ່ງ, ໃນນັ້ນ, ໂຮງແຮມ 90 ແຫ່ງ, ຣີສອດ ແລະ ເຮືອນພັກ 387 ແຫ່ງ. ໃນນີ້, ມີໂຮງແຮມ ແລະ ຣີສອດ ທີ່ໄດ້ຮັບລາງວັນມາດຕະຖານໂຮງແຮມຂຽວອາຊຽນ ຢູ່ ສປປ ລາວ ທັງໝົດ 53 ແຫ່ງ, ສະເພາະຢູ່ແຂວງຫຼວງພະບາງ ມີ 18 ແຫ່ງ ເຊິ່ງກວມເອົາ 33% ຂອງຈໍານວນໂຮງແຮມທີ່ໄດ້ຮັບລາງວັນຂຽວອາຊຽນ ຢູ່ ສປປ ລາວ ທັງໝົດ, ນັກທ່ອງທ່ຽວສ່ວນຫຼາຍເລືອກທີ່ຈະພັກຕາມໂຮງແຮມທີ່ໄດ້ມາດຕະຖານ ແລະ ເປັນຕົວແບບໃນການຮັກສາສິ່ງແວດລ້ອມ ແລະ ເປັນມິດກັບທໍາມະຊາດ.