ຮູບເງົາ “ Abominable ມະນຸດຫິມະເພື່ອນຮັກ ” ກຽມເຂົ້າສາຍທ້າຍເດືອນກັນຍານີ້

39

ກຽມພົບກັບການຜະຈົນໄພສູ່ດິນແດນແຫ່ງເວດມົນຜົນງານເລື່ອງຫຼ້າສຸດຈາກ Dream work ແລະ ຜູ້ສ້າງ “ How To Train Your Dragon ອະພິນິຫານໄວກິ້ງພິຊິດມັງກອນ ” ເຊິ່ງກຽມເຂົ້າສາຍໃນວັນທີ 26 ກັນຍາ ທຸກໂຮງຮູບເງົາທົ່ວປະເທດ.

ຮູບເງົາ “ Abominable ມະນຸດຫິມະເພື່ອນຮັກ ” ເປັນຜົນງານກໍາກັບ ແລະ ຂຽນບົດຂອງ Jill Culton ເຊິ່ງຮູບເງົາປະເພດຜະຈົນໄພ ແລະ ຕະຫຼົກມ່ວນຊື່ນເໝາະສໍາລັບທຸກເພດທຸກໄວ.

ຮູບເງົາເລື່ອງນີ້ໄດ້ເລົ່າເຖິງການຜະຈົນໄພລະຫວ່າງມະນຸດ ແລະ ສິ່ງທີ່ມີຊີວິດສຸດພິເສດທີ່ເປັນຕຳນານອັນໂດ່ງດັງເມື່ອຮອດລະດູໜາວ ຫຼື ມີຫິມະ ໂດຍການຮ່ວມເດີນທາງຜະຈົນໄພຫຼາຍກວ່າ 2 ພັນກິໂລແມັດ ຈາກຖະໜົນເມືອງຊຽງໄຮ້ ໄປຈົນຮອດພູເຂົາຫິມະໄລທີ່ງົດງາມ ແລະ ວິເສດສຸດ.

ມື້ໜຶ່ງສາວນ້ອຍ “ ຍີ ” ຕ້ອງພົບກັບລູກຂອງປີສາດເຍຕິ ເທິງຫຼັງຄາອາພາດເມັ້ນທີ່ສາວນ້ອຍອາໄສຢູ່ໃນເມືອງຊຽງໄຮ້ ສາວນ້ອຍກັບໝູ່ເພື່ອນຂອງລາວ “ ຈິນ ” ແລະ “ ເຜິງ ” ຈຶ່ງຕັ້ງຊື່ໃຫ້ມັນວ່າ: “ Abominable ” ກ່ອນເລີ່ມເຮັດພາລະກິດຄັ້ງຍິ່ງໃຫຍ່ຄືການພາສິ່ງທີ່ມີຊີວິດສຸດວິເສດກັບໄປຫາຄອບຄົວຂອງເຂົາທີ່ອາໄສຢູ່ເທິງຈຸດທີ່ສູງທີ່ສຸດໃນໂລກ ແຕ່ຂະນະດຽວກັນພວກເຂົາຕ້ອງຫຼົບໜີເສດຖີຮ້າຍທີ່ຈະຈັບເອົາ “ Abominable ” ໄປເປັນເຄື່ອງມືການຄ້າ.

ສາມາດພາລູກຫຼານໄປເບິ່ງຮູບເງົາຜະຈົນໄພ ພ້ອມທັງໃຫ້ຂໍ້ຄິດດີໆສໍາລັບເດັກນ້ອຍຫຼາຍໆຢ່າງໄດ້ໃນວັນທີ 26 ກັນຍາ 2019 ທຸກໂຮງຮູບເງົາທົ່ວປະເທດ.

ຂໍ້ມູນຈາກ: Major Platinum Cineplex

ຮຽບຮຽງ: ນຸ້ມນິ້ມ